ປີ 2024 ປີທີ່ໂລກຮ້ອນທີ່ສຸດ

ເຖິງວ່າຈະຍັງບໍ່ໝົດປີ, ແຕ່ຕົວເລກອຸນຫະພູມສະເລ່ຍຂອງໂລກໃນປີ 2024 ໄດ້ທໍາລາຍສະຖິຕິທັງໝົດແລ້ວ ແລະ ຍັງເປັນປີທໍາອິດທີ່ອຸນຫະພູມສະເລ່ຍຂອງໂລກຄ້າງຢູ່ເໜືອເສັ້ນ 1.5 ອົງສາ ເຊິ່ງເປັນຂີດໝາຍສໍາຄັນດ້ານໂລກຮ້ອນທີ່ບັນດາປະເທດໃຫ້ຄໍາໝັ້ນສັນຍາກັນໄວ້ໃນຂໍ້ຕົກລົງປາຣີສ.
“ຍຸກໂລກເດືອດມາຮອດເຮົາແລ້ວ” ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ກ່າວໄວ້ໃນປີຜ່ານມາ ແລະ ໃນປີນີ້ ຄໍາເວົ້າຄໍານີ້ໄດ້ວົນວຽນເນັ້ນໃຫ້ເຮົາທັງຫລາຍເຫັນວ່າມັນແມ່ນຄວາມຈິງ.
ຂໍ້ມູນຈາກລະບົບ ERA5 ຂອງໂຄງການບໍລິການການປ່ຽນແປງສະພາບອາກາດໂຄເປີນິຄັສ (Copernicus Climate Change Service) ລະບຸເຖິງອຸນຫະພູມສະເລ່ຍຂອງໂລກວົງຮອບ 12 ເດືອນຄື: ນັບແຕ່ເດືອນຕຸລາ 2023 – ເດືອນກັນຍາ 2024 ມີຄ່າສູງເຖິງ 1.62 ອົງສາ ເຊິ່ງຢູ່ເໜືອກວ່າເສັ້ນ 1.5 ອົງສາ ຕາມຂໍ້ຕົກລົງປາຣີສໄປຫລາຍຈົນໜ້າຕົກໃຈ. ນອກຈາກນີ້ ອຸນຫະພູມຜິວນໍ້າທະເລ 6 ເດືອນທໍາອິດຂອງປີ 2024 ຍັງສູງກວ່າປີຜ່ານມາ ເຊິ່ງເຄີຍເປັນປີທີ່ສ້າງສະຖິຕິສູງສຸດມາແລ້ວ.
ຜຶວນໍ້າທະເລອຸນຫະພູມສູງກວ່ານີ້ຍັງຍ້າຍຂ້າມຈາກຝັ່ງຕາເວັນອອກຂອງມະຫາສະໝຸດປາຊີຟິກໄປສູ່ຝັ່ງຕາເວັນຕົກ ຕາມການປ່ຽນແປງຈາກເອລນີໂຢມາສູ່ລານີຢາຂອງປີນີ້ ແລະ ນີ້ອາດເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເກີດພາຍຸໄຕ້ຝຸ່ນສູງເຖິງ 4 ຫົວໃນເຄິ່ງເດືອນທໍາອິດຂອງເດືອນພະຈິກ ເຊິ່ງເປັນເລື່ອງບໍ່ເຄີຍເກີດມາກ່ອນໃນບັນທຶກຂອງ WMO.
ອ້າງອີງ:
- https://www.theguardian.com/environment/2024/nov/20/the-climate-crisis-in-charts-how-2024-has-set-unwanted-new-records
- https://climate.copernicus.eu/copernicus-2024-virtually-certain-be-warmest-year-and-first-year-above-15degc
- https://www.livescience.com/planet-earth/climate-change/which-islands-will-become-uninhabitable-due-to-climate-change-first
- https://www.nrdc.org/stories/15-degrees-global-warming-are-we-there-yet
- https://climate.copernicus.eu/surface-air-temperature-september-2024
- https://www.reuters.com/business/environment/2024-will-be-hottest-year-record-eu-scientists-say-2024-12-09/