ລັດຖະມົນຕີ ກະຊວງສຶກສາ ມີຄຳເຫັນຕໍ່ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994- 7 ຕຸລາ 2024), ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນວ່າ: ມື້ນີ້ເປັນມື້ທີ່ມີຄວາມສໍາຄັນ ສໍາລັບ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພາະເປັນວັນຄູແຫ່ງຊາດຄົບ ຮອບ 30 ປີ, ໃນໂອກາດວັນສໍາຄັນນີ້, ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວຂໍສົ່ງຄວາມຮັກແພງ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງພະນັກງານສຶກສາ, ຄູ-ອາຈານທຸກຖ້ວນໜ້າ.
ໃນຕະຫລອດໄລຍະຜ່ານມາ ຄູໄດ້ມີຄວາມຫ້າວຫັນ ອຸທິດຕົນແກ່ການສິດສອນໃຫ້ລູກຫລານຊາວລາວບັນດາເຜົ່າ ໃຫ້ກາຍເປັນຜູ້ມີຄວາມຮູ້, ເປັນນັກຮຽນຮູ້ປັນຍາຊົນ, ເປັນຜູ້ຊ່ຽວຊານ ແລະ ເປັນການນຳຂັ້ນຕ່າງໆ; ຄູລາວໄດ້ປະກອບສ່ວນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ກູ້ຊາດ; ເຮັດການປະຕິວັດຊາດ ປະຊາທິປະໄຕ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຍ້ອນແນວນັ້ນການນຳພັກ-ລັດ ແລະ ສັງຄົມ ຈຶ່ງຂະໜານນາມ “ຄູເປັນຄົນຂອງພັກ”, “ຄູເປັນແມ່ພິມຂອງຊາດ”, “ຄູເປັນວິສະວະກອນແຫ່ງດວງວິນຍານ” ດັ່ງນີ້ເປັນຕັ້ນ. ໃນໄລຍະທີ່ມີຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ 19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຄູພວກເຮົາກໍໄດ້ພ້ອມກັນອົດທົນຜ່ານຜ່າ ເຮັດໃຫ້ຄູມີເງື່ອນໄຂໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຕົນໄດ້ດ້ວຍດີ.
ສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການອັນໃໝ່ ມັນຮຽກຮ້ອງໃຫ້ຄູ-ອາຈານ ຕ້ອງພັດທະນາຕົນເອງໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການອັນໃໝ່, ໃຫ້ເພີ່ມຄວາມຮັບຜິດຊອບ,ຄວາມເປັນເຈົ້າຕົນເອງ, ຄວາມມີຈັນຍາບັນ-ຈັນຍາທຳຂອງຄູໃຫ້ສູງກວ່າເກົ່າ; ຕັ້ງໜ້າເຂົ້າໃນການຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ, ດຳເນີນການສິດສອນລູກຫລານ ຂອງພວກເຮົາຢ່າງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບ, ເຮັດໃຫ້ລູກຫລານພວກເຮົາຕັ້ງໃຈຮ່ຳຮຽນໃຫ້ດີ ແລະ ມີຄຸນນະພາບ; ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ – ບໍ່ປະລະໜ້າທີ່, ໃຫ້ສາມັກຄີຮັກແພງກັນ, ແບ່ງເບົາວຽກງານຊ່ວຍກັນ ແລະ ພ້ອມກັນແກ້ໄຂບັນຫາຕ່າງໆທີ່ເປັນສິ່ງຫຍໍ້ທໍ້ຕໍ່ຄູຂອງພວກເຮົາ ແນໃສ່ຮັກສາມູນເຊື້ອທີ່ດີຂອງຄູລາວ; ສືບຕໍ່ເອົາໃຈ ໃສ່ ແລະ ສະໜັບສະໜູນຕໍ່ຄູລາວພວກເຮົາ ໃຫ້ມີເງື່ອນໄຂທີ່ດີ ແລະ ປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບສູງ.