ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ

ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - 111 5 - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ
ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - kitchen vibe - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ

      ສູນບັນຊາການພາກພື້ນກາງອາເມລິກາ (ເຊນຄອມ) ລະບຸວ່າ: ກອງກໍາລັງອິດສະລາແອນຖອນກໍາລັງຊຸດທໍາອິດອອກຈາກເມືອງແຫ່ງໜຶ່ງທາງພາກໃຕ້ຂອງລີບັງ ແລະ ກອງທັບລີບັງເຂົ້າມາປະຈໍາການແທນ ພາຍໃຕ້ຂໍ້ຕົກລົງຢຸດຍິງລະຫວ່າງສອງປະເທດ.

       ເຊນຄອມ ລະບຸໃນຖະແຫລງການວ່າ: ພົນເອກ ເອຣິກ ຄູຣິວລາ ຜູ້ບັນຊາການເຊນຄອມ ຢູ່ສໍານັກງານໃຫຍ່ເພື່ອການດໍາເນີນງານ ແລະ ຕິດຕາມ ລະຫວ່າງທີ່ກອງກໍາລັງປ້ອງກັນອິດສະລາແອນ (IDF) ຖອນກໍາລັງອອກຈາກເມືອງອັລ-ຄຽມ ເປັນຄັ້ງທໍາອິດ ແລະ ມີກອງທັບລີບັງເຂົ້າປະຈໍາການແທນ ຕາມສ່ວນໜຶ່ງຂອງຂໍ້ຕົກລົງຢຸດຍິງ.

ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - Visit Laos Visit SALANA BOUTIQUE HOTEL - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ
ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - Visit Laos Visit SALANA BOUTIQUE HOTEL - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ

      ນາຍົກລັດຖະມົນຕີ ນາຈິບ ມິກາຕີ ຜູ້ນໍາລີບັງ ກ່າວວ່າ: ການປະຈໍາການທະຫານຢູ່ພື້ນທີ່ຄຽມ ແລະ ມາຈາຢູນໃນວັນນີ້ ຖືເປັນບາດກ້າວສໍາຄັນສູ່ການເພີ່ມກໍາລັງພົນຂອງກອງທັບຢູ່ພາກໃຕ້ ໃນການດໍາເນີນຕາມການຕັດສິນໃຈຢຸດຍິງ.

      ຂະນະດຽວກັນ, ກອງທັບອິດສະລາແອນລະບຸໃນຖະແຫລງການວ່າ: ກອງພົນທີ 7 ສໍາເລັດພາລະກິດຢູ່ເມືອງອັລ-ຄຽມ ທາງພາກໃຕ້ຂອງລີບັງແລ້ວ ເຊິ່ງທະຫານຂອງກອງທັບລີບັງຈະຖືກສົ່ງໄປປະຈໍາການຢູ່ພື້ນທີ່ດັ່ງກ່າວ ຮ່ວມກັບກອງກໍາລັງທະຫານຮັກສາສັນຕິພາບຢູ່ລີບັງ (ຢູນິຟິລ) ຕາມຂໍ້ຕົກລົງຢຸດຍິງ ແລະ ການປະສານງານກັບອາເມລິກາ.

      ທັງນີ້, ຂໍ້ຕົກລົງຢຸດຍິງລະຫວ່າງອິດສະລາແອນກັບລີບັງ ມີຜົນບັງຄັບໃຊ້ນັບແຕ່ວັນທີ 27 ພະຈິກຜ່ານມາ ເຖິງວ່າທັງສອງປະເທດກ່າວຫາອີກຝ່າຍວ່າ: ລະເມີດຂໍ້ຕົກລົງຫລາຍຄັ້ງຫລາຍຄາວກໍຕາມ ເຊິ່ງເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງລະບຸວ່າ: ກອງທັບລີບັງ ແລະ ຢູນິຟິວ ຈະສົ່ງກອງກໍາລັງໄປປະຈໍາການຢູ່ລີບັງຕອນໃຕ້, ສ່ວນກອງທັບອິດສະລາແອນຕ້ອງຖອນກໍາລັງພາຍໃນເວລາ 60 ວັນ.

ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - 4 - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ
ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - 3 - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ
ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ - 5 - ອາເມລິກາຢືນຢັນ ອິດສະລາແອນເລີ່ມຖອນກໍາລັງອອກຈາກລີບັງ ຕາມຂໍ້ຕົກລົງຢຸດຍິງ