ຜູ້ລົງທຶນສ້າງເຮືອນບູຮານໃນບໍລິເວນພະທາດຫລວງຊີ້ແຈງກໍລະນີເກັບຄ່າເຂົ້າຊົມຜູ້ລະ 5 ພັນກີບ ເພື່ອສະໜັບສະໜູນນັກສິລະປິນ


ເຮືອນຊົງລາວບູຮານທີ່ໄດ້ສ້າງຂຶ້ນຢູ່ບໍລິເວນພະທາດຫລວງ ແລະ ໄດ້ເປີດໃຫ້ມວນຊົນເຂົ້າຊົມໃນງານບຸນພະທາດດັ່ງກ່າວເປັນຈຳນວນຫລາຍ ດ້ວຍລາຄາຜູ້ລະ 5.000 ກີບ ຈຶ່ງເກີດມີຫາງສຽງສັງຄົມຕໍ່ບັນຫາດັ່ງກ່າວ, ທ່ານນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ຂາອອກ-ຂາເຂົ້າ ສຳຫລວດ ແລະ ຂຸດຄົ້ນບໍ່ແຮ່ຈຳກັດ ໄດ້ຊີ້ແຈງວ່າ: ການສ້າງເຮືອນຊົງລາວ (ເຮືອນບູຮານ) ນັ້ນເປົ້າໝາຍຫລັກກໍເພື່ອສົ່ງເສີມປີທ່ອງທ່ຽວລາວ 2018 ຄືໃນປີ 2016 ບໍລິສັດໄດ້ລົງທຶນສ້າງເຮືອນບູຮານຂຶ້ນທຳອິດ 2 ຫລັງ ເຫັນວ່າໄດ້ຮັບການຍ້ອງຍໍຊົມເຊີຍຈາກມວນຊົນທີ່ມາທ່ຽວຊົມເປັນຈຳນວນຫລວງຫລາຍ. ສະນັ້ນ ປີ 2017 ບໍລິສັດຈຶ່ງໄດ້ສືບຕໍ່ສ້າງເຮືອນບູຮານເພີ່ມຂຶ້ນເປັນ 8 ຫລັງ, ແອ້ມ ແລະ ປູດ້ວຍໄມ້, ມຸງດ້ວຍໄມ້ສັບ ແລະ ດິນຂໍທີ່ມີຮູບຊົງລວດລາຍແຕກຕ່າງກັນ, ພ້ອມມີການຕົບແຕ່ງແບບຊົງລາວທີ່ສວຍງາມ ເພື່ອອະນຸຮັກສາວັດທະນະທຳ ແລະ ຮີດຄອງປະເພນີດັ່ງເດີມຂອງລາວ ແນໃສ່ໂຄສະນາເຜີຍແຜ່ວັດທະນະທຳໃຫ້ລູກຫລານທີ່ເກີດໃໝ່ໃຫຍ່ລຸນ ຕະຫລອດຮອດແຂກທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ເຖິງວິຖີການດຳລົງຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງລາວ ແລະ ໃນໂອກາດບຸນທາດຫລວງນີ້ ຢູ່ເຮືອນບູຮານຍັງມີການສະແດງສິລະປະວັດທະນະທຳພື້ນເມືອງ, ໝໍລຳ, ລະນາດການຂັບງື່ມ, ອາຫານພື້ນເມືອງລາວ, ສວນຈຳປາສວນພຶກສາ, ການຕໍ່າຫູກທໍ່ໄໝຕື່ມອີກ. ດັ່ງນັ້ນ ທາງຄະນະຮັບຜິດຊອບໄດ້ເກັບປີ້ຄ່າເຂົ້າຊົມຜູ້ລະ 5.000 ກີບ ສະເພາະໃນງານບຸນເທົ່ານັ້ນ ເພື່ອເປັນການຊຸກຍູ້ໃຫ້ນັກສະແດງສິລະປະທີ່ທາງຄະນະກຳມະການຈັດງານບຸນໄດ້ກະກຽມມາໃຫ້ກັບມວນຊົນໄດ້ຮັບຊົມ ເຊິ່ງບໍ່ແມ່ນທາງບໍລິສັດເປັນຜູ້ເກັບແຕ່ຢ່າງໃດ ແລະ ອີກສ່ວນໜຶ່ງແມ່ນເພື່ອບູລະນະປະຕິສັງຂອນພະທາດຫລວງວຽງຈັນທີ່ກຳລັງດຳເນີນຢູ່ໃນປັດຈຸບັນ.
ຂ່າວຍັງໃຫ້ຮູ້ວ່າ: ໃນວັນທີ 1 ພະຈິກນີ້, ທ່ານນາງ ອິນລາ ວັນ ແກ້ວບຸນພັນ ປະທານສູນ ກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດເຂົ້າມາຮ່ວມຊົມເຮືອນຊົງລາວບູຮານດັ່ງກ່າວ ແລະ ກໍໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກທ່ານປະທານສະຫະພັນແມ່ຍິງ ການສ້າງເຮືອນບູຮານດັ່ງກ່າວນີ້ເປັນສີສັນໜຶ່ງໃນງານບຸນພະທາດຫລວງ ເພື່ອໃຫ້ມວນຊົນ ແລະ ນັກທ່ອງທ່ຽວເຫັນໄດ້ວັດທະນະທຳ, ຮີດຄອງປະເພນີການດຳລົງຊີວິດອັນດີງາມຂອງຊາດລາວເຮົາມີມາແຕ່ດຶກດຳບັນ.