ລັດຖະບານປະສົມຍີ່ປຸ່ນເລືອກທ່ານ ອາເບະ ເປັນນາຍົກລັດຖະມົນຕີອີກສະໄໝ

ລັດຖະບານປະສົມຍີ່ປຸ່ນເລືອກທ່ານ ຊິນໂຊ ອາເບະ ດຳລົງຕຳແໜ່ງນາຍົກລັດຖະມົນຕີອີກສະໄໝ ໃນວັນທີ 1 ພະຈິກນີ້, ພາຍຫລັງລັດຖະບານປະສົມຊະນະເລືອກຕັ້ງໃນເດືອນກ່ອນ ແລະ ກ່ອນປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ຈະມາຢ້ຽມຢາມ.
ລັດຖະບານປະສົມພັກເສລີປະຊາທິປະໄຕ (LDP) ແລະ ພັກໂຄເມໂຕ ສາມາດຮັກສາສຽງສ່ວນຫລາຍໃນສະພາຜູ້ແທນລາຊະດອນໃນການເລືອກຕັ້ງກ່ອນກຳນົດວັນທີ 22 ຕຸລາຜ່ານມາ ແລະ ເຫັນພ້ອມໃນວັນທີ 1 ພະຈິກ ໃຫ້ທ່ານ ອາເບະ ດຳລົງຕຳແໜ່ງນາຍົກລັດຖະມົນຕີຕໍ່. ທ່ານ ອາເບະ ອາຍຸ 63 ປີ ເຊິ່ງເຂົ້າຮັບຕຳແໜ່ງໃນເດືອນທັນວາ 2012 ຈາກນະໂຍບາຍກະຕຸ້ນເສດຖະກິດ, ເພີ່ມການໃຊ້ຈ່າຍວຽກງານປ້ອງກັນປະເທດ ແລະ ແກ້ລັດຖະທຳມະນູນທີ່ຮ່າງຂຶ້ນຫລັງສົງຄາມໂລກຄັ້ງທີ 2 ໃຫ້ກອງກຳລັງປ້ອງກັນຕົນເອງກາຍເປັນກອງທັບເຕັມຮູບແບບ, ຄາດວ່າທ່ານຈະຕັ້ງຄະນະລັດຖະບານຊຸດເກົ່າ ແລະ ມອບໝາຍໃຫ້ຫາທາງເພີ່ມງົບປະມານພິເສດສຳລັບປີງົບປະມານສິ້ນສຸດເດືອນມີນາ 2018 ເນັ້ນເລື່ອງເບິ່ງແຍງເດັກ ແລະ ສົ່ງເສີມການມີລູກ.