ນັກກິລາໄທ ກວາດ 3 ລາຍການ ໃນການແຂ່ງຂັນດອກປິກໄກ່ຊີງແຊ໊ມເບຍລາວອິເຕີເນເຊິນນອລ 2017

- 23379517 691393981071178 1270335522 o - ນັກກິລາໄທ ກວາດ 3 ລາຍການ ໃນການແຂ່ງຂັນດອກປິກໄກ່ຊີງແຊ໊ມເບຍລາວອິເຕີເນເຊິນນອລ 2017
- kitchen vibe - ນັກກິລາໄທ ກວາດ 3 ລາຍການ ໃນການແຂ່ງຂັນດອກປິກໄກ່ຊີງແຊ໊ມເບຍລາວອິເຕີເນເຊິນນອລ 2017

- 23379517 691393981071178 1270335522 o 300x200 - ນັກກິລາໄທ ກວາດ 3 ລາຍການ ໃນການແຂ່ງຂັນດອກປິກໄກ່ຊີງແຊ໊ມເບຍລາວອິເຕີເນເຊິນນອລ 2017
ການແຂ່ງຂັນກິລາດອກປີກໄກ່ລະດັບພາກພື້ນຊີງແຊ໊ມ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2017 ຫລື ລາຍການ BEERLAO INTERNATIONAL SERIES 2017 ຈັດຂຶ້ນລະຫວ່າງວັນທີ 31 ຕຸລາ ເຖິງ 05 ພະຈິກ 2017 ຊີງເງິນລາງວັນລວມ 60 ລ້ານກີບ. ຂະນະທີ່ທັບນັກກິລາ ດອກປີກໄກ່ທີມຊາດໄທ ກວາດແຊ໊ມ 3 ລາຍການ ຈາກປະເພດດ່ຽວຍິງ, ດ່ຽວ ຊາຍ ແລະ ທີມຄູ່ຍິງ.
ພິທີເປີດ-ປິດການແຂ່ງ ຂັນກິລາດອກປີກໄກ່ລະດັບ ພາກພື້ນຊີງແຊ໊ມເບຍລາວ ອິນເຕີເນເຊິນນອລ ຊີຣີ 2017 ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 5 ພະຈິກຜ່ານມາ ທີ່ສະໜາມກິ ລາດອກປີກໄກ່ມິດຕະພາບ ລາວ-ໄທ (ສະໂມສອນເຊດ ຖາ) ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍ ໃຫ້ກຽດເຂົ້າຮ່ວມ ແລະ ມອບ ລາງວັນຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງຫລ້າ ແສງວິ ໄຊ ປະທານສະຫະພັນດອກ ປີກໄກ່ແຫ່ງຊາດ ແລະ ທ່ານ ຄຳສອນ ແພງຣັດຕະນະວົງ ຜູ້ອຳນວຍການຝ່າຍຂາຍ ບໍລິ ສັດ ເບຍລາວ ຈຳກັດ, ຜູ້ຕາງ ໜ້າສະຫະພັນດອກປີກໄກ່ອາຊຽນ, ອາຊີ ແລະ ສາກົນ ພ້ອມ ດ້ວຍບັນດາວິຊາການທີ່ກ່ຽວຂ້ອງ, ກຳມະການຕັດສິນ, ຄູ ເຝິກ, ນັກກິລາ ແລະ ກອງເຊຍ ທັງຊາວລາວ ແລະ ຕ່າງປະ ເທດເຂົ້າຮ່ວມຊົມ ແລະ ເຊຍ ຫຼາຍຮ້ອຍຄົນ.
ໃນພິທີປິດກໍໄດ້ມີການ ແຂ່ງຂັນນັດຊີງຊະນະເລີດໃນຈຳນວນ 5 ລາຍການ ປະ ກອບມີ ປະເພດດ່ຽວຍິງ- ຊາຍ, ທີມຄູ່ຍິງ-ຊາຍ ແລະ ທີມຄູ່ປະສົມ ສຳລັບຄູ່ທີ 1 ປະເພດທີມຄູ່ປະສົມ ທ້າວ ປະລິນຍາວັດ ຄູ່ກັບ ນາງ ກິດ ຕິພັດ ດັບທຸກ ຈາກປະເທດໄທ ໄລ່ເອົາຊະນະ ນາງ ອັບຟີ ນູໂກ ໂຮ ຄູ່ກັບ ທ້າວ ຣີກິນ ອາເມ ເລຍ ຈາກສິງກະໂປ 2-1 ເຊັດ 21-17, 13-21 ແລະ 21-13, ຄູ່ທີ 2 ດ່ຽວຍິງ ເບນ ຍາພາ ອີມສາດ ໄທ ຊະນະ ເທືອງ ລິນ ເນືອງ ສສ ຫວຽດ ນາມ 2-1 ເຊັດ 21-12, 16-21 ແລະ 21-11, ຄູ່ທີ 3 ປະເພດດ່ຽວຊາຍ ນັກກິລາ ໄທເຂົ້າຊີງກັນເອງ ເມກ ນະ ລົງລິດ ເອົາຊະນະ ກັນຕະວັດ ລີລາເວດຊາບັດ 2-1 ເຊັດ 16-21, 21-12 ແລະ 21-12, ຄູ່ທີ 4 ທີມຄູ່ຍິງ ນາງ ກິດຕິພັດ ດັບທຸກ ຄູ່ກັບ ນາງ ນັດໄຊ ແສງໂຊດ ນັກກິລາໄທ ຊະນະ ນາງ ຣີນີ ອາເມເລຍ ນັກກິລາສິງກະໂປ ຈັບຄູ່ກັບ ນາງ ແອນນາ ຊີງ ນັກກິລາມາ ເລເຊຍ 2-0 ເຊັດ 21-11 ແລະ 21-17 ແລະ ຄູ່ທີ 5 ປະ ເພດທີມຄູ່ຊາຍ ໄຈແອນ ຢີ ຄູ່ ກັບ ແຊງ ຕິງ ລິມ ນັກກິລາມາ ເລເຊຍ ຊະນະ ທ້າວ ໂມຮາມັດ ໄຊວອລ ມຸດ ນັກກິລາມາເລ ເຊຍ ຄູ່ກັບ ລູກີ ເອັຟຣີ ນັກກິລາ ສິງກະໂປ 2-1 ເຊັດ 17-21, 21-10 ແລະ 21-14.
ສ່ວນລາງວັນຊະນະເລີດໃນຄັ້ງນີ້ ອັນດັບທີ 1 ປະເພດ ດ່ຽວຍິງ-ຊາຍ ໄດ້ຮັບຫລຽນ ຄຳ ພ້ອມເງິນລາງວັນ 5 ລ້ານ ກວ່າກີບ ຫລື ປະມານ 600 ໂດລາ, ທີ 2 ໄດ້ຮັບຫລຽນເງິນ ແລະ ເງິນລາງວັນເກືອບ 3 ລ້ານກີບ ຫລື ປະມານ 302 ໂດລາ ແລະ ປະເພດທີມຄູ່ ຍິງ-ຊາຍ ແລະ ທີມຄູ່ປະສົມ ທີ 1 ໄດ້ຮັບ ຫລຽນຄຳ ແລະ ເງິນ ສົດ 5 ລ້ານກວ່າກີບ ແລະ ທີ 2 ໄດ້ຮັບຫລຽນເງິນ ແລະ ເງິນ ລາງວັນເກືອບ 2 ບ້ານກີບ. ລາຍການນີ້ ໄດ້ຮັບການສະ ໜັບສະໜູນຫລັກຈາກ ບໍລິສັດ ເບຍລາວ ຈຳກັດ 155 ລ້ານ ກີບ ໂດຍມີນັກກິລາເຂົ້າຮ່ວມ 200 ກວ່າຄົນ ຈາກ 9 ປະ ເທດ ເພື່ອເກັບຄະແນນສະສົມ ອັນດັບໂລກ ເຊັ່ນ: ໄທ, ມາເລ ເຊຍ, ອິນໂດເນເຊຍ, ສິງກະ ໂປ, ຫວຽດນາມ, ມຽນມາ, ກໍາປູເຈຍ, ບາເຣນ ແລະ ສປປ ລາວ ເຈົ້າພາບ ສະເພາະລາວ ສົ່ງເຂົ້າຮ່ວມຊີງໄຊ 24 ຄົນ, ຍິງ 6 ຄົນ ລົງແຂ່ງຂັນ ດ່ຽວ ຊາຍ 9 ຄົນ, ດ່ຽວຍິງ 2 ຄົນ, ຄູ່ຍິງ 3 ຄູ່, ຄູ່ຊາຍ 8 ຄູ່ ແລະ ຄູ່ ປະສົມ 4 ຄູ່, ໃນນີ້ ທັບນັກກິ ລາລາວ ໄດ້ຜ່ານເຂົ້າໄປຫລິ້ນ ພຽງຮອບ 16 ຄົນ ແລະ 16 ທີມສຸດທ້າຍເທົ່ານັ້ນ.

- 4 - ນັກກິລາໄທ ກວາດ 3 ລາຍການ ໃນການແຂ່ງຂັນດອກປິກໄກ່ຊີງແຊ໊ມເບຍລາວອິເຕີເນເຊິນນອລ 2017
- Visit Laos Visit SALANA BOUTIQUE HOTEL - ນັກກິລາໄທ ກວາດ 3 ລາຍການ ໃນການແຂ່ງຂັນດອກປິກໄກ່ຊີງແຊ໊ມເບຍລາວອິເຕີເນເຊິນນອລ 2017
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!