ອິດສະລາແອນ-ຮາມັດ ເຫັນພ້ອມເຂດປອດໄພຊົ່ວຄາວຢູ່ກາຊາ ໃຫ້ມີການແຈກວັກຊີນປ້ອງກັນໂປລິໂອ

ອິດສະລາແອນ ແລະ ກຸ່ມຮາມັດ ຢືນຢັນໃຫ້ການຮ່ວມມືກັບອົງການອະນາໄມໂລກ ກໍານົດເຂດປອດຊົ່ວຄາວຢູ່ເຂດກາຊາ ເພື່ອໃຫ້ໜ່ວຍງານມະນຸດສະທໍາແຈກຢາຍວັກຊີນປ້ອງກັນໂປລິໂອໃຫ້ເດັກຫລາຍແສນຄົນ.
ວັນທີ 30 ສິງຫາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ອອກຖະແຫລງການກ່ຽວກັບການບັນລຸຂໍ້ຕົກລົງຮ່ວມກັບອິດສະລາແອນ ແລະ ກຸ່ມຮາມັດ ໃນການກໍານົດພື້ນທີ່ປອດໄພໃນ 3 ເຂດຂອງເຂດກາຊາຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ເປັນເວລາ 3 ວັນ ເພື່ອໃຫ້ສາມາດມີການແຈກຢາຍກວັກຊີນປ້ອງກັນພະຍາດໂປລິໂອໃຫ້ເດັກອາຍຸຕໍ່າກວ່າ 10 ປີ ປະມານ 640,000 ຄົນ ຢູ່ເຂດກາຊາ ລະຫວ່າງເວລາ 06:00-15:00 ໂມງ ຕາມເວລາທ້ອງຖິ່ນຂອງແຕ່ລະວັນ ເລີ່ມແຕ່ວັນທີ 1 ກັນຍານີ້.
WHO ລາຍງານໃນອາທິດຜ່ານມາວ່າ: ເດັກອາຍຸ 10 ເດືອນຄົນໜຶ່ງຢູ່ເຂດກາຊາມີອາການບໍ່ສະບາຍຈາກພະຍາດໂປລິໂອຈາກເຊື້ອໄວຣັສສາຍພັນທີ 2 ຖືເປັນຄັ້ງທໍາອິດໃນຮອບ 25 ປີ ທີ່ມີການຢືນຢັນຜູ້ຕິດເຊື້ອພະຍາດໂປລິໂອຢ່າງເປັນທາງການຢູ່ເຂດກາຊາ.
ກະຊວງການຕ່າງປະເທດອິດສະລາແອນອອກຖະແຫລງການຢືນຢັນການບັນລຸຂໍ້ຕົກລົງດັ່ງກ່າວກັບ WHO ແລະ ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນີເຊັບ). ຂະນະທີ່ກຸ່ມຮາມັດອອກຖະແຫລງການວ່າ: ສະໜັບສະໜູນການຢຸດຍິງເພື່ອມະນຸດສະທໍາຢູ່ເຂດກາຊາ.
ເຖິງຢ່າງໃດກໍຕາມ, ການເຈລະຈາເພື່ອຫາທາງຢຸດຍິງຄັ້ງໃໝ່ຢູ່ເຂດກາຊາ ໂດຍມີກາຕາ, ອີຢິບ ແລະ ອາເມລິກາເປັນຄົນກາງ ໃນກາງເດືອນນີ້ ບໍ່ມີຄວາມຄືບໜ້າຫລາຍ ຈາກການທີ່ຄະນະຜູ້ແທນເຈລະຈາຂອງກຸ່ມຮາມັດຢືນຢັນປະຕິເສດເງື່ອນໄຂໃໝ່ ເຊິ່ງລວມທັງການທີ່ອິດສະລາແອນຈະຍັງປະຈໍາການທະຫານບາງສ່ວນໄວ້ຕາມແນວຊາຍທາງໃຕ້ຂອງເຂດກາຊາ ເຊິ່ງຕິດກັບອີຢິບ ແລະ ເງື່ອນໄຂປະກອບການປ່ອຍຕົວປະກັນຢູ່ເຂດກາຊາ ແລກກັບການປ່ອຍນັກໂທດຊາວປາແລັສຕິນອອກຈາກຄຸກຂອງອິດສະລາແອນ.