5 ອາຫານທີ່ແມ່ຄວນກຽມເພື່ອບຳລຸງງສາຍຕາໃຫ້ລູກ
November 9, 2017 - 4:08 PM


- ຜັກຕຳນິນ : ເປັນຜັກທີ່ດີທີ່ສຸດໃນເລື່ອງຂອງການບຳລຸງສາຍຕາລູກ ເພາະຜັກນິນມີວິຕາມິນອາ ແລະ ເບຕ້າແຄໂຣທີນສູງ ຈຶ່ງສາມາດຊ່ວຍໃນການກອງແສງ ແລະ ປ້ອງກັນຄວາມເສຍຫາຍຈາກແສງໃຫ້ກັບດວງຕາລູກໄດ້. ນອກຈາກນີ້ ຍັງຊ່ວຍບຳລຸງ ກະດູກ ແລະ ແຂ້ວໃຫ້ແຂງແຮງນຳອີກ ຮູ້ແບບນີ້ກໍຢ່າລືມເຮັດແກງຈືດຜັກຕຳນິນໃຫ້ລູກກິນເປັນປະຈຳ ຫລື ຈະເອົາຜັກຕຳນິນບົດໃສ່ອາຫານເສີມໄປນຳກໍໍເປັນອີກທາງເລືອກທີ່ດີຄືກັນ.
- ຫົວກະຫລົດ : ມີສັບພະຄຸນທີ່ດີຕໍ່ດວງຕາບໍ່ຕ່າງຈາກຜັກຕຳນິນ ເພາະອຸດົມໄປດ້ວຍເບຕ້າແຄໂຣທີນ ແລະ ວິຕາມິນອາທີ່ຊ່ວຍໃນການບຳລຸງສາຍຕາ ແຕ່ຄວາມແຕກຕ່າງແມ່ນຫົວກະຫລົດຍັງຊ່ວຍປ້ອງກັນແຊນຜິວບໍ່ໃຫ້ຖືກທຳລາຍຈາກແສງແດດໄດ້ ເອີ້ນວ່າກິນຫົວກະຫລົດຢ່າງດຽວຮັກສາໄດ້ຫລາຍຢ່າງ ທັງຍັງກິນງ່າຍນຳອີກ.
- ໝາກຫຸ່ງ : ແນ່ນອນວ່າເປັນໝາກໄມ້ໃນລາຍການທີ່ພໍ່ແມ່ຫລາຍໆຄົນເອົາມາໃຊ້ໃນການລ້ຽງລູກແນ່ນອນ ເພາະໝາກຫຸ່ງ ມີຄວາມຫວານ ແລະ ຍັງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີນຳ, ແຕ່ນອກຈາກເລື່ອງຂອງລະບົບຂັບຖ່າຍແລ້ວ ໝາກຫຸ່ງກໍໍຊ່ວຍໃນເລື່ອງຂອງການບຳລຸງສາຍຕາໄດ້ດີບໍ່ໜ້ອຍກ່ວາກັນ ຮູ້ແບບນີ້ແລ້ວຕ້ອງຊື້ມາໃສ່ຕູ້ເຢັນໄວ້.
- ໝາກອຶ : ກໍເປັນຜັກສາລະ ພັດປະໂຫຍດອີກຊະນິດໜຶ່ງທີ່ອຸດົມໄປດ້ວຍວິຕາມິນອາ, ມີລູທີນທີ່ຊ່ວຍປ້ອງກັນການເສື່ອມສະພາບຂອງດວງຕາ, ມີກາກໄຍທີ່ຊ່ວຍໃນການຂັບຖ່າຍ ແລະ ຍັງມີສານຕ້ານອະນຸມູນອິດສະລະທີ່ຊ່ວຍສ້າງພູມຕ້ານທານໃຫ້ກັບຮ່າງກາຍ ແລະ ຕ້ານມະເຮັງໄດ້ຢ່າງມີປະສິດທິພາບ ຈະເອົາມາຂົ້ວໃສ່ໄຂ່ ຫລື ຈະບົດໃຫ້ລູກກິນກໍດີ.
- ຜັກບົ້ງ : ສຸດທ້າຍຜັກທີ່ຊ່ວຍບຳລຸງສາຍຕາທີ່ທຸກຄົນຮູ້ຈັກກັນດີກໍແມ່ນຜັກບົ້ງທີ່ີມີວິຕາມິນອາຫລາຍຄືກັບຜັກຊະນິດອື່ນໆ ເຊິ່ງສາມາດເຮັດໃຫ້ລູກຂອງທ່ານເບິ່ງເຫັນໄດ້ຢ່າງຈະແຈ້ງ ແມ່ນແຕ່ໃນຕອນກາງຄືນ ແລະ ຊ່ວຍຫລຸດຄວາມສ່ຽງທີ່ຈະເຮັດໃຫ້ລູກມີສາຍຕາສັ້ນນຳອີກ, ແຕ່ອາດຈະຕ້ອງລໍຖ້າໃຫ້ລູກໃຫຍ່ກ່ອນຈຶ່ງຈະກິນໄດ້ ເພາະຜັກບົ້ງມີກິ່ນຂິວເປັນເອກະລັກທີ່ອາດເຮັດໃຫ້ເດັກນ້ອຍຝັງໃຈໄດ້ ຖ້າຫາກຖືກບັງຄັບໃຫ້ກິນ.
ກໍຫວັງວ່າພໍ່ແມ່ທີ່ໄດ້ອ່ານບົດຄວາມນີ້ຈະໃຫ້ຄວາມສົນໃຈກັບການບຳລຸງສາຍຕາລູກຫລາຍຍິ່ງຂຶ້ນ ໂດຍການເອົາ 5 ວັດຖຸດິບ ເຫລົ່ານີ້ມາປຸງແຕ່ງເປັນອາຫານ ຍິ່ງຖ້າໃຜສາມາດເຮັດອາຫານໄດ້ຫລາກຫລາຍ ກໍຍິ່ງໄດ້ປະໂຫຍດຫລາຍດ້ານໄປນຳ.