ປະຖົມນິເທດໃຫ້ນັກສຶກສາໃໝ່ໄດ້ຮຽນຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານ

ລະຫວ່າງວັນທີ 20-24 ພະ ຈິກນີ້, ຫໍສະໝຸດກາງ ມະຫາວິທະ ຍາໄລແຫ່ງຊາດ (ມຊ), ໄດ້ຈັດ ປະຖົມນິເທດ ແລະ ທັດສະນະສຶກສາຫ້ອງສະໝຸດພາຍໃຕ້ໂຄງການ “ການເຜີຍແຜ່ຂໍ້ມູນ ຂ່າວ ສານ ແລະ ການສ້າງທັກສະການ ຮຽນຮູ້ວິທີເຂົ້າເຖິງຂໍ້ມູນຂ່າວສານໃຫ້ແກ່ນັກສຶກສາມະຫາ ວິ ທະຍາໄລແຫ່ງຊາດ ປີທີ 1 ສົກຮຽນ 2017-2018” ໂດຍການເຂົ້າຮ່ວມຂອງ ຄູ-ອາຈານ ແລະ ນັກສຶກສາທຸກຄະນະ ແລະ ພາກວິຊາ ປີທີ 1 ຈຳນວນ 5.287 ຄົນ.
+ ສິ່ງທີ່ນັກສຶກສາຈົບໃໝ່ຄວນຮູ້ ແລະ ຄວນເຮັດ
+ ສົກສຶກສາ 2016-2017 ນັກສຶກສາມະຫາວິທະຍາໄລແຫ່ງຊາດໄດ້ກຽດນິຍົມເພີ່ມຂຶ້ນ 23,5%
ເພື່ອສະໜັບສະໜູນໃຫ້ນັກສຶກສາໄດ້ຮຽນຮູ້ວິທີການຄົ້ນຄວ້າຫາຂໍ້ມູນຂ່າວສານໃນແຫຼ່ງຕ່າງໆ, ການສ້າງທັກສະການ ຄົ້ນຄວ້າໃຫ້ແກ່ນັກສຶກສາຕິດ ພັນກັບແຫຼ່ງບໍລິການຂໍ້ມູນຂ່າວ ສານ ແລະ ເຜີຍແຜ່ໃຫ້ນັກສຶກສາຮັບຮູ້ສະຖານທີ່ບໍລິການແຫຼ່ງຂໍ້ມູນຂ່າວສານທີ່ຕິດພັນກັບການສຶກສາ ຄົ້ນຄວ້າຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ.
ທ່ານ ອຳນວຍການຫໍສະ ໝຸດດັ່ງກ່າວໃຫ້ຮູ້ວ່າ: ງານປະຖົມນິເທດແມ່ນກິດຈະກຳຫຼັກ ຂອງ ຫໍສະໝຸດກາງ ມຊ ເພື່ອເປີດໂອກາດໃຫ້ນັກສຶກສາໄດ້ເຂົ້າເຖິງ ແຫຼ່ງຂໍ້ມູນຂ່າວສານ ຂອງຫໍສະ ໝຸດ, ເຊິ່ງໄດ້ຈັດຂຶ້ນທຸກໆປີເພື່ອ ສະໜັບສະໜູນ, ສົ່ງເສີມໃຫ້ ນັກສຶກສາໄດ້ຮຽນຮູ້ການເຂົ້າ ເຖິງແຫຼ່ງຂ່າວສານ, ແມ່ນມີ ຄວາມສຳຄັນຫຼາຍໃນຍຸກປັດຈຸບັນ, ນອກຈາກ ທີ່ຈະຮຽນກັບ ຄູ-ອາຈານ ໃນຫ້ອງຮຽນແລ້ວ, ນັກສຶກສາຈຳເປັນຕ້ອງໄດ້ຄົ້ນ ຄວ້າແບບ ອິດສະຫຼະດ້ວຍຕົນເອງ ໂດຍການເຂົ້າເຖິງແຫຼ່ງ ການຮຽນຮູ້ຕ່າງໆ ເຊັ່ນ: ຫ້ອງສະໝຸດ, ສູນຂໍ້ມູນຂ່າວສານ, ຫໍພິພິຕະພັນ, ອິນເຕີເນັດ ແລະ ຊຸມຊົນ ຫຼື ບຸກຄົນໃນທ້ອງຖິ່ນ, ການເຂົ້າ ເຖິງແຫຼ່ງຂໍ້ມູນຂ່າວສານ ແມ່ນ ມີຄວາມຈຳເປັນສຳລັບນັກສຶກສາມະຫາວິທະຍາໄລແຫ່ງ ຊາດ ໂດຍສະເພາະແມ່ນນັກສຶກສາປີ ທີ 1 ສ່ວນຫຼາຍແມ່ນຈົບມັດທະ ຍົມປາຍທີ່ມາຈາກຫຼາຍສະພາບແວດລ້ອມການສຶກສາທີ່ແຕກ ຕ່າງກັນ, ການປັບຕົວ ແລະ ການຮຽນຮູ້ຂໍ້ມູນ ຂ່າວສານອາດຍັງ ເປັນອຸປະສັກໃຫ້ນັກສຶກຄົ້ນຄວ້າດ້ວຍຕົນເອງພ້ອມທັງເປັນການປູກຈິດສຳນຶກໃນການອ່ານ ແລະ ສະໜັບສະໜູນໃຫ້ນັກສຶກສາ ຮຽນຮູ້ ການນຳໃຊ້ແຫຼ່ງຂໍ້ມູນ ຂ່າວສານ, ຮູ້ຈັກການຄົ້ນຫາ ແລະ ການເຂົ້າເຖິງແຫຼ່ງຂໍ້ມູນ ຂ່າວສານທີ່ເປັນພື້ນຖານໃຫ້ແກ່ການຮຽນຕະຫຼອດຊີວິດ.