ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024

ວັນທີ 08 ມັງກອນ 2025 ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ວ່າ: ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 06 ແລະ ປິດລົງໃນຕອນແລງວັນທີ 07 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມໄດ້ດໍາເນີນມາເປັນເວລາສອງມື້ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ບັນຍາກາດແຫ່ງການເສີມຂະຫຍາຍຄວາມເປັນເຈົ້າການ, ສະຕິປັນຍາ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາອົງການຈັດຕັ້ງພັກ-ລັດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ 11 ຫົວຂໍ້ສໍາຄັນ. ຜົນຂອງການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ສຳຄັນດັ່ງກ່າວນັ້ນ, ກອງປະຊຸມ ໄດ້ມີຄຳເຫັນ ດັ່ງນີ້:
1. ການປະຕິບັດວຽກແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຂອງລັດຖະ ບານ ໃນປີ 2024 ຕາມມະຕິຕົກລົງ 19/ກມສພ ແລະ ແຜນວຽກຈຸດສຸມ ປີ 2025: ເຫັນວ່າ ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ເຕີບໂຕໃນລະດັບດີ, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນ 16% ເປັນການລື່່ນແຜນ 4 ປີ ຕິດຕໍ່ກັນ, ສາມາດແກ້ໄຂບັນຫາໜີ້ສິນໄດ້ຕາມສັນຍາ, ອັດຕາເງິນເຟີ້ຫຼຸດລົງຢ່າງຕໍ່ເນື່ອງ ຈາກ 24,4% ໃນເດືອນທັນວາ 2023 ມາຢູ່ລະດັບ 16,9% ໃນເດືອນທັນວາ 2024, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງຂຶ້ນ, ຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າໄດ້ 5,2 ເດືອນ. ກອງປະຊຸມໄດ້ຊີ້ນໍາໃຫ້ກອງເລຂາ ຄະນະສະເພາະກິດ 19/ກມສພ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງເນື້ອໃນບົດລາຍງານ ໃຫ້ລະອຽດຈະແຈ້ງຊັດເຈນ, ພ້ອມທັງ ຄົ້ນຄວ້າກຳນົດນະໂຍບາຍ ແລະ ນິຕິກຳທີ່ຈຳເປັນຕໍ່ບາງວຽກທີ່ຍັງຄົງຄ້າງ ທີ່ປະຕິບັດບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ; ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ເປັນເຈົ້າການປະຕິບັດແຜນວຽກຈຸດສຸມ ປີ 2025 ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
2. ການແກ້ໄຂບັນຫາລົດເຖື່ອນ ແລະ ບັນຫາໂຄງການບໍ່ແຮ່, ໃນນັ້ນ:
– ການແກ້ໄຂບັນຫາລົດເຖື່ອນ: ໃຫ້ຄະນະຮັບຜິດຊອບດັ່ງກ່າວ ສືບຕໍ່ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າອອກນິຕິກໍາເພີ່ມເຕີມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ພ້ອມທັງ ຮີບຮ້ອນດໍາເນີນການແກ້ໄຂ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ ແລະ ເດັດຂາດ. ໃນຕໍ່ໜ້າ ໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
– ສຳລັບການແກ້ໄຂໂຄງການບໍ່ແຮ່: ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດທິດຊີ້ນຳ ຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຢ່າງເຂັ້ມງວດ; ໃຫ້ຄະນະຮັບຜິດຊອບ ຮີບຮ້ອນອອກຄຳສັ່ງຂອງລັດຖະບານ ເພື່ອຢຸດຕິການອະນຸມັດຂຸດຄົ້ນແຮ່ຄຳຕົກຂ້ອນ ໃນຂອບເຂດທົ່ວປະເທດ, ສ່ວນໂຄງການທີ່ໄດ້ອະນຸມັດໄລຍະຜ່ານມາ ເມື່ອໝົດອາຍຸສັນຍາ ຫຼື ດຳເນີນໂຄງການທີ່ບໍ່ເສດຖະກິດ, ໂຄງການທີ່ມີຜົນກະທົບຕໍ່ສິ່ງແວດລ້ອມຢ່າງຫຼວງຫຼາຍ ກໍ່ໃຫ້ຢຸດເຊົາ ຫຼື ຍົກເລີກສັນຍາ. ຖ້າຫາກພົບເຫັນ ມີບໍລິສັດລະເມີດ ກໍ່ໃຫ້ຮີບດຳເນີນມາດຕະການ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ-ເດັດຂາດ.
3. ມາດຕະການແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ: ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ສົມທົບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ກວດກາ ແລະ ຂຶ້ນທະບຽນຜູ້ຄອບຄອງ ແລະ ນຳໃຊ້ອາວຸດເສິກ ໃຫ້ຄົບຖ້ວນ ແລະ ໃຫ້ດຳເນີນມາດຕະການຢ່າງເດັດຂາດ ຕໍ່ຜູ້ທີ່ບໍ່ໃຫ້ການຮ່ວມມື. ສຳລັບການແກ້ໄຂບັນຫາຢາເສບຕິດ ແມ່ນສືບຕໍ່ຕາມມາດຕະການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ-ເດັດຂາດ ແລະ ໃຫ້ມີສ່ວນຮ່ວມຂອງທົ່ວປວງຊົນ.
4. ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະນັກງານ-ລັດຖະກອນ ແລະ ມາດຕະການແກ້ໄຂ, ໃນນັ້ນ:
– ການຈັດຕັ້ງປະຕິບັດວຽກງານ 3 ສ້າງ: ໃຫ້ກະຊວງພາຍໃນ ເປັນເຈົ້າການສືບຕໍ່ປະຕິບັດຕາມວຽກຈຸດສຸມ ກໍ່ຄື ແຜນການປີ 2025 ໂດຍເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິ ບັດ, ການປັບປຸງການຈັດຕັ້ງ ຂອງແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອປະຕິບັດທິດຊີ້ນຳຂອງສູນກາງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ ໃຫ້ກະກຽມສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນປີ 2025 ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ.
– ສຳລັບການແກ້ໄຂບັນຫາການລາອອກຂອງພະນັກງານ-ລັດຖະກອນ: ໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້ານະໂຍບາຍ ເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ໃຫ້ດີຂຶ້ນ. ພ້ອມກັນນັ້ນ, ໃຫ້ຄົ້ນຄວ້າບັນດາມາດຕະການເພີ່ມເຕີ່ມ ບົນພື້ນຖານການຄົ້ນຄວ້າ ຢ່າງມີວິທະຍາສາດ ເພື່ອຮັບປະກັນໃຫ້ມີພະນັກງານສືບທອດປ່ຽນແທນ ຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.
5. ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງແຜນວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍວາງຄາດໝາຍ, ຈຸດສຸມຂອງແຜນງານ, ