ຢາກເວົ້າພາສາເກັ່ງຕ້ອງຮຽນຮ້ອງເພງກ່ອນ

- 020811 2017 - ຢາກເວົ້າພາສາເກັ່ງຕ້ອງຮຽນຮ້ອງເພງກ່ອນ
- kitchen vibe - ຢາກເວົ້າພາສາເກັ່ງຕ້ອງຮຽນຮ້ອງເພງກ່ອນ

ວາລະສານວິຊາການຄວາມຈື່ຈຳ ແລະ ສະຕິປັນຍາໄດ້ ແນະນຳວ່າ : ຖ້າຢາກເວົ້າພາສາຕ່າງປະເທດໄດ້ຄ່ອງແຄ້ວ ຄວນຈະຝຶກຮ້ອງເພງພາສານັ້ນໃຫ້ໄດ້ກ່ອນ.

ວາລະສານກ່າວວ່າ : ໂຮງຮຽນດົນຕີຂອງມະຫາວິທະຍາໄລ ເອດິນເບີກ ເປັນຜູ້ຄົ້ນພົບເຄັດລັບຂະນະສອນພາສາຮົງກາຣີ ຄູໄດ້ພົບໃນການສອນວ່າຖ້າໃຫ້ນັກຮຽນຝຶກຮ້ອງເພງພາສາຮົງກາຣີກ່ອນ ຈະຊ່ວຍໃຫ້ເວົ້າໄດ້ໄວຂຶ້ນດີກ່ວາທີ່ຈະສອນໃຫ້ຝຶກເວົ້າວະລີສັ້ນໆກ່ອນດັ່ງທີ່ເຄີຍເຮັດກັນຢູ່.

ຄະນະຄູອ້າງເຫດຜົນທີ່ເລືອກສອນພາສາຮົງກາຣີ ວ່າ : ຍ້ອນເປັນພາສາທີ່ຖືວ່າຮຽນຍາກສຳລັບຜູ້ທີ່ຮູ້ພາສາອັງກິດ ມັນມີໂຄງ ສ້າງ ແລະ ລະບົບສຽງອ່າວໜັກໄປທາງພາສາເຢຍລະມັນ ຫລື ໂຣມັນ.

ດຣ. ຄາເນເອັມ ລຸດເກດ ຫົວໜ້າຄະນະຜູ້ສຶກສາອະທິບາຍວ່າ :  ການສຶກສາໃນເທື່ອນີ້ຖືເປັນຫລັກຖານທີ່ສະແດງໃຫ້ເຫັນວ່າວິທີຟັງ ແລະ ຮ້ອງນຳເປັນວິທີສອນພາສາຕ່າງປະເທດທີ່ດີສຸດ, ເຂົ້າໃຈວ່າທຳນອງເພງຄົງໄປຊ່ວຍກະຕຸ້ນຄວາມຈື່ຈຳ ເຮັດໃຫ້ຄິດເຖິງຄຳສັບ ແລະ ວະລີພາສາຕ່າງປະເທດອອກໄດ້ ເພາະການຈະຮ້ອງເພງໆໜຶ່ງໄດ້ ຈະຕ້ອງຈື່ຈຳຄຳເວົ້າ ຫລື ເນື້ອໃນຂອງເພງ ບວກກັບທຳນອງຂອງເພງທີ່ເກາະກ່າຍກັນຈົນເກີດຄວາມມ່ວນ ແລະ ເພີດເພີນໄປກັບສຽງເພງ ເຊິ່ງກໍເປັນຜົນກຳໄລທີ່ຊ່ວຍໃຫ້ການຝຶກພາສາຕ່າງປະເທດເປັນເລື່ອງງ່າຍຂຶ້ນ ເພາະ ຖືເປັນການຝຶກຄວາມຈື່ຈຳໄປໃນໂຕ ເມື່ອສາມາດຮ້ອງເພງພາສາ ຕ່າງປະເທດໄດ້ ກໍແນ່ນອນວ່າການເວົ້າພາສາຕ່າງປະເທດໃຫ້ຄ່ອງແຄ້ວກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ. ຮູ້ແບບນີ້ແລ້ວ ທ່ານກໍສາ ມາດນຳເອົາເຕັກນິກນີ້ມານຳໃຊ້ເຂົ້າໃນການຮຽນພາສາຕ່າງປະເທດຂອງທ່ານ ຫລື ເອົາໄປສອນລູກຫລານກໍໄດ້ຄືກັນ.

- 5 - ຢາກເວົ້າພາສາເກັ່ງຕ້ອງຮຽນຮ້ອງເພງກ່ອນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!