ຮອງລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ຊຸກຍູ້ການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານປ່າກ້ວຍ

ໃນວັນທີ 14 ພະຈິກນີ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ, ໄດ້ລົງຊຸກຍູ້ຕິດຕາມການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ, ເພື່ອຊຸກຍູ້ຄວາມຄືບໜ້າຂອງໂຄງການໃນແຕ່ລະໄລຍະ, ໂດຍປະຊາ ຊົນໃນບ້ານດັ່ງກ່າວສ່ວນຫຼາຍເປັນຊົນເຜົ່າກະຕາງ, ຖືເຮັດນາປູກເຂົ້າເປັນອາຊີບຕົ້ນຕໍ ແລະ ຖືເອົາການປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ ແລະ ຜ່ານມາເບື້ອງລັດ ໄດ້ລົງທຶນປະຕິບັດຫຼາຍກິດຈະກຳເຊັ່ນ: ການປູກຜັກ, ລ້ຽງປາ, ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງແບ້, ລ້ຽງກົບ, ສັດປີກ ແລະ ອື່ນໆອີກ, ແຕ່ຍ້ອນຄວາມທຸກຍາກຂາດເຂີນ, ເນື້ອທີ່ການຜະລິດບໍ່ພຽງພໍ, ຈຶ່ງມີຄອບຄົວຈຳນວນໜຶ່ງຂາດເຂົ້າກິນ ແລະ ການນຳຂັ້ນເມືອງກໍໄດ້ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງເຂົາເຈົ້າ ຕະຫຼອດມາ ແລະ ກໍເຮັດໄດ້ພຽງແຕ່ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງ. ມາຮອດທ້າຍປີ 2015 ການນຳເມືອງຈຳພອນ ແລະ ເຈົ້າຂອງໂຮງງານນໍ້າດື່ມໂລມາຄຳ ຈຶ່ງໄດ້ເຊັນບົດບັນທຶກຮ່ວມກັນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ສອງບ້ານດັ່ງກ່າວ. ໃນເບື້ອງຕົ້ນ ໄດ້ນຳພາປະຊາຊົນປູກຜັກ, ບຸກເບີກເນື້ອທີ່ນາ, ປຸກສາງເກັບມ້ຽນເຂົ້າ, ຊື້ໂຮງສີເຂົ້າ, ນຳພາລ້ຽງສັດ (ໝູ, ແບ້ ແລະ ສັດປີກ), ເຮັດຝາຍເກັບນ້ຳຂະໜາດນ້ອຍ, ສ້າງໜອງປາ ແລະ ບຸກເບີກເນື້ອທີ່ນາຕື່ມອີກ.
ມາຮອດປັດຈຸບັນ ຍ້ອນຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ກໍ່ຄືການນຳກະຊວງກະສິກຳ ແລະ ປ່າໄມ້, ອຳນາດການປົກຄອງທ້ອງຖິ່ນ, ຈຶ່ງຊ່ວຍໃຫ້ປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.