ກອງພົນທີ 5 ກະຊວງປ້ອງກັນປະເທດ ມອບເງິນຊ່ວຍເຫລືອໄພພິບັດ ຈຳນວນ 37 ລ້ານກີບ

ພິທີມອບ-ຮັບເງິນຊ່ວຍເຫລືອ ຈຳນວນ 37 ລ້ານກີບ, ໄດ້ມີຂຶ້ນໃນວັນທີ 8 ພະຈິກນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລະຫວ່າງທ່ານ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງດັ່ງກ່າວ ແລະ ທ່ານ ບຸນທັນ ມາບຸດສະດີ ຫົວໜ້າການເມືອງກອງພົນທີ 5, ກະຊວງປ້ອງກັນປະເທດ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ, ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ, ເພື່ອສ້າເງື່ອນໄຂໃຫ້ເຂົາເຈົ້າໄດ້ປົວແປງຊີວິດການເປັນຢູ່ຂອງຕົນກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫລືອດັ່ງກ່າວ, ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຫົວໜ່ວຍທຸລະກິດ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ປະກອບສ່ວນຊ່ວຍເຫລືອໄພພິບັດດັ່ງກ່າວດ້ວຍ.