ຮອງປະທານປະເທດ ເນັ້ນໃຫ້ແຂວງຈຳປາສັກ ສົ່ງເສີມການບໍລິການທ່ອງທ່ຽວ ແລະ ຄຸ້ມຄອງເງິນຕາຢ່າງເຂັ້ມງວດ

ວັນທີ 3 ຕຸລາ 2024, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ແຂວງຈໍາປາສັກ, ພ້ອມທັງຮັບຟັງລາຍງານການຈັດຕັ້ງປະຕິບັດບັນຫາເຄັ່ງຮ້ອນໃນການແກ້ໄຂບັນຫາ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຈາກທ່ານເຈົ້າແຂວງ.
ໂອກາດນີ້, ທ່ານ ຮອງປະທານປະເທດ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງແຂວງ ຈຳປາສັກ ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຫັນເຂົ້າສູ່ແຜນງານການປະຕິບັດຢ່າງລະອຽດ ເປັນຄວາມຮັບຜິດຊອບລວມຂອງທຸກຂະແໜງການ, ລວມທັງຜູ້ປະກອບການ ແລະ ປະຊາຊົນ, ສົ່ງເສີມການບໍລິການ ການທ່ອງທ່ຽວ, ເພີ່ມທະວີການຄຸ້ມຄອງເງິນຕາ, ສົ່ງເສີມການຜະລິດເປັນສິນຄ້າ ສືບຕໍ່ປະຕິບັດກົນໄກການຫັນໄປສູ່ທັນສະໄໝໃນການຄຸ້ມຄອງຈັດເກັບລາຍຮັບ-ລາຍຈ່າຍ ສ້າງກົນໄກປະສານງານໃນການຮ່ວມມືຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຕິດພັນກັບ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ໂດຍເດັດຂາດ, ໃຫ້ຖືສໍາຄັນວຽກງານສຶກສາ ການປະຕິບັດນະໂຍບາຍຕໍ່ຄູ-ນັກຮຽນໃນເປົ້າໝາຍບູລິມະສິດ ແລະ ບັນຫາແຮງງານ ໃຫ້ຖືກຕ້ອງຕາມກົດໝາຍ ຕິດພັນກັບການສ້າງແຮງງານທີ່ມີຄຸນນະພາບ ເພື່ອປົກປ້ອງສິດຜົນປະໂຫຍດຂອງແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ.