ທຳມະຊາດທີ່ອຸດົມສົມບູນ ວິຖີດຳລົງຊີວິດຂອງປະຊາຊົນຍັງຫຼາກຫຼາຍ ເປັນສິ່ງດຶງດູດນັກທ່ອງທ່ຽວ

ໂດຍ: ຜາຕຸງ 12.12.24
ປີ 2024 ນີ້ ຖືວ່າເປັນປີເງິນປີທອງທີ່ລັດຖະບານໄດ້ເປີດປີທ່ອງທ່ຽວລາວພາຍໃຕ້ຄໍາຂວັນທີ່ວ່າ: ທ່ອງທ່ຽວລາວ ປອດໄພຊື່ນໃຈໃນວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ເຮັດໃຫ້ບັນຍາກາດການ ທ່ອງທ່ຽວລາວມີຄວາມຄຶກຄື້ນສົມຄວນ, ຫຼາຍແຂວງໄດ້ສຸມໃສ່ປັບປຸງວຽກງານໂດຍສະເພາະແມ່ນການ ພັດທະນາແຫຼ່ງທ່ອງທ່ຽວໃຫ້ເປັນທີ່ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງຕົນນັບມື້ຫຼາຍຂຶ້ນ ມາຮອດດຽວນີ້ຫຼາຍແຂວງຍັງສືບຕໍ່ຊອກຄົ້ນສຳຫຼວດແຫຼ່ງທ່ອງທ່ຽວໃໝ່ ທາງທຳມະຊາດເພື່ອພັດທະນາ ແລະ ເປີດນຳໃຊ້ແຫຼ່ງທ່ອງທ່ຽວເຫຼົ່ານັ້ນໃນອະນາຄົດ.
ດັ່ງວັນທີ 8 ທັນວາ 2024 ນີ້ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງຂອງແຂວງ, ໄດ້ລ່ອງເຮືອ ເພື່ອສຳຫຼວດແຫຼ່ງທ່ອງທ່ຽວທຳມະຊາດ ຕາມລຳນ້ຳເຊກອງ ເພື່ອເຄື່ອນໄຫວສຳຫຼວດຕົວຈິງຕາມສາຍນໍ້າເຊກອງ, ເຖິງຄວາມເປັນໄປໄດ້ໃນການທີ່ຈະພັດທະນາແຫຼ່ງທ່ອງທ່ຽວໃນອະນາຄົດ, ຈຸດສໍາຫຼວດຄັ້ງນີ້ ໄດ້ເລີ່ມແຕ່ທ່າບັກບ້ານສະແຄະ ເມືອງໄຊເຊດຖາ ຜ່ານຈຸດທີ່ສຳຄັນ ແລະ ງົດງາມທາງດ້ານທຳມະຊາດລຽບຕາມຕີນພູສະພອງເຊັ່ນ: ແກ້ງທ່າລານ, ແກ້ງດອນຕອມ, ດອນຂ່າ ລ່ອງມາຮອດຂົວເຊກອງ, ປາກຂຸນລູງ, ດອນແກ້ງໄຊ ຫາ ຫາດແກ້ງຂ້າມ, ແກ້ງສະເພົາທອງ, ແກ້ງຫາດທະຈ່າ, ປາກຫ້ວຍເຕວ, ຫາດບ້ານຄັງ-ບ້ານປູຍ ແລະ ຫາດກະປູດ ຈົນຮອດຈຸດໝາຍປາຍທາງຄື ທ່າບັກເມືອງສະໜາມໄຊ ລວມໄລຍະທາງການລ່ອງເຮືອຄັ້ງນີ້ແມ່ນປະມານ 80 ກິໂລແມັດ.
ເຊິ່ງຜ່ານການສໍາຫຼວດ ເຫັນວ່າທໍາມະຊາດຂອງສອງຝັ່ງລໍານໍ້າເຊກອງຍັງເຕັມໄປດ້ວຍຄວາມອຸດົມ ສົມບູນ ຄວາມສວຍງາມຂອງທຳມະຊາດ ທີ່ຕິດພັນກັບການດໍາລົງຊີວິດ, ການທໍາມາຫາກິນຂອງປະ ຊາຊົນບັນດາເຜົ່າທີ່ອາໄສລໍານໍ້າເຊກອງ, ເຊິ່ງຈຸດເດັ່ນທັງໝົດນີ້ ເຊື່ອໄດ້ວ່າຈະສາມາດດຶງດູດຄວາມສົນໃຈໃຫ້ບັນດານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມ ແຂວງອັດຕະປື ຫຼາຍຂຶ້ນ.
ໃນຫຼາຍປີທີ່ຜ່ານມາ ການນໍາແຂວງອັດຕະປື ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືການທ່ອງທ່ຽວເປັນຂະແໜງການເສດຖະກິດປາຍແຫຼມຂອງ ການພັດທະນາ ແລະ ເອົາໃຈໃສ່ ນໍາພາ- ຊີ້ນໍາ ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ຂະແໜງການທ່ອງທ່ຽວ ໄດ້ກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວແຂວງ ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປິ່ນອ້ອມ ຖືເປັນການສົ່ງອອກກັບທີ່ ແລະ ການກະຈ່າຍລາຍໄດ້ໄປສູ່ທ້ອງຖິ່ນກໍຄືເຂດຊົນນະບົດຫ່າງໄກສອກຫຼີກ ທັງເປັນປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງແຂວງອີກດ້ວຍ.
ປັດຈຸບັນແຂວງອັດຕະປື ມີແຫຼ່ງທ່ອງທ່ຽວທີ່ຂຶ້ນບັນຊີ ແລະ ຮັບຮອງແລ້ວທັງໝົດ 68 ແຫ່ງ, ໃນນີ້ ແຫຼ່ງທ່ອງທ່ຽວທາງທໍາມະຊາດ ມີ 38 ແຫ່ງ, ແຫຼ່ງທ່ອງທ່ຽວທາງວັດທະນະທໍາ ມີ 18 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ ມີ 12 ແຫ່ງ, ພ້ອມນັ້ນ ຍັງໄດ້ສໍາຫຼວດຕື່ມ ແລະ ກຽມສະເໜີຂໍການຮັບຮອງຕື່ມອີກ 13 ແຫ່ງ, ໃນນັ້ນແຫຼ່ງທ່ອງທ່ຽວທາງທໍາມະຊາດມີ 11 ແຫ່ງ, ທາງວັດທະນະທໍາ 1 ແຫ່ງ ແລະ ທາງປະຫວັດສາດອີກ 1 ແຫ່ງ.
ແນວໃດກໍດີ ຜ່ານມາເຄີຍໄດ້ຈັດງານເປີດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ຄື: ປີ 1999-2000, ປີ 2012, ປີ 2018, ສໍາລັບປີ 2024 ໄດ້ຈັດຂຶ້ນ ແຕ່ວັນທີ14-18 ທັນວານີ້ ແລະ ຄາດຄະເນວ່າໃນປີ 2024 ຈະມີ ນັກທ່ອງທ່ຽວຈະເດີນທາງເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວແຂວງ ອັດຕະປືເຖິງ 1 ແສນ 6 ໝື່ນ 5,900 ກວ່າເທື່ອຄົນ ແລະ ຄາດຄະເນການກະຈາຍລາຍໄດ້ຈາກນັກທ່ອງທ່ຽວດັ່ງກ່າວສູ່ເສດຖະກິດໂດຍລວມຂອງແຂວງເຖິງ 70 ຕື້ກວ່າກີບ.