ສົກສຶກສາ 2016-2017 ນັກສຶກສາມະຫາວິທະຍາໄລແຫ່ງຊາດໄດ້ກຽດນິຍົມເພີ່ມຂຶ້ນ 23,5%

ໃນວັນທີ 8 ພະຈິກນີ້, ມະຫາ ວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ສະຫຼຸບຜົນສຳເລັດຊຸດຮຽນ ຂອງ ນັກສຶກສາ ຮຸ່ນທີ 17 ປະຈຳສົກ ຮຽນ 2016-2017 ຂຶ້ນ, ໂດຍ ການເຂົ້າຮ່ວມຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ, ທ່ານ ສົມສີ ຍໍພັນໄຊ ວ່າການອະ ທິການບໍດີ ມະຫາວິທະຍາໄລ ແຫ່ງຊາດ, ມີຫົວໜ້າກົມ, ຮອງ ກົມ, ຫົວໜ້າຫ້ອງການ, ຜູ້ອຳ ນວຍການສະຖາບັນຫໍສະໝຸດ ກາງ ພ້ອມດ້ວຍພະນັກງານຄູ- ອາຈານ ແລະ ນັກສຶກສາເຂົ້າຮ່ວມ ຢ່າງຫຼວງຫຼາຍ.
+ ງານພົບປະສັງສັນອະດີດນັກສຶກສາຫວຽດນາມ ແລະ ຄູອາຈານ ມຊ
+ ກຽມສົ່ງນັກກິລາລາວເຂົ້າແຂ່ງຂັນດຶງເຊືອກນັກຮຽນອາຊຽນຄັ້ງທີ
ທ່ານ ອຸດົມ ພອນຄຳເພັງ ຮອງອະທິການບໍດີມະຫາ ວິທະ ຍາໄລແຫ່ງຊາດ ຜ່ານບົດສະຫຼຸບ ວ່າ: ມະຫາວິທະຍາໄລແຫ່ງຊາດ ເປັນສະຖາບັນກາສຶກສາຊັ້ນສູງ ລະດັບຊາດ ເປັນບ່ອນກໍ່ສ້າງຊັບ ພະຍາກອນມະນຸດໃຫ້ມີຄວາມ ຮູ້ຄວາມສາມາດມີຄຸນສົມບັດ ສິນທຳປະຕິບັດ ແລະ ມີຄວາມ ສີວິໄລ ທາງດ້ານຈິດໃຈ ຕອບ ສະໜອງ ນັກວິຊາການທີ່ມີຄຸນ ນະພາບ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ໄດ້ດຳເນີນການ ຮຽນ-ການ ສອນ ຫຼາຍລະດັບ ໃນ 171 ຫຼັກສູດຄື: ປະລິນຍາ ເອກ 3 ຫຼັກສູດ, ປະລິນຍາໂທ 44 ຫຼັກສູດ, ປະລິນຍາຕີ 100 ຫຼັກສູດ, ລະບົບ 4 ປີ 98 ຫຼັກ ສູດ, 5 ປີ 1 ຫຼັກສູດ ແລະ 6 ປີ 1 ຫຼັກສູດ ແລະ ຫຼັກສູດຕໍ່ເນື່ອງ ປະລິນຍາຕີ 23 ຫຼັກສູດ ແລະ ອະນຸປະລິນຍາຕີ 1 ຫຼັກສູດ.
ສຳລັບສົກຮຽນ 2016-2017 ມີພະນັກງານ ຄູ-ຈານ ທັງໝົດຈຳນວນ 1.892 ຄົນ, ຍິງ 864 ຄົນ, ໃນນັ້ນ, ມີພະນັກ ງານບໍລິຫານ 351 ຄົນ, ຍິງ 217 ຄົນ ຄູ-ອາຈານ 1.511 ຄົນ, ຍິງ 647 ຄົນ ແລະ ມີນັກສຶກ ສາທັງໝົດ 21.247 ຄົນ, ຍິງ 9.047 ຄົນ, ນັກສຶກສາໃນແຜນ 4.802 ຄົນ, ຍິງ 2.272 ຄົນ, ນັກສຶກສາຕ່າງປະເທດ 214 ຄົນ, ຍິງ 79 ຄົນ, ນັກສຶກສາ ຈ່າຍຄ່າຮຽນ 16.445 ຄົນ, ຍິງ 6.775 ຄົນ, ນັກສຶກສາຕ່າງ ປະເທດ 248 ຍິງ 93 ຄົນ. ໃນ ຈຳນວນດັ່ງກ່າວ ມີນັກສຶກສາ ປີສຸດທ້າຍແຕ່ລະດັບຈຳນວນ 6.495 ຄົນ, ຍິງ 2.583 ຄົນ, ໃນນັ້ນ, ມີນັກສຶກສາໄດ້ກຽດ ນິຍົມຈຳນວນ 46 ຄົນ, ຍິງ 25 ຄົນ (ເທົ່າກັບ 54,34%) ທຽບ ໃສ່ປີ ຜ່ານມາ ເພີ່ມຂຶ້ນ 23,5%, ນອກຈາກນີ້. ຍັງມີນັກສຶກສາ ທີ່ມີຜົນງານດີເດັ່ນຮອບດ້ານຈຳ ນວນ 610 ຄົນ, ຍິງ 203 ຄົນໃນ ນັ້ນດີເດັ່ນການຮຽນ 516 ຄົນ, ດີ ເດັ່ນເຄື່ອນ ໄຫວກິດຈະກຳ 89 ຄົນ, ດີເດັ່ນ ການເຄື່ອນໄຫວດ້ານ ກິລາ175 ຄົນ ທີ່ໄດ້ຮັບການ ຍ້ອງຍໍຂັ້ນມະຫາວິທະຍາໄລ ແລະ ຂັ້ນຄະນະວິຊາ.