ນ້ຳຖ້ວມ 3 ເມືອງ ຢູ່ແຂວງຫລວງພະບາງ ສ້າງຄວາມເສຍຫາຍຫລາຍກວ່າ 7 ຕື້ກີບ


ວັນທີ 29 ກໍລະກົດ 2024, ທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານໃນກອງປະຊຸມປຶກສາຫາລືການແກ້ໄຂຜົນກະທົບຈາກເຫດການນຳຖ້ວມ ຢູ່ເມືອງວຽງຄຳ, ເມືອງປາກແຊງ ແລະ ເມືອງໂພນທອງ ແຂວງຫລວງພະບາງ ວ່າ: ໃນລະຫວ່າງວັນທີ 23-27 ກໍລະກົດ 2024 ທັງສາມເມືອງທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ສ້າງຄວາມເສຍຫາຍ ຄື:
ເມືອງວຽງຄຳ ຖືກຜົນກະທົບ 13 ບ້ານ, 648 ຄອບຄົວ, ຄອບຄົວຖືກກະທົບໜັກຂາດທີ່ຢູ່ອາໄສມີ 72 ຄອບຄົວ, ມີພົນລະເມືອງ 1,347 ຄົນ, ຍິງ 690 ຄົນ. ເຮືອນໄຫລ 4 ຫລັງ, ເຂົ້າເປື້ອກ-ເຂົ້າສານ 3 ໂຕນ, ເຄື່ອງໃຊ້ຄົວເຄື່ອງເສຍຫາຍ ທັງໝົດມີ 120 ຄອບຄົວ, ລວມຜົນເສຍຫາຍທັງໝົດ 5 ຕື້ 679 ລ້ານກວ່າກີບ. ເນື້ອທີ່ນາເສຍຫາຍ 36 ກວ່າເຮັກຕາ, ເນື້ອທີ່ໄຮ່ເສຍຫາຍ 10 ກວ່າເຮັກຕາ, ສັດລ້ຽງ ເຊັ່ນ: ງົວ, ຄວາຍ 50 ໂຕ, ໝູ 100 ໂຕ ແລະ ສັດປີກ 2,000 ໂຕ, ໜອງປາ 32 ໜອງ, ຊົນລະປະທານເສຍຫາຍ 4 ແຫ່ງ, ລະບົບນ້ຳລິນ ເສຍຫາຍ 13 ບ້ານ, ເສັ້ນທາງ 1c ແຕ່ແຕ່ບ້ານດອນແກ້ວ ຫາ ບ້ານໜອງຄໍາ ເຂດແດນເມືອງວຽງຄໍາ – ເມືອງຮ້ຽມແຂວງຫົວພັນ ໄລຍະທາງ 30 ກິໄລແມັດມີດີນເຈື່ອນຖົມທາງເຮັດໃຫ້ການສັນຈອນຖືກຕັດຂາດ, ເສັ້ນທາງຈາກບ້ານເມືອງໝ້ວຍ ຫາບ້ານສົບເຮືອງຖືກຕັດຂາດປະມານ 12 ກິໂລແມັດ ບໍ່ສາມາດສັນຈອນໄດ້, ເສັ້ນທາງຫລວງທ້ອງຖີ່ນ 5 ເສັ້ນຖືກດີນຖົມ ເຊາະເຈື່ອນ ເຮັດໃຫ້ເສັ້ນທາງຕັດຂາດບໍ່ສາມາດສັນຈອນໄດ້, ເສົາໄຟຟ້າເສຍຫາຍ 29 ຕົ້ນ ປະຊາຊົນ 20 ບ້ານ ບໍ່ມີໄຟຟ້າຊົມໃຊ້ ປັດຈຸບັນໄດ້ແກ້ໄຂສາມາດນຳໃຊ້ 9 ບ້ານ.
ເມືອງປາກແຊງ ຖືກຜົນກະທົບ 5 ບ້ານ 96 ຄອບຄົວ, ໃນນັ້ນ ເຮືອນທີ່ຖືກນໍາໄຫລສຸ 6 ຫລັງ, ເຮືອນເປ່ເພ ເສຍຫາຍໜັກ ທີ່ບໍ່ສາມາດຢູ່ໄດ້ 14 ຫລັງ, ເຮືອນທີ່ຖືກນໍ້າຖ້ວມທໍາມະດາ 76 ຫລັງ, ມີສັດລ້ຽງໄດ້ຮັບຜົນກະທົບເຊັ່ນ: ແບ້, ໝູ, ເປັດ, ໄກ່ ລວມ 313 ໂຕ, ເລົ້າເຂົ້າ 4 ເລົ້າ, ມີເຂົ້າເສຍຫາຍ 4 ໂຕນ. ລວມມູນຄ່າເສຍຫາຍທັງໝົດ 1 ຕື້ 953 ລ້ານກວ່າກີບ.
ເມືອງໂພນທອງ ຖືກຜົນກະທົບ 1 ບ້ານ, 13 ຄອບຄົວ, ໃນນັ້ນ ມີເຮືອນໄຫລສຸ 1 ຫລັງ, ເຮືອນຖືກເປ່ເພ 5 ຫລັງ, ເຮືອນເປ່ເພປານກາງ 7 ຫລັງ ລວມຜົນເສຍຫາຍທັງໝົດ 141 ລ້ານກີບ.