ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ

ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ - 456414 - ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ
ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ - kitchen vibe - ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ

ໃນເວລາໂອ້ລົມຕໍ່ກອງປະຊຸມ 4 ພາກສ່ວນ ລະຫວ້າງ ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VII ວັນທີ 21 ສິງຫາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ຊີ້ໃຫ້ 4 ພາກສ່ວນດຳເນີນຄະດີຕາມຂະບວນຍຸຕິທໍາ ນັບແຕ່ຂັ້ນຕອນການສືບສວນ-ສອບສວນ, ການຕິດຕາມກວດກາ ແລະ ສັ່ງຟ້ອງຂຶ້ນສານ, ການພິຈາລະນາຕັດສິນຂອງສານ ແລະ ການປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ພ້ອມທັງ, ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາສຳຄັນຄື:

ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ

1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ (ເຈົ້າໜ້າທີ່ຕໍາຫລວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານ) ໃຫ້ມີນໍ້າໃຈຮັກຊາດ, ຮັກປະຊາຊົນ ແລະ ຮັກຄວາມຍຸຕິທໍາຢ່າງແທ້ຈິງ, ຮັກສາຈັນຍາບັນ, ຈັນຍາທໍາ, ຄວາມບໍລິສຸດສັດຊື່ ຕໍ່ພັກ, ຕໍ່ລັດ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ;

2. ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເພື່ອສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ; ສຸມໃສ່ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ;

3. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ສະບັບເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2021 ວ່າດ້ວຍການຍົກສູງປະສິດທິພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເປັນນິຕິກໍາ ແລະ ລະບຽບການທີ່ລະອຽດ, ຈະແຈ້ງ ແລະ ຊັດເຈນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ທັນກັບສະພາບການ;

4. ເອົາໃຈໃສ່ປັບປຸງແບບແຜນ, ກົນໄກປະສານງານໃນການດໍາເນີນຄະດີຢູ່ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນຂອງການດໍາເນີນຄະດີ, ປະຕິບັດຕາມກົດໝາຍກໍານົດ ຢ່າງເຄັ່ງຄັດ;

5. ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໃນສັງຄົມ ເພື່ອໃຫ້ປະຊາຊົນຮັບຮູ້-ເຂົ້າໃຈກົດໝາຍ, ຍົກສູງສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ;

6. ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງລັດ, ຂອງພົນລະເມືອງ; ຮັບປະກັນສິດເສລີພາບ ແລະ ຊິວິດຂອງພົນລະເມືອງຢູ່ໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທໍາ.

ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ - 45631 1024x633 - ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ

ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ - 4 - ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ມີຄຸນນະພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!