ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ - 470683258 983487567149768 773559054178451756 n - ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ
ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ - kitchen vibe - ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ວັນທີ 18 ທັນວາ 2024 ນີ້, ຢູ່ສໍານັກງານກະຊວງປ້ອງກັນປະເທດ ສສ ຫວຽດນາມ, ສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ ໃນພິທີຕ້ອນຮັບ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ທີ່ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານວາງສະແດງສາກົນ ດ້ານປ້ອງກັນຊາດຫວຽດນາມ ປະຈໍາປີ 2024. ເຂົ້າຮ່ວມພິທີຕ້ອນຮັບມີ: ສະຫາຍ ພົນໂທ ຟຸງສີເຕີ໋ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ; ສະຫາຍ ພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ - 470206773 983487733816418 8335290015644367299 n 729x1024 - ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໃນໂອກາດທີ່ສະຫາຍໄດ້ຮັບໜ້າທີ່ເປັນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນການສືບຕໍ່ປະກອບສ່ວນອັນສຳຄັນຂອງການພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ – ລາວ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ 2 ປະເທດ ກໍຄືປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງງານວາງສະແດງສາກົນ ດ້ານປ້ອງກັນຊາດ ຫວຽດນາມ 2024.

ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ໃນປີ 2024 ພິສູດໃຫ້ເຫັນແລ້ວວ່າ: ມີຫຼາຍເຫດການສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ແລະ ສອງກອງທັບ ຫວຽດນາມ – ລາວ, ລາວ-ຫວຽດນາມ ເປັນຕົ້ນແມ່ນ: ການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ; ການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງສອງປະເທດ; ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ, 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ ງານວາງສະແດງສາກົນ ດ້ານປ້ອງກັນຊາດ ຫວຽດນາມ 2024…

ໄລຍະຜ່ານມາ, ການພົວພັນຮ່ວມມື ດ້ານວຽກງານປ້ອງກັນຊາດ ສອງຝ່າຍໄດ້ມີໝາກຜົນສໍາເລັດຫຼາຍດ້ານ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍຸດທະສາດທີ່ສູງຂຶ້ນ, ຄວາມສາມັກຄີ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງກອງທັບ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ ແລະ ບັນດາເຫດການສາກົນທີ່ແຕ່ລະຝ່າຍຈັດຕັ້ງ, ພິເສດແມ່ນໃນປີການເປັນປະທານອາຊຽນ 2020 ຂອງ ຫວຽດນາມ ແລະ ປີ 2024 ທີ່ ສປປ ລາວ ເປັນປະທານ ອາຊຽນ.

ຮູບແບບ ແລະ ກົນໄກຮ່ວມມືຂອງສອງກະຊວງປ້ອງກັນປະເທດ ຫວຽດນາມ-ລາວ ນັບມື້ນັບ ກວ້າງຂວາງ ແລະ ເລິກເຊິງ. ໃນເດືອນຕຸລາຜ່ານມາ, 2 ຝ່າຍໄດ້ປະສານສົມທົບກັນ ເພື່ອຈັດຕັ້ງການພົບປະແລກປ່ຽນມິດຕະພາບວຽກງານປ້ອງກັນປະເທດຊາຍແດນ ຫວຽດນາມ – ລາວ, ລາວ-ຫວຽດນາມ ຄັ້ງທີ 2 ຢ່າງມີຜົນສຳເລັດ, ປຶກສາຫາລືນະໂຍບາຍປ້ອງກັນປະເທດ ຂັ້ນຮອງລັດຖະມົນຕີ ໄດ້ມີບົດບາດສຳຄັນໃນການແລກປ່ຽນ ແລະ ແບ່ງປັນທັດສະນະກ່ຽວກັບບັນດາບັນຫາຍຸດທະສາດ, ກຳນົດທິດບຸລິມະສິດ ແລະ ສຸມໃສ່ການຮ່ວມມືຢ່າງທັນການ, ດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີສູງຂຶ້ນ. ການຮ່ວມມືດ້ານການບຳລຸງກໍ່ສ້າງຊັບພະຍາກອນມະນຸດນັບມື້ນັບມີໝາກຜົນ, ການຮ່ວມມືດ້ານອຸດສາຫະກຳການປ້ອງກັນຊາດ ແລະ ເສດຖະກິດກະປ້ອງກັນປະເທດນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ ແລະ ມີປະສິດທິຜົນ.

ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ - 470204911 983487813816410 6483029671674926376 n - ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ຈາກ: ໜັງສືພິມກອງທັບ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ - 4 - ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!