ນັກປິງປອງລາວ 9 ຄົນກຽມເຂົ້າຮ່ວມແຂ່ງຂັນລາຍການເສັ້ນທາງສາຍໄໝທີ່ ສປ ຈີນ ຕົ້ນເດືອນທັນວານີ້

ສະຫະພັນປິງປ໋ອງແຫ່ງ ຊາດລາວ ກຽມສົ່ງນັກເຂົ້າ ຮ່ວມການແຂ່ງຂັນລາຍການ ເສັ້ນທາງສາຍໄໝ (SILK ROAD COP) ທີ່ເມືອງ ໜານໜິງ ແຂວງກວາງຊີ ສປ ຈີນ ໃນຕົ້ນເດືອນທັນວາ 2017 ນີ້ ໂດຍມີ 11 ປະເທດ ເຂົ້າຮ່ວມ.
ທ່ານ ນາງ ດາລາວອນ ມະນີຈັນ ຄູຝຶກນັກກິລາປິງ ປ໋ອງທີມຊາດລາວໃຫ້ສໍາພາດວ່າ: ພາຍຫລັງໄດ້ຮັບການ ແຈ້ງເຊີນຈາກ ສປ ຈີນ ໃຫ້ເຂົ້າ ຮ່ວມການແຂ່ງຂັນປິງປ໋ອງ ລາຍການເສັ້ນທາງສາຍໄໝ ໃນວັນທີ 12-14 ທັນວານີ້ ພວກເຮົາກໍໄດ້ເອີ້ນບັນດານັກກິລາທີ່ເຄີຍຜ່ານການແຂ່ງຂັນງານມະຫະກໍາຊີເກມຄັ້ງທີ 29 ທີ່ປະເທດມາເລເຊຍເປັນເຈົ້າ ພາບຈັດຂຶ້ນທ້າຍເດືອນສິງຫາຜ່ານມານີ້. ຫລັງຈາກນັ້ນ, ພວກເຮົາກໍໄດ້ລົງສະໜາມຝຶກຊ້ອມແຕ່ທ້າຍເດືອນຕຸລານີ້ ມາຮອດປັດຈຸບັນການຝຶກ ຊ້ອມແມ່ນໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ ເຊິ່ງສະໜາມ ຝຶກຊ້ອມຂອງພວກເຮົາມີຢູ່ 2 ຈຸດຄື: ສູນຝຶກຊ້ອມປິງປ໋ອງ ວຽງຈັນເຊັນເຕີ ແລະ ສູນຝຶກ ຊ້ອມປິງປ໋ອງເອັສວີໂພນທັນ. ສໍາລັບການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມ 10 ປະເທດສະ ມາຊິກອາຊຽນບວກຈີນ.
ທ່ານ ນາງ ດາລາວອນ ມະນີຈັນ ຍັງກ່າວຕື່ມອີກວ່າ: ການແຂ່ງຂັນຄັ້ງນີ້ຖືວ່າເປັນ ການແຂ່ງຂັນທີ່ສໍາຄັນ ແລະ ເປັນລາຍການໃຫຍ່ພໍສົມຄວນ ເພາະວ່າມີນັກກິລາຫລາຍປະ ເທດເຂົ້າຮ່ວມ. ພ້ອມນີ້ນັກກິ ລາສ່ວນໃຫຍ່ແມ່ນມີຄວາມ ສາມາດ ແລະ ທັກສະການ ຫລິ້ນດີຫລາຍກວ່າປະເທດ ເຮົາເປັນຕົ້ນ: ຫວຽດນາມ, ສິງກະໂປ ແລະ ໄທ. ສ່ວນນັກ ກິລາສາວທີ່ຈະເຂົ້າຮ່ວມລາຍການດັ່ງກ່າວປະກອບມີ 9 ຄົນ, ຍິງ 4 ຄົນຄື: ນາງ ທິບພະ ກອນ ສຸທໍາມະວົງ, ນາງ ສີສັງ ວານ ພິມມະຢູນ, ນາງ ນິດນະ ພາ ກົງເພັດ, ນາງ ແສງດາ ວຽງ ດວງປັນຍາ, ທ້າວ ຈັນ ສະໝອນ ຄູນລາດສຸວັນນະ ວົງ, ທ້າວ ສອນປະສິດ ສໍສັງ ສິນ, ທ້າວ ແສງສະຖິດ ສຸຂະ ທໍາມະວົງ, ທ້າວ ມີໄຊ ໂພນສະ ຫວັນ ແລະ ທ້າວ ແສງອາທິດ ໃນນັ້ນ ຄະນະຄູຝຶກຈໍານວນ 6 ຄົນ ໂດຍຈະຮ່ວມເດີນທາງໃນ ທ້າຍເດືອນພະຈິກນີ້.