ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?

- 020211 2017 - ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?
- kitchen vibe - ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?

ເລືອດໝວດໂອເປັນໝວດເລືອດດັ້ງເດີມຂອງບັນພະບູລຸດເຮົາທີ່ເປັນນັກລ່າຜູ້ໂຫດຫ້ຽມ ແລະ ສະຫລາດຫລັກແຫລມ, ຜູ້ທີ່ມີ  ໝວດເລືອດໂອມັກຈະສວມບົດບາດສຳຄັນໃນສັງຄົມ ທັງຄວາມເປັນຜູ້ນຳ, ພຶດຕິກຳໃນດ້ານບຸກ, ພະລັງງານເຕັມລົ້ນ ແລະ ມີຄວາມຕັ້ງໃຈ ລ້ວນເປັນຄຸນສົມບັດທີ່ດີທີ່ສຸດຂອງຄົນໝວດເລືອດໂອ. ແນວໃດກໍຕາມ, ເມື່ອຄົນໝວດເລືອດໂອຮູ້ສຶກເຄັ່ງຄຽດ ຫາກເຂົາຈະສະແດງອາການໃຈຮ້າຍ, ມີອາລົມຮຸນແຮງ ແລະ ອວດອົ່ງທີ່ສຸດ.  ນອກຈາກນີ້ ການກິນອາຫານທີ່ບໍ່ມີປະໂຫຍດ, ການບໍ່ຮູ້ຈັກອອກກຳລັງກາຍ ລວມເຖິງພຶດຕິກຳຕ່າງໆທີ່ເປັນໂທດຕໍ່ສຸຂະພາບ ແລະ ລະດັບຄວາມເຄັ່ງຄຽດທີ່ເພີ່ມຂຶ້ນຈະສົ່ງຜົນຂ້າງຄຽງຕໍ່ລະບົບການເຜົາຜານ, ອາການດື້ຕໍ່ອິນຊູລິນ, ຕ່ອມໄທຣອຍເຮັດວຽກໜ້ອຍລົງ ແລະ ເຮັດໃຫ້ຕຸ້ຍງ່າຍ. ຂະນະທີ່ ກຳມະພັນ ເຊິ່ງຖືກຖ່າຍທອດຈະເຮັດໃຫ້ຮ່າງກາຍຂອງທ່ານແຂງແຮງ, ອຸດົມສົມບູນ, ມີອາຍຸຍືນ ແລະ ຮູ້ຈັກເບິ່ງໂລກໃນແງ່ດີ.

ເນື່ອງຈາກໝວດເລືອດສາມາດບອກຄວາມສຸ່ມສ່ຽງຂອງພະຍາດໄດ້ ເຊັ່ນ : ບາດແຜໃຄ່ໂພງ ແລະ ພະຍາດຕ່ອມໄທຣອຍ ຜູ້ທີ່ມີໝວດເລືອດໂອມັກຈະມີລະດັບຮໍໂມນໄທຣອຍຕໍ່າ ແລະ ຂາດສານໄອໂອດີນ ເຊິ່ງເປັນສານປະກອບທີ່ຄວບຄຸມຮໍໂມນໄທຣອຍ ແລະອາດເຮັດໃຫ້ເກີດຜົນຂ້າງຄຽງຕ່າງໆ ເຊັ່ນ : ຕຸ້ຍ, ບວມນຳ້ ແລະ ອ່ອນເພຍ ສິ່ງສຳຄັນຄົນໝວດເລືອດໂອຈະມີລະດັບກົດໃນກະເພາະອາຫານຫລາຍກ່ວາໝວດເລືອດອື່ນໆຈົນເປັນສາເຫດຂອງອາການລະຄາຍເຄືອງໃນກະເພາະອາຫານ ແລະ ບາດແຜໃນ ກະເພາະອາຫານ ເປັນຕົ້ນ.

- Visit Laos Visit SALANA BOUTIQUE HOTEL - ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?
- 4 - ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?
- 5 - ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?
- 3 - ໝວດເລືອດໂອພິເສດກ່ວາໝູ່ຍ້ອນຫຍັງ ?
  • 1097 Posts
  • 0 Comments
iLike/LPN/20