ອັດຕາການປະລະການຮຽນຊັ້ນມັດທະຍົມປາຍ ຍັງສູງ ຍ້ອນສະພາບເສດຖະກິດສັງຄົມ ແລະ ຕິດຫລິ້ນກິນ

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ວັນທີ 17 ທັນວາ 2024 ຜ່ານມານີ້ວ່າ: ໃນສົກຮຽນ 2023-2024 ທົ່ວນະຄອນຫລວງວຽງຈັນ ມີໂຮງຮຽນທັງໝົດ 1,141 ແຫ່ງ ເພີ່ມຂຶ້ນຈາກສົກຮຽນຜ່ານມາ 14 ແຫ່ງ, ມີຈໍານວນນັກຮຽນທັງໝົດ 210,265 ຄົນ, ຍິງ 103,464 ຄົນ.
ໂຮງຮຽນອະນຸບານ 413 ແຫ່ງ, ອະນຸບານພາກລັດມີ 124 ແຫ່ງ, ມີນັກຮຽນທັງໝົດ 40,758 ຄົນ, ຍິງ 20,138 ຄົນ, ນັກຮຽນຊັ້ນອະນຸບານພາກລັດມີ 11,150 ຄົນ ຍິງ 5,416 ຄົນ.
ໂຮງຮຽນປະຖົມ 532 ແຫ່ງ, ເປັນພາກລັດ 434 ແຫ່ງ, ມີນັກຮຽນທັງໝົດ 81,762 ຄົນ, ຍິງ 39,192 ຄົນ ປະຖົມພາກລັດມີ 43,673 ຄົນ, ຍິງ 20,716 ຄົນ.
ໂຮງຮຽນມັດທະຍົມຕອນຕົ້ນມີ 78 ແຫ່ງ, ໂຮງຮຽນພາກລັດມີ 41 ແຫ່ງ; ມີນັກຮຽນທັງໝົດ 56,414 ຄົນ, ຍິງ 27,693 ຄົນ, ນັກຮຽນພາກລັດມີ 40,985 ຄົນ, ຍິງ 20,219 ຄົນ.
ໂຮງຮຽນມັດທະຍົມຕອນປາຍມີ 11 ແຫ່ງ ເປັນໂຮງຮຽນພາກລັດທັງໝົດ./
ໂຮງຮຽນມັດທະຍົມສົມບູນມີ 107 ແຫ່ງ, ໂຮງຮຽນພາກລັດມີ 55 ແຫ່ງ; ຈໍານວນນັກຮຽນຊັ້ນມັດທະຍົມຕອນປາຍທັງໝົດມີ 31,362 ຄົນ, ຍິງ 15,906 ຄົນ, ນັກຮຽນຢູ່ໂຮງຮຽນພາກລັດມີ 25,021 ຄົນ, ຍິງ 12,800 ຄົນ.
