ສີໂຄດຕະບອງສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ


ເມື່ອມໍ່ໆມານີ້, ເມືອງສີໂຄດ ຕະບອງນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເປີດຂະບວນ ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການຮັກ ນະຄອນຫລວງວຽງຈັນ ເພື່ອ ຕ້ອນຮັບປີທ່ອງທ່ຽວ 2018 ໂດຍ ການເຂົ້າຮ່ວມຂອງທ່ານ ນາງ ພູ ວຽງ ແກ້ວວົງວິຈິດ ເຈົ້າເມືອງ ດັ່ງກ່າວ, ພ້ອມດ້ວຍພະນັກງານ ແລະ ນາຍບ້ານຕ່າງໆເຂົ້າຮ່ວມ ຢ່າງພ້ອມພຽງ.
+ ລາວຕ້ອນຮັບຂະບວນລົດ “ຄາລາວານສື່ສານວັດທະນາທໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ”
+ ສຳເລັດການຝຶກອົບຮົມວຽກງານພັດທະນາຊັບພະຍາກອນແຮ່ທາດ
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງ ການຜ່ານບົດສະຫລຸບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ ໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນການຕໍ່ໜ້າຈາກຫົວ ໜ້າຫ້ອງການພາຍ ໃນເມືອງ, ຈາກນັ້ນບັນດາຫົວໜ້າຫ້ອງ ການຕ່າງໆ ກໍໄດ້ພັດປ່ຽນກັນຂຶ້ນ ປະກອບຄຳຄິດເຫັນຕໍ່ວຽກງານ ເຊັ່ນ: ການຈັດເກັບລາຍຮັບເຂົ້າ ງົບປະມານຂອງເມືອງສົກປີ 2017 ໃຫ້ບັນລຸເປົ້າໝາຍ, ການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມໄລຍະຜ່ານມາ, ວຽກງານຈັດ ສັນຄວາມເປັນລະບຽບຮຽບ ຮ້ອຍຕິດພັນກັບການປັບປຸງເສັ້ນ ທາງພາຍໃນເມືອງຂອງຕົນ, ໂດຍສະເພາະຂໍ້ມູນການລະດົມ ທຶນກໍ່ສ້າງສ້ອມແປງທາງຮ່ວມ ພາຍໃນບ້ານດົງນາໂຊກໃຕ້ ແລະ ບ້ານ ໂພນສະຫວາດ ໃຫ້ສຳເລັດ ຕອນທ້າຍຂອງກອງປະຊຸມຄະ ນະພັກເມືອງຫົວໜ້າ ຫ້ອງການຕ່າງໆ ແລະ ຫົວໜ້າ ປກສ ກຸ່ມ ນາຍບ້ານຕ່າງໆໃນທົ່ວເມືອງ ກໍພ້ອມໃຈກັນຂຶ້ນຈັບມືປະຕິບັດ ຂໍ້ແຂ່ງຂັນດັ່ງກ່າວໃຫ້ປະສົບຜົນສຳເລັດ.