ປີໂລ ປະກາດອຳລາວົງການບານເຕະແລ້ວ

- CiHZjUdJ5HPNXJ92GP70gIK0KaYeoGDI8j - ປີໂລ ປະກາດອຳລາວົງການບານເຕະແລ້ວ
- kitchen vibe - ປີໂລ ປະກາດອຳລາວົງການບານເຕະແລ້ວ

- CiHZjUdJ5HPNXJ92GP70gIK0KaYeoGDI8j 300x169 - ປີໂລ ປະກາດອຳລາວົງການບານເຕະແລ້ວ
ອັນເດຣຍ ປີໂລ ປະກາດ ອຳລາວົງການບານເຕະຢ່າງ ເປັນທາງການແລ້ວ ຫຼັງລົງ ຫຼ້ິນເກມສຸດທ້າຍໃຫ້ກັບ ນິວ ຢອກ ຊິຕີ ຕົ້ນສັງກັດໃນການ ແຂ່ງຂັນເມເຈີລີກ ສະຫະລັດ ໄປຮຽບຮ້ອຍ ໂດຍສັນຍາ ຂອງລາວກັບຕົ້ນສັງກັດປັດຈຸ ບັນຈະໝົດລົງໃນທ້າຍເດືອນ ທັນວານີ້.
ປີໂລ ອາຍຸ 38 ປີ ເລີ່ມ ຄ້າແຄ່ງກັບ ເບຣສຊາ ແລະ ຕິດທີມຊາດອິຕາລີ ເຖິງ 116 ນັດ ລວມທັງເປັນກຳລັງສຳ ຄັນໃນການພາ ອິຕາລີ ໄດ້ ແຊ໊ມບານໂລກ 2006 ນຳ ອີກ. ນອກຈາກນີ້ລາວຍັງເຄີຍ ໄດ້ແຊ໊ມ ເຊເຣຍອາ 6 ສະໄໝ ແລະ ແຊ໊ມປຽນລີກ ອີກ 2 ສະ ໄໝ ລະຫວ່າງທີ່ລົງຫຼິ້ນກັບ ອິນ ເຕີ ມິລານ, ເອຊີ ມິລານ ແລະ ຢູເວນຕຸສ ນຳອີກ ກ່ອນຈະ ຍ້າຍໄປຫຼິ້ນໃນ ສະຫະລັດ ໃນ ປີ 2015.
“ຂ້ອຍຢາກຂໍຂອບໃຈ ທຸກຄົນທີ່ມີນ້ຳໃຈ ແລະ ຊ່ວຍ ຂ້ອຍມາຕະຫຼອດໃນເມືອງທີ່ດີເດັ່ນແຫ່ງນີ້ ຂ້ອຍຢາກໃຊ້ໂອ ກາດນີ້ຂໍຂອບໃຈຄອບຄົວ ຂອງຂ້ອຍ ແລະ ລູກໆສຳລັບ ຄວາມຮັກທີ່ມີໃຫ້ຂ້ອຍຕະ ຫຼອດມາ ຂ້ອຍຢາກຂໍຂອບ ໃຈ ໝູ່ຮ່ວມທີມ ແລະ ທຸກຄົນ ທີ່ ເຮັດໃຫ້ຂ້ອຍມີອາຊີບທີ່ດີເດັ່ນ ຂ້ອຍຂໍຂອບໃຈກອງເຊຍທົ່ວ ໂລກທີ່ສະໜັບສະໜູນຂ້ອຍມາຕະຫຼອດ ພວກເຈົ້າຈະຢູ່ຄຽງ ຂ້າງຂ້ອຍ ແລະ ຢູ່ໃນໃຈຂອງ ຂ້ອຍຕະຫຼອດໄປ” ປີໂລ ກ່າວ.

- 4 - ປີໂລ ປະກາດອຳລາວົງການບານເຕະແລ້ວ
- Visit Laos Visit SALANA BOUTIQUE HOTEL - ປີໂລ ປະກາດອຳລາວົງການບານເຕະແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!