ເຈົ້າແຂວງຄຳມ່ວນ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງ 5 ໂຄງການ ຢູ່ 3 ເມືອງ

ວັນທີ 21 ທັນວາ 2024 ການນໍາແຂວງຄໍາມ່ວນນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ 3 ເມືອງຄື: ເມືອງມະຫາໄຊ, ບົວລະພາ ແລະ ເມືອງໄຊບົວທອງ ໂດຍມີການນໍາເມືອງ ແລະ ພາກສ່ວນບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ການລົງຕິດຕາມຄວາມຄືບໜ້າການກໍ່ສ້າງສ້ອມແປງເສັ້ນທາງໃນຄັ້ງນີ້ ປະກອບມີ: ໂຄງການກໍ່ສ້າງເສັ້ນທາງເບຕົງ ທາງຫຼວງແຫ່ງຊາດ 1F ແຕ່ ກມ 5+880 ຫາ ກມ 8+700 ໜ້າໂຮງງານ ບໍລິສັດ ຄໍາມ່ວນຊີມັງ KCL ເມືອງມະຫາໄຊ ມີລວງຍາວ 2.500 ແມັດ, ໜ້າທາງກວ້າງ 8 ແມັດ, ມູນຄ່າໃນການກໍ່ສ້າງທັງໝົດ 19 ຕື້ກວ່າກີບ ເລີ່ມຈັດຕັ້ງປະຕິບັດແຕ່ກາງເດືອນ ພະຈິກ 2024ມາຮອດປັດຈຸບັນປະຕິບັດໄດ້ 17%.
ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນທາງຫຼວງແຫ່ງຊາດ1F(ຊ່ວງທີ່1) ແຕ່ຂົວຫ້ວຍສາໂທ ຫາ ສີ່ແຍກປ່າໜາມ ເມືອງມະຫາໄຊ ມີລວງຍາວ 19.8 ກິໂລແມັດ ກ້ວາງ 8 ແມັດ ມູນຄ່າສັນຍາກໍ່ສ້າງໂຄງການ 58 ຕື້ກ່ວາກີບ ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024 ມາຮອດປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ 66.17% ແລະ ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 001F (ຊ່ວງທີ 2) ແຕ່ 4 ແຍກປ່າໜາມເມືອງມະຫາໄຊຫາສໍານັກງານເມືອງໄຊບົວທອງ ມີຄວາມຍາວ 20 ກິໂລແມັດ ກວ້າງ 8 ແມັດ ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024 ປັດຈຸບັນມີຄວາມຄືບໜ້າ 63.06%, ມູນຄ່າການກໍ່ສ້າງ 59 ຕື້ກວ່າກີບ ທັງສອງໂຄງການນີ້ຄາດວ່າຈະສຳເລັດໃນກາງປີ 2025;
ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນທາງເບີ 5507 ແຕ່ແຍກປ່າໜາມ ຫາ ເມືອງ ບົວລະພາ ມູນຄ່າສັນຍາ 145 ຕື້ກວ່າກີບ ມີລວງຍາວ 56.5 ກິໂລແມັດ ກວ້າງ 8 ແມັດ ປັດຈຸບັນແມ່ນຈັດຕັ້ງປະຕິບັດສໍາເລັດ100%.
ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນແຕ່ແຍກບ້ານນາກະຈັນທົ່ງ ຫາ ເມືອງບົວລະພາ, ມີລວງຍາວ 4.4 ກິໂລແມັດ ກວ້າງ 8 ແມັດ ເລີ່ມລົງມືປະຕິບັດໃນຕົ້ນເດືອນທັນວານີ້ ປັດຈຸບັນສໍາເລັດ 10% ລວມມູນຄ່າກໍ່ສ້າງ 12 ຕື້ກວ່າກີບ ຄາດວ່າ ຈະໃຫ້ສໍາເລັດໃນເດືອນ ມີນາ ປີ 2025.
ໂອກາດນີ້ ທ່ານເຈົ້າແຂວງ ຄໍາມ່ວນ ຍັງໄດ້ສະເໜີ ມາຍັງພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ຈົ່ງສືບຕໍ່ໃນການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ເພື່ອອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ປະສານສົມທົບກັບພາກສ່ວນບໍລິສັດ ເພື່ອຕິດຕາມກວດກາດ້ານເຕັກນິກໃຫ້ໄດ້ມາດຕະຖານການກໍ່ສ້າງ, ພ້ອມທັງ ເນັ້ນໃຫ້ບໍລິສັດຜູ້ຮັບເໝົາຈົ່ງສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ມີຄວາມສໍາເລັດໂດຍໄວ, ທັງຮັບປະກັນຄຸນນະພາບ ແລະ ທັນຕາມກໍານົດເວລາ.