IS ບຸກໂຈມຕີສະຖານີໂທລະພາບກາບູນ

ຄົນຮ້າຍປອມເປັນຕຳຫລວດບຸກໂຈມຕີສະຖານີໂທລະພາບເອກະຊົນຢູ່ນະຄອນຫລວງກາບູນ ປະເທດອັບການິດສະຖານ ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກຫລາຍຄົນ ຝີມືກຸ່ມຫົວຮຸນແຮງ IS ກ່ອນກຳລັງໜ່ວຍປະຕິບັດການພິເສດຈະບຸກໂຈມຕີເຂົ້າຊ່ວຍເຫລືອຄົນໃນອາຄານສະຖານີໂທລະພາບໄດ້ສຳເລັດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກາບູນ ປະເທດອັບການິດສະຖານ ໃນວັນທີ 7 ພະຈິກວ່າ: ເກີດເຫດຄົນຮ້າຍຈຳນວນໜຶ່ງປອມເປັນຕຳຫລວດ ພ້ອມອາວຸດປືນ ແລະ ລະເບີດ ບຸກໂຈມຕີສະຖານີໂທລະພາບເອກະຊົນ “ຊາມຊາດ ທີວີ” ຢູ່ນະຄອນຫລວງກາບູນ ໃນວັນທີ 7 ພະຈິກ ເຊິ່ງປະຕິບັດການໂຈມຕີດັ່ງກ່າວ ກຸ່ມຫົວຮຸນແຮງ IS ອອກມາອ້າງຄວາມຮັບຜິດຊອບ. ເຫດການຜ່ານໄປປະມານ 3 ຊົ່ວໂມງ ກ່ອນໜ່ວຍປະຕິບັດການພິເສດຂອງກອງທັບອັບການິດສະຖານຈະບຸກເຂົ້າຊ່ວຍເຫລືອຄົນໃນອາຄານສະຖານີໂທລະພາບດັ່ງກ່າວໄດ້ສຳເລັດ.
ກຸ່ມຫົວຮຸນແຮງ IS ໄດ້ອອກຖະແຫລງການຜ່ານທາງສຳນັກຂ່າວອາມັກ ອ້າງຄວາມຮັບຜິດຊອບເຫດໂຈມຕີ, ສ່ວນກຸ່ມຕາລີບັນອອກຖະແຫລງການຜ່ານທາງທະວິດເຕີກ່ອນໜ້ານີ້ ໂດຍປະຕິເສດວ່າບໍ່ມີສ່ວນກ່ຽວຂ້ອງໃດໆ.