8 ເຄັດລັບທີ່ຈະຊ່ວຍໃຫ້ທ່ານ ນຳສະເໜີວຽກໄດ້ຢ່າງມືອາຊີບ
November 2, 2017 - 1:44 PM

- ກຽມໂຕໃຫ້ເຕັມທີ່ : ຂັ້ນຕອນທຳອິດທີ່ທ່ານຄວນຈະໃຫ້ຄວາມສຳຄັນເລີຍກໍແມ່ນສະຖານະຂອງຜູ້ຟັງ, ທ່ານຄວນເຮັດ ວຽກບ້ານມາໃຫ້ດີ, ຜູ້ຟັງແມ່ນໃຜ ເພາະການນຳສະເໜີອາດມີຫລາຍຮູບແບບ ເຊັ່ນ : ການນຳສະເໜີໃຫ້ຫົວໜ້າຟັງອາດຈະແຕກຕ່າງໄປຈາກການນຳສະເໜີໃຫ້ເພື່ອນຮ່ວມງານຄົນອື່ນໆຟັງ ແລະ ອີກສິ່ງໜຶ່ງກໍຄື ອັນໃດແມ່ນສິ່ງທີ່ຄົນຟັງຄາດຫວັງທີ່ຈະໄດ້ຈາກການນຳສະເໜີຂອງເຮົາ ?
- ດຶງດູດຄວາມສົນໃຈຜູ້ຟັງດ້ວຍຄຳນຳໃໝ່ໆ : ໃນຖານະຜູ້ຟັງ ທ່ານອາດຈະຮູ້ສຶກເບື່ອທຸກເທື່ອທ່ີຄົນນຳສະເໜີມັກຈະເປີດເລື່ອງດ້ວຍປະໂຫຍກເກົ່າໆຊຳ້ໆ ແລະ ໜ້າເບື່ອ ເຊັ່ນ : ມື້ນີ້ເຮົາຈະມາເລີ່ມກັນທີ່ …. ..
ເຕັກນິກດີໆທີ່ເຮົາເອົາມາແນະນຳກໍຄືທ່ານອາດຈະດຶງດູດຄວາມສົນໃຈຂອງຜູ້ຟັງດ້ວຍການເລີ່ມນຳສະເໜີວະລີເດັດໆ ແລ້ວຄ່ອຍແນະນຳໂຕ ຫລື ກ່າວຫົວຂໍ້ທີ່ຈະເວົ້າເຖິງ ບາງເທື່ອອາດຈະໃຊ້ວະລີເດັດໆເຫລົ່ານັ້ນໄປເວົ້າໃນຕອນທ້າຍກໍໄດ້ ເພາະຄົນສ່ວນຫລາຍມັກຈະຈື່ເນື້ອໃນຕອນຕົ້ນ ແລະ ຕອນທ້າຍໄດ້ດີເປັນພິເສດ.
- ຈັດພື້ນທີ່ລະຫ່ວາງທ່ານກັບຄົນຟັງໃຫ້ດີ : ມັນກໍເປັນເລື່ອງທີ່ດີຫາກມີຄົນຢາກຟັງທ່ານນຳສະເໜີຜົນງານ, ແຕ່ໃນສະຖານະການທີ່ຄົນຫລາຍໆໃນຫ້ອງປະຊຸມ ບໍ່ວ່າຈະເປັນບໍລິເວນທີ່ທ່ານຢືນເວົ້າ ຫລື ບໍລິເວນທີ່ຜູ້ຟັງນັ່ງຢູ່ອາດຈະເປັນອຸປະສັກໃນການນຳສະເໜີໄດ້ ສະນັ້ນ ຈັດພື້ນທີ່ໃຫ້ທຸກຄົນສາມາດເບິ່ງເຫັນທ່ານ ແລະ ຟັງທ່ານໄດ້ຈະແຈ້ງຈະດີກ່ວາ ສິ່ງສຳຄັນເລີຍແມ່ນທ່ານຄວນຈະໄປເຖິງຫ້ອງປະຊຸມກ່ອນເວລາແທ້ ເພື່ອຈະໄດ້ມີເວລາຈັດພື້ນທີ່ໄດ້ຢ່າງເໝາະສົມຕາມທີ່ທ່ານຕ້ອງການ.
- ຫລີກເວັ້ນການນຳສະເໜີແບບໃຊ້ PowerPoint : ຫລາຍຄົນອາດລຶ້ງກັບການໃຊ້ PowerPoint ນຳສະເໜີວຽກໃນໄວຮຽນ ແລະ ເຂົ້າໃຈມາຕະຫລອດວ່າມັນຈະຊ່ວຍໃຫ້ຜູ້ຟັງເຫັນພາບຂໍ້ມູນໄດ້ຈະແຈ້ງທີ່ສຸດ ແຕ່ຂໍບອກເລີຍວ່າ ທ່ານກຳລັງເຮັດຜິດພາດຄັ້ງໃຫຍ່ ເພາະບັນຫາທີ່ເກີດຈາກການໃຊ້ PowerPoint ແມ່ນເຮັດໃຫ້ຄົນຟັງສົນໃຈແຕ່ໜ້າຈໍ ບໍ່ໄດ້ສົນໃຈສິ່ງທີ່ທ່ານກຳລັງເວົ້າ ທັງການຫລີ່ໄຟພາຍໃນຫ້ອງເພື່ອໃຫ້ໜ້າຈໍ PowerPoint ແຈ້ງນັ້ນຍັງເຮັດໃຫ້ຄົນຟັງຮູ້ສຶກຢາກນອນ ແລະ ເຜີຫລັບໄປໃນທີ່ສຸດ ອີກບັນຫາໃຫຍ່ທີ່ພົບຢູ່ຕະຫລອດກໍແມ່ນການມີໜ້າສະໄລ້ຫລາຍເກີນໄປ ແລະ ບາງເທື່ອກໍຫລາຍເກີນຈົນເຮັດໃຫ້ຜູ້ຟັງຮູ້ສຶກເບື່ອ ແລະ ບໍ່ສົນໃຈໜ້າຈໍໄປເລີຍກໍເປັນໄດ້ ຫາກທ່ານຢາກຈະໃຊ້ PowerPoint ໃນການນຳສະເໜີ ເຮົາຂໍແນະນຳວ່າ ທ່ານຄວນໃສ່ Keyword ຫລື ຄຳສຳຄັນເດັ່ນໆ ຫລື ຫົວຂໍ້ຫລັກໆລົງໄປ ເພື່ອໃຫ້ທ່ານບໍ່ລືມຂໍ້ມູນທີ່ຈະເວົ້າ ທັງຍັງເຮັດໃຫ້ຄົນຟັງເບິ່ງເຫັນພາບລວມຂອງການນຳສະເໜີນຳອີກ.
- ບໍ່ທ່ອງຫົວຂໍ້ມານຳສະເໜີ : ຖ້າທ່ານຢາກຈະນຳສະເໜີໃຫ້ໄດ້ຢ່າງມືອາຊີບ ສິ່ງນີ້ແມ່ນຫົວໃຈຫລັກ ທ່ານຄວນຈະກຽມໂຕເວົ້າໃຫ້ເປັນທຳມະຊາດ ບໍ່ຄວນເກັງຈົນເກີນໄປ ຫລື ເວົ້າມາໃນລັກສະນະການທ່ອງ ເພື່ອທີ່ຈະເຮັດໃຫ້ຄົນຟັງຮູ້ສຶກວ່ານີ້ມັນບໍ່ແມ່ນການນຳສະເໜີວຽກ ແຕ່ເປັນການເວົ້າກັນຫລາຍກ່ວາ ແລະ ພວກເຂົາຈະໄດ້ຮູ້ສຶກຜ່ອນຄາຍ ແລະ ກ້າຖາມຄຳຖາມທີ່ສົງໄສ.
- ບໍ່ເວົ້ານອກເລື່ອງ : ສິ່ງຈຳເປັນໃນການນຳສະເໜີ ແມ່ນເວົ້າເນື້ອໃນທີ່ກ່ຽວກັບປະເດັນຫລັກໃຫ້ຫລາຍທີ່ສຸດ ບໍ່ຄວນເວົ້າກ້ຽວໄປກ້ຽວມາ ຫລື ເວົ້ານອກເລື່ອງຈົນເກີນໄປ.
- ຫາຄູຝຶກເກັ່ງໆ : ຄົນທີ່ນຳສະເໜີຜົນງານເກັ່ງໆເຄີຍບອກວ່າ ຍ້ອນພວກເຂົາມີຄູຝຶກທີ່ດີມາກ່ອນຈຶ່ງເຮັດໃຫ້ເຂົາປະສົບຄວາມສຳເລັດໄດ້ດັ່ງທຸກມື້ນີ້ ດັ່ງນັ້ນ ການຫາຄົນທີ່ເປັນມືອາຊີບມາຊ່ວຍຊີ້ທາງ ແລະ ສອນເຮົານັ້ນແມ່ນສິ່ງຈຳເປັນເຊັ່ນກັນ ເຮົາໝັ້ນໃຈວ່າ ຖ້າຫາກທ່ານໄດ້ລອງເຮັດຕາມວິທີເຫລົ່ານີ້ ບໍ່ດົນທ່ານຈະສາມາດນຳສະເໜີຜົນງານໄດ້ຢ່າງມືອາຊີບ.
8. ສັງເກດ ແລະ ປະເມີນຜົນໂຕເອງ : ຂໍ້ສຸດທ້າຍເລີຍກໍຄື ການຍອມຮັບຟັງຄຳແນະນຳ ເພາະການຮັບຟັງຄຳຕິໜິຈາກຄົນອື່ນໆ ບໍ່ແມ່ນເລື່ອງທີ່ຜິດ ແຕ່ທ່ານຄວນຮັບຟັງແລ້ວເອົາມາປັບປຸງແກ້ໄຂທັກສະຂອງຕົນເອງ ເພື່ອຈະໄດ້ພັດທະນາສັກກະຍະພາບຂອງໂຕເອງໄປໃຫ້ເຖິງຂີດສຸດ ແລະ ກາຍເປັນມືອາຊີບໃນອະນາຄົດ.