ປະທານສະພາແຫ່ງຊາດ ຕີລາຄາສູງຕໍ່ ສື່ມວນຊົນ ໃນໂອກາດວັນສ້າງຕັ້ງ ສື່ມວນຊົນສະພາແຫ່ງຊາດ ຄົບຮອບ 28 ປີ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຕີລາຄາສູງຕໍ່ຄວາມບຸກບືນ, ຫ້າວຫັນ ຂອງນັກຮົບສື່ມວນຊົນໃນໂອກາດວັນສ້າງຕັ້ງ ສື່ມວນຊົນສະພາແຫ່ງຊາດ ຄົບຮອບ 28 ປີ ແລະ ການຜະລິດໜັງສືພິມຜູ້ແທນປະຊາຊົນ ສະບັບທີ 1,000 ວັນທີ 27 ທັນວາ 2024 ວ່າ: ຊົມເຊີຍສື່ມວນຊົນທີ່ ປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ຮັບຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການໂຄສະນາເຜີຍແຜ່ ການເຄື່ອນໄຫວວຽກງານຂອງສູນກາງພັກ, ການດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດແຕ່ລະຄັ້ງ, ການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໄດ້ຮັບຜົນສໍາເລັດເປັນຢ່າງດີ ເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ການເຄື່ອນໄຫວຂອງພັກ-ລັດ.
ວຽກງານສື່ມວນຊົນ ເປັນປາກກະບອກສຽງ ໃນການໂຄສະນາ ເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ລວມທັງການເຄື່ອນໄຫວວຽກງານຂອງສູນກາງພັກ, ສະພາແຫ່ງຊາດ ກໍຄື ລັດຖະບານ ໃຫ້ພະນັກງານ, ທະຫານຕໍາຫລວດ ກໍຄື ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ, ນໍາເອົາໝາກຜົນແຫ່ງການສ້າງສາ ພັດທະນາເສດຖະກິດ-ສັງຄົມ ມາສູ່ປະເທດຊາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ດີຂຶ້ນ. ໝາຍຄວາມວ່າ ສື່ມວນຊົນປະເພດຕ່າງໆ ມີບົດບາດສໍາຄັນຫລາຍ ໃນການນໍາເອົາແນວທາງ ນະໂຍບາຍຂອງພັກ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນຢູ່ ບັນດາແຂວງ, ເມືອງ, ບ້ານ ລວມທັງເຂດຫ່າງໄກສອກຫລີກ ໂດຍຜ່ານສື່ປະເພດຕ່າງໆ ເປັນຕົ້ນ ໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ, ສື່ສັງຄົມອອນລາຍ. ອີກດ້ານໜຶ່ງ ນັກຮົບສື່ມວນຊົນ ກໍເປັນຜູ້ທີ່ມີພອນສະຫວັນ ໃນການເວົ້າຈາປາໄສ, ມີຄວາມຊໍານານໃນການຜັນຂະຫຍາຍ ເນື້ອໃນເອກະສານສໍາຄັນຕ່າງໆ ໃຫ້ຜູ້ອ່ານ, ຜູ້ຟັງມີຄວາມສົນໃຈຕິດຕາມຢ່າງຕັ້ງໜ້າ. ວຽກງານສື່ມວນຊົນໃນປັດຈຸບັນ ໄດ້ມີການພັດທະນາ, ກ້າວໜ້າ, ຂະຫຍາຍຕົວຢ່າງວ່ອງໄວ ໂດຍສະເພາະ ສື່ສັງຄົມອອນລາຍ ເຮັດໃຫ້ອິດທິກໍາລັງປໍລະປັກ ນໍາໃຊ້ສື່ສັງຄົມອອນລາຍ ໃນທາງທີ່ບໍ່ຖືກຕ້ອງ, ໃສ່ຮ້າຍປ້າຍສີໃນທາງທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ເຮັດໃຫ້ປະຊາຊົນຈໍານວນໜຶ່ງ ທີ່ມີທັດສະນະຫລັກໝັ້ນການເມືອງບໍ່ທັນໜັກແໜ້ນ ຫລົງເຊື່ອ, ສ້າງຄວາມແຕກແຍກພາຍໃນຂອງພວກເຮົາ ຊຶ່ງເປັນໄພອັນຕະລາຍໄລຍະຍາວ. ຕໍ່ໜ້າສະພາບການດັ່ງກ່າວ ສື່ມວນຊົນ ຈະຕ້ອງໄດ້ຄົ້ນຄວ້າວິທີການແກ້ໄຂ ການເຄື່ອນໄຫວວຽກງານສື່ມວນຊົນ ຕ້ອງຮັບປະກັນ ການຜັນຂະຫຍາຍ ແລະ ໂຄສະນາເຜີຍ ແຜ່ແນວທາງນະໂຍບາຍຂອງພັກ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ ດັ່ງຄໍາເຫັນຂອງ ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ “ທຸກການເຄື່ອນໄຫວດ້ານຖະແຫລງຂ່າວ, ໜັງສືພິມ, ການກະຈາຍສຽງ, ການພິມຈໍາໜ່າຍ, ຮູບເງົາ, ສິລະປະວັນນະຄະດີ ຕ້ອງສະແດງອອກເປັນຈິງເຖິງເນື້ອໃນ ແລະ ລັກສະນະວັດທະນະທໍາໃໝ່ທີ່ກ້າວໜ້າ, ຕ້ອງຕິດແໜ້ນກັບແນວທາງນະໂຍບາຍຂອງພັກ ແລະ ລັດ, ຕ້ອງຕິດແໜ້ນກັບຊີວິດອອກແຮງງານກໍ່ສ້າງ ແລະ ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ແນໃສ່ເຊີດຊູສະຕິຕື່ນຕົວສັງຄົມນິຍົມ, ນໍ້າໃຈຟົດຟື້ນອອກແຮງງານ, ປະດິດສ້າງຂອງປະຊາຊົນບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ”.
ສຳລັບການໂຄສະນາເຜີຍແຜ່ ການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ມີຄວາມສໍາຄັນຫລາຍ ໂດຍສະເພາະ ການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ການເຄື່ອນໄຫວຕິດຕາມກວດກາການປະຕິບັດກົດໝາຍ ແລະ ອື່ນໆ. ເນື່ອງຈາກວ່າ ສະພາແຫ່ງຊາດ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເປັນອົງການສູງສຸດແຫ່ງອໍານາດລັດ; ສະພາປະຊາຊົນຂັ້ນແຂວງ ກໍເປັນອົງການຕົວແທນຂອງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ ຈຶ່ງມີໜ້າທີ່ຕ້ອງໄດ້ລາຍງານ ການເຄື່ອໄຫວວຽກງານຂອງຕົນ ໃຫ້ຜູ້ມີສິດເລືອກຕັ້ງ ກໍຄື ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດ ຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນຂັ້ນແຂວງ ໃຫ້ເກີດໝາກຜົນຕໍ່ປະເທດຊາດ.
ທ່ານ ໄຊສົມພອນ ພົມວິຫານ ສະເໜີໃຫ້ສື່ມວນຊົນເອົາໃຈໃສ່ ການສໍາພາດສະມາຊິກສະພາແຫ່ງຊາດ ຕໍ່ຫົວຂໍ້ຕ່າງໆ ທີ່ຕິດພັນກັບບັນ ຫາພົ້ນເດັ່ນຂອງສັງຄົມ, ບັນຫາທີ່ສັງຄົມມີຄວາມສົນໃຈຫລາຍ ເພື່ອໃຫ້ຜູ້ແທນອະທິບາຍທີ່ມີເຫດມີຜົນໃຫ້ຜູ້ມິສິດເລືອກຕັ້ງໄດ້ເຂົ້າໃຈຕໍ່ບັນຫາຕ່າງໆ; ການຖ່າຍທອດການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມ ກໍເປັນວຽກງານທີ່ສໍາຄັນ ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ການປະຕິ ບັດໜ້າທີ່ຕົວແທນຂອງ ສະມາຊິກສະພາແຫ່ງຊາດ ຢູ່ກອງປະຊຸມສະພາແຫ່ງຊາດ. ໃນປີ 2025 ນີ້, ເປັນປີທີ່ຈະມີການກະກຽມໃຫ້ແກ່ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ກໍຄື ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງເປັນປາງບຸນໃຫຍ່ຂອງທົ່ວປວງຊົນລາວທັງຊາດ. ເພື່ອເຮັດໃຫ້ ການເລືອກຕັ້ງ ບັນລຸຕາມລະດັບຄາດໝາຍ ເປັນຕົ້ນ ເພດ, ເຜົ່າ, ໄວ ນັ້ນ ການໂຄສະນາເຜີຍແຜ່ວຽກງານເລືອກຕັ້ງຂອງ ສື່ມວນຊົນປະເພດຕ່າງໆ ມີຄວາມສໍາຄັນຫລາຍ ຈຶ່ງສະເໜີໃຫ້ສື່ມວນຊົນຈົ່ງໄດ້ກະກຽມດ້ານເຄື່ອງມື, ຮູບແບບ, ວິທີການໂຄສະນາ ໃຫ້ສອດຄ່ອງກັບທຸກເປົ້າໝາຍ ທັງສາມາດດຶງດູດຄວາມສົນໃຈຂອງປະຊາຊົນ ໃນການຕິດຕາມການໂຄສະນາ
ເນື່ອງໃນໂອກາດດັ່ງກ່າວ ມີຫົວໜ້າສຳນັກສື່ມວນຊົນໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ, ສື່ສັງຄົມອອນລາຍ ເຂົ້າຮ່ວມ.