ການຈັດຕັ້ງປະຕິບັດ 18 ຄາດໝາຍ ຂອງຂະແໜງການສຶກສາ ແລະ ກິລາ ສາມາດບັນລຸ 13 ຄາດໝາຍ, ຍັງບໍ່ບັນລຸ 5 ຄາດໝາຍ ເຊິ່ງມີລາຍລະອຽດລຸ່ມນີ້:
1) ອັດຕາປະລະການຮຽນ ຂອງນັກຮຽນ ປ.1. ປະຕິບັດໄດ້ 2.31 % ເພີ່ມຂຶ້ນ 2.31 %, ຄາດໝາຍ 0%; ສາເຫດ: ຍ້ອນມີການເຄື່ອນຍ້າຍຂອງປະຊາກອນຕະຫລອດ ເຮັດໃຫ້ເດັກໃນເກນເຂົ້າຮຽນຊັ້ນປະຖົມ ປີທີ 1 ບໍ່ໄດ້ເຂົ້າຮຽນ ເປັນປົກກະຕິ ເພາະເດັກຕ້ອງຕິດຕາມຜູ້ປົກຄອງໄປອອກແຮງງານຢູ່ບ່ອນອື່ນ ເພາະເດັກຍັງບໍ່ສາມາດເບິ່ງແຍງໂຕເອງໄດ້, ບ່ອນອອກແຮງງານຂອງຜູ້ປົກຄອງຢູ່ໃນເງື່ອນໄຂທີ່ບໍ່ສະດວກໃນການເອົາເດັກເຂົ້າຮຽນ ເພາະເຮັດວຽກແລ້ວ ກໍ່ຕ້ອງ ຍົກຍ້າຍໄປບ່ອນໃໝ່ເຊັ່ນ: ຮັບຈ້າງຢູ່ສວນກວ້ຍ, ສວນຢາງ ແລະ ອື່ນໆ, ສ່ວນຫນຶ່ງແມ່ນຍ້ອນການຍົກຍ້າຍທີ່ບໍ່ມີ ເອກະສານ ແລະ ບໍ່ສາມາດຕິດຕໍ່ໄດ້ ຈິ່ງເຮັດໃຫ້ໄດ້ຈົດເຂົ້າເປັນນັກຮຽນປະລະ ເຊິ່ງໃນຕົວຈິງ ນັກຮຽນອາດຈະຍັງສືບຕໍ່ ຮຽນຢູ່ບ່ອນໃໝ່.
2) ອັດຕາປະລະການຮຽນຊັ້ນປະຖົມສຶກສາ ປະຕິບັດໄດ້ 0,8% ເພີ່ມຂຶ້ນ 0,41%,ຄາດໝາຍ 0,25%;
ສາເຫດ: ຍ້ອນມີການເຄື່ອນຍ້າຍຂອງປະຊາກອນຕະຫລອດ ເຮັດໃຫ້ເດັກໃນເກນເຂົ້າຮຽນປະຖົມບໍ່ໄດ້ເຂົ້າຮຽນເປັນ ປົກກະຕິ ເພາະເດັກຕ້ອງຕິດຕາມຜູ້ປົກຄອງໄປອອກແຮງງານຢູ່ບ່ອນອື່ນ ເພາະເດັກຍັງບໍ່ສາມາດເບິ່ງແຍງໂຕເອງໄດ້, ບ່ອນ ອອກແຮງງານຂອງຜູ້ປົກຄອງຢູ່ໃນເງື່ອນໄຂທີ່ບໍ່ສະດວກໃນການເອົາເດັກເຂົ້າຮຽນ ເພາະເຮັກວຽກແລ້ວ ກໍ່ຕ້ອງຍົກຍ້າຍໄປ ບ່ອນໃໝ່ເຊັ່ນ: ຮັບຈ້າງຢູ່ສວນກວ້ຍ, ສວນຢາງ, ກໍາມະກອນກໍ່ສ້າງ ແລະ ອື່ນໆ, ສ່ວນຫນຶ່ງແມ່ນຍ້ອນການຍົກຍ້າຍທີ່ບໍ່ມີ ເອກະສານ ແລະ ບໍ່ສາມາດຕິດຕໍ່ໄດ້ຈິ່ງ ເຮັດໃຫ້ໄດ້ຈົດເຂົ້າເປັນນັກຮຽນປະລະ ເຊິ່ງໃນຕົວຈິງ ນັກຮຽນອາດຈະຍັງສືບຕໍ່ ຮຽນຢູ່ບ່ອນໃໝ່.
3) ອັດຕາລອດເຫລືອຮອດ ປ.5. ປະຕິບັດໄດ້ 97,33% ເພີ່ມຂຶ້ນ 1,83%, ຄາດໝາຍ 100%;
ສາເຫດ: ອັດຕາລອດເຫລືອແມ່ນຕິດພັນກັບອັດຕາປະລະ ຖ້າມີການປະລະຫລາຍອັດຕາລອດເຫລືອກໍ່ຈະຕໍ່າລົງ.
4) ອັດຕາປະລະການຮຽນຊັ້ນມັດທະຍົມຕົ້ນ ປະຕິບັດໄດ້ 4,23% ເພີ່ມຂຶ້ນ 0,59% ,ຄາດໝາຍບໍ່ເກີນ 3%;
ສາເຫດ: ການປະລະການຮຽນຊັ້ນມັດທະຍົມຍັງມີທ່າອ່ຽງທີ່ສູງຂຶ້ນ ຍ້ອນສະພາບເສດຖະກິດ-ສັງຄົມເຊັ່ນ: ນັກຮຽນຕິດ ຫລິ້ນ, ພົວພັນສິ່ງເສບຕິດ, ບໍ່ຕັ້ງໃຈຮຽນ ເຮັດໃຫ້ມີຜົນການຮຽນອ່ອນ, ມັກຂາດຮຽນ, ເສັງບໍ່ຜ່ານ, ຄ້າງຫ້ອງ ແລະ ປະລະ ການຮຽນໃນທີ່ສຸດ; ບັນຫາດ້ານເສດຖະກິດ: ໃນຄອບຄົວທີ່ມີລູກຫລາຍຄົນ ເພື່ອປະຢັດຄ່າໃຊ້ຈ່າຍໃນຄອບຄົວ ຜູ້ປົກຄອງ ຈິ່ງເອົາລູກຫຼານອອກໂຮງຮຽນໃຫ້ສືບຕໍ່ຮຽນບາງຄົນເທົ່ານັ້ນ, ບັນຫາດ້ານສະພາບແວດລ້ອມ: ໂຮງຮຽນພາກລັດຫລາຍແຫ່ງ ຫ້ອງຮຽນບໍ່ພຽງພໍ, ນັກຮຽນແອອັດ, ອາຄານຊຸດໂຊມ ເຮັດໃຫ້ບໍ່ດຶງດູດນັກຮຽນ.
5) ອັດຕາປະລະການຮຽນຊັ້ນມັດທະຍົມປາຍ ປະຕິບັດໄດ້ 5,79% ເພີ່ມຂຶ້ນ 0,59% ,ຄາດໝາຍບໍ່ເກີນ 4,8%;
ສາເຫດ: ການປະລະການຮຽນຊັ້ນມັດທະຍົມຍັງມີທ່າອ່ຽງທີ່ສູງຂຶ້ນ ຍ້ອນສະພາບເສດຖະກິດ-ສັງຄົມເຊັ່ນ: ນັກຮຽນຕິດຫລິ້ນ, ພົວພັນສິ່ງເສບຕິດ, ບໍ່ຕັ້ງໃຈຮຽນ ເຮັດໃຫ້ມີຜົນການຮຽນອ່ອນ, ມັກຂາດຮຽນ, ເສັງບໍ່ຜ່ານ, ຄ້າງຫ້ອງ ແລະ ປະລະການຮຽນໃນທີ່ສຸດ, ລັກໄປຫລິ້ນໃນໂມງຮຽນ; ບັນຫາດ້ານສະພາບແວດລ້ອມ: ໂຮງຮຽນພາກລັດຫລາຍແຫ່ງ ຫ້ອງຮຽນບໍ່ພຽງພໍ, ນັກຮຽນແອອັດ, ອາຄານຊຸດໂຊມ ເຮັດໃຫ້ບໍ່ດຶງດູດນັກຮຽນ. ບັນຫາດ້ານເສດຖະກິດ: ນັກຮຽນຊັ້ນມັດທະຍົມ ປາຍແມ່ນສາມາດໄປອອກແຮງງານຊ່ວຍເຫລືອຄອບຄົວໄດ້ ຈິ່ງເຮັດໃຫ້ມີການປະລະໄປອອກແຮງງານຕາມໂຮງຈັກໂຮງງານ,ປະເທດເພື່ອນບ້ານ (ມີສະຖິຕິນັກຮຽນປະລະເພື່ອໄປອອກແຮງງານ).