ນັກກິລາທະນູລາວ ກຽໝເຂົ້າແຂ່ງຂັນນາໆຊາດທ້າຍເດືອນນີ້

ສະຫະພັນຍິງທະນູແຫ່ງ ຊາດລາວ ກຽມສົ່ງນັກກິລາ 4 ຄົນເຂົ້າຮ່ວມແຂ່ງຂັນຍິງທະນູນາໆຊາດໃນທ້າຍເດືອນພະ ຈິກນີ້ຢູ່ ປະເທດບັງກາລະເທດ ເພື່ອເປັນການຍົກລະດັບ ຄວາມຮູ້, ຄວາມສາມາດຂອງ ນັກກິລາລາວໃຫ້ທຽບເທົ່າກັບບັນດານັກກິລາປະເທດໃນ ພາກພື້ນ ແລະ ສາກົນ. ພ້ອມ ທັງຝຶກຊ້ອມກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນໃນງານກິ ລາແຫ່ງຊາດ 2018 ທີ່ແຂວງ ຊຽງຂວາງເປັນເຈົ້າພາບ.
ທ່ານ ອາເລັງ ໄຊແສນ ສຸກ ຄູຝຶກນັກກິລາຍິງທະນູທີມ ຊາດລາວໃຫ້ສໍາພາດວ່າ: ພາຍຫລັງສໍາເລັດການເຂົ້າ ຮ່ວມແຂ່ງຂັນມະຫາກໍາຊີເກມຄັ້ງທີ 29 ທີ່ປະເທດມາເລເຊຍ ເປັນເຈົ້າພາບທ້າຍເດືອນ ສິງ ຫາຜ່ານມານີ້ ສະຫະພັນຂອງ ພວກເຮົາກໍໄດ້ຂຸ້ນຂ້ຽວຝຶກ ຊ້ອມເພື່ອກຽມຄວາມພ້ອມຕະຫລອດເວລາໃນການເຂົ້າ ຮ່ວມແຂ່ງຂັນລະດັບພາກພຶ້ນ ແລະ ສາກົນ ທີ່ຈະຈັດຂຶ້ນໃນ ມໍ່ໆນີ້ ໂດຍສະເພາະການແຂ່ງ ຂັນຍິງທະນູນາໆຊາດທີ່ຈະ ເລີ່ມຂຶ້ນວັນທີ 25-30 ພະຈິກ ນີ້ ທີ່ປະເທດບັງກາລະເທດ ເປັນເຈົ້າພາບຄາດວ່າຈະມີ 30 ກວ່າປະເທດເຂົ້າຮ່ວມ. ການແຂ່ງຂັນຄັ້ງນີ້ພວກເຮົາ ຈະສົ່ງນັກກິລາເຂົ້າຮ່ວມທັງ ໝົດ 4 ຄົນໃນ 2 ລາຍການຄື: ທ້າວ ຄໍາຫວານ ວັນດີວົງ ແລະ ທ້າວ ດາລີຍັນ ສາຍດາ ລາ ເຂົ້າຮ່ວມລາຍການທະນູ ທົດສອບກໍາລັງ; ສ່ວນທ້າວ ສຸລິວົງ ສີວົງໄຊ ແລະ ນາງ ນ້ອຍ ເລົາ ເຂົ້າຮ່ວມລາຍການ ທະນູໂຄ້ງກັບ.
ທ່ານ ອາເລັງ ໄຊແສນ ສຸກ ຍັງກ່າວຕື່ມອີກວ່າ: ປັດ ຈຸບັນພວກເຮົາໄດ້ຝຶກຊ້ອມໜັກທັງຕອນເຊົ້າ ແລະ ແລງ ທີ່ສະ ໜາມກິລາແຫ່ງຊາດ ບ້ານສີ ເກີດ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ. ສໍາລັບ ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ພວກເຮົາຈະເຮັດໃຫ້ດີທີ່ສຸດ ເພື່ອຍາດໃຫ້ໄດ້ອັນດັບທີ່ດີທີ່ ສຸດພ້ອມທັງສ້າງຜົນງານກິລາປະເພດນີ້ໃນເວທີລະດັບສາກົນໃຫ້ໄດ້. ສໍາລັບງົບປະມານໃນ ການຝຶກຊ້ອມແມ່ນຄະນະກໍາ ມະການໂອແລັມປິກແຫ່ງຊາດ ຮ່ວມກັບສະຫະພັນ, ສ່ວນ ແຜນການເດີນທາງເຂົ້າຮ່ວມການແຂ່ງຂັນດັ່ງກ່າວແມ່ນຈະເລີ່ມອອກແຕ່ວັນທີ 23 ພະຈິກ ທີ່ໃກ້ຈະມາເຖິງນີ້.