ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ໄຂຂຶ້ນຢູ່ຟີລິບປິນ

- asean south china sea take for granted - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ໄຂຂຶ້ນຢູ່ຟີລິບປິນ
- kitchen vibe - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ໄຂຂຶ້ນຢູ່ຟີລິບປິນ

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 31 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນຫຼວງ​ມະນີ​ລາ ປະ​ເທດ​ຟີ​ລິບ​ປິນ​ ໃນ​ວັນ​ທີ 13 ພະ ​ຈິກ​ນີ້.

- 14 mnila 1510546417 - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ໄຂຂຶ້ນຢູ່ຟີລິບປິນ

ຫຼັງກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ, ມ​ະ​ນີ​ລາ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຫຼາຍ​ຮອບ ລວມ​ທັງ​ກອງປະ​ ຊຸມ​ສຸດຍອດ ​ຈີນ-ອາ​ຊຽນ ​ຄັ້ງ​ທີ 20, ກອງ​ປະ​ຊຸມ​ສຸດຍອດ ​ອາ​ຊຽນ-ຈີນ, ຍີ່​ປຸ່ນ​ ແລະ ​ສ.ເກົາຫຼີ​ ຄັ້ງ​ທີ 20 ແລະ ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12. ນອກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຂອງສັນ​ຍາ​ວ່າ​ດ້ວຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEPກໍ​ຈະ​ຈັດ​ຂຶ້ນ​ໃນ​ໄລ​ຍະ​ດຽວ​ກັນ.
ນອກ​ຈາກ​ຜູ້​ນຳ​ 10ປະ​ເທດ​ອາ​ຊຽນ​ແລ້ວ, ຍັງ​ມີ​ຜູ້​ນຳຈີນ, ອາ​ ເມ​ລິ​ກາ, ຣັດ​ເຊຍ, ຍີ່​ປຸ່ນ, ສ.​ເກົາ ຫຼີ, ກາ​ນາ​ດາ, ອົ​ດສ​ະຕ​ຣາ​ລີ, ນິວ​ຊີ​ ແລນ, ອິນ​ເດຍ ​ແລະ ​ປະ​ເທດ​ອື່ນໆ​ ກໍ​ຄື​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມຕ່າງໆເຊັ່ນ​ກັນ.
ປະທານາທິບໍດີ ດູເຕີເຕ ກ່າວວ່າ: ບັນຫາການປຸ້ນສະດົມຢູ່ທະເລ ສົ່ງຜົນກະທົບຕໍ່ການເຕີບໃຫຍ່ທາງເສດຖະກິດຂອງປະເທດ ຕ່າງໆໃນພາກພື້ນ ແລະ ລະດັບໂລກ. ທ່ານຍັງກ່າວຂອບໃຈປະຊາຄົມໂລກທີ່ໃຫ້ການຊ່ວຍເຫລືອໃນການຍຶດເມືອງມາລາວີຄືນ ຈາກກຸ່ມຫົວຮຸນແຮງທີ່ເຊື່ອມໂຍງກັບກຸ່ມລັດອິດສະລາມ ຫລື IS ແລະ ກອງປະຊຸມເປັນເວລາ 2 ວັນ ຈະເນັ້ນເລື່ອງປາບປາມກຸ່ມ ຫົວຮຸນແຮງຢູ່ຟີລິບປິນ ເນື່ອງຈາກໄພຄຸກຄາມຕໍ່ພາກພື້ນນີ້ບໍ່ມີຊາຍແດນ.

- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ໄຂຂຶ້ນຢູ່ຟີລິບປິນ
- 5 - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ໄຂຂຶ້ນຢູ່ຟີລິບປິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!