3 ຄຸນປະໂຫຍດເດັ່ນທີ່ຈະໄດ້ຈາກນ້ຳເຕົ້າຫູ້

- 031011 2017 - 3 ຄຸນປະໂຫຍດເດັ່ນທີ່ຈະໄດ້ຈາກນ້ຳເຕົ້າຫູ້
- kitchen vibe - 3 ຄຸນປະໂຫຍດເດັ່ນທີ່ຈະໄດ້ຈາກນ້ຳເຕົ້າຫູ້

– ນຳ້ໜັກຫລຸດລົງ : ທຳອິດຫາກທ່ານມີນຳ້ໜັກປະມານ 53 ກິ ໂລ, ແຕ່ຫລັງຈາກຫລຸດປະລິມານເຂົ້າແລງລົງ ແລ້ວປ່ຽນມາກິນນຳ້ເຕົ້າຫູ້ແທນ ນຳ້ໜັກຂອງທ່ານຈະຫລຸດລົງເຫລືອພຽງແຕ່ 50 ກິໂລ  ແລະ ຕ້ອງກິນໂດຍບໍ່ໃສ່ນຳ້ຕານ ຫລື ຈະໃຫ້ດີຄວນກິນນຳ້ເຕົ້າຫູ້ທີ່ມີແກ່ນຜັກອິຕູ່ນຳ ຈະຊ່ວຍໃຫ້ອີ່ມທ້ອງໄດ້.

– ສຸຂະພາບຜິວດີຂຶ້ນ : ອາດຈະເຫັນຜົນບໍ່ໄວເທົ່າໃດ ເພາະມີສີຜິວໃນລະດັບກາງໆ ບໍ່ຂາວບໍ່ດຳ ຫລັງຈາກທີ່ກິນນຳ້ເຕົ້າຫູ້ນຳ້ໜັກຈະຫລຸດລົງເລື້ອຍໆ ປະມານ 1 ເດືອນ ຈະສັງເກດເຫັນວ່າຜິວມີລະດັບຂາວຂຶ້ນ ແລະ ກ້ຽງຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - 3 ຄຸນປະໂຫຍດເດັ່ນທີ່ຈະໄດ້ຈາກນ້ຳເຕົ້າຫູ້

– ເສັ້ນຜົມງາມຂຶ້ນ : ຖົ່ວເຫລືອງເປັນອາຫານທີ່ດີຂອງເສັ້ນຜົມ ບາງຄົນກິນນຳ້ເຕົ້າຫູ້ເພື່ອຢາກໃຫ້ຜົມງາມ, ແກ້ໄຂບັນຫາ ເສັ້ນຜົມແຫ້ງ, ແຕກປາຍ, ແຕ່ສຳລັບຄົນທີ່ເລີ່ມຈາກກິນເພື່ອຫລຸດນຳ້ໜັກ ແຕ່ໄດ້ຜົນຂ້າງຄຽງມານຳເປັນເສັ້ນຜົມທີ່ງາມຂຶ້ນ, ມີສຸຂະພາບແຂງແຮງຂຶ້ນ ໂດຍສະເພາະຄົນທີ່ຍ້ອມສີຜົມ ຈະໄດ້ຮັບການຟື້ນຟູ ເມື່ອກິນນຳ້ເຕົ້າຫູ້ໄປດົນໆ ເສັ້ນຜົມຈະເຫລື້ອມງາມ, ດົກໜາ ແລະ ຊຸ່ມຊື່ນຂຶ້ນ ພ້ອມກັບສຸຂະພາບຮ່າງກາຍທີ່ແຂງແຮງຂຶ້ນ.

- 4 - 3 ຄຸນປະໂຫຍດເດັ່ນທີ່ຈະໄດ້ຈາກນ້ຳເຕົ້າຫູ້
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!