Facebook Messenger ເພີ່ມຄວາມລະອຽດການສົ່ງຮູບພາບຄວາມລະອຽດສູງເຖິງ 4K ແລ້ວ
November 24, 2017 - 3:30 PM


ປະຕິບັດການຖ່າຍພາບ ແລະ ສົ່ງໃນ Facebook Messenger ຈະມີຄົນຈົ່ມກັນວ່າ ໄດ້ພາບບໍ່ລະອຽດ, ໃຊ້ບໍ່ໄດ້ ຫລ້າສຸດນີ້ກໍມີການປັບປຸງເລື່ອງຄວາມລະອຽດຂອງພາບໃຫ້ເປັນ 4K ແລ້ວຢ່າງເປັນທາງການ.


ຄວາມລະອຽດທີ່ວ່ານັ້ນ 4096×4096 ພິກເຊລ ເທົ່າກັບ 16.7 ລ້ານພິກເຊວນັ້ນເອງ ທີ່ມີການປັບນັ້ນ ເພື່ອຮອງຮັບມືຖືຮຸ່ນໃໝ່ໆ ທີ່ຈະສະແດງຜົນໄດ້ລະອຽດຫຼາຍຂຶ້ນ ແລະ ເຮັດໃຫ້ພາບນັ້ນຊັດເຈນຫຼາຍຂຶ້ນ
ແຕ່ວ່າພິກເຊລນີ້ຍັງເປີດໃຫ້ໃຊ້ງານສະເພາະໃນສະຫະລັດອາເມລິກາ, ການາດາ, ອົດສະຕຣາລີ, ສະຫະຣາຊະອານາຈັກ, ສິງກະໂປ, ຮົງກົງ, ຍີ່ປຸ່ນ ແລະ ສ.ເກົາຫລີ ໃນ Android ແລະ iOS ແຕ່ປະເທດອື່ນໆ ລໍຖ້າອາທິດໜ້າ ແຕ່ຕ້ອງອັບເດ Apps ກ່ອນ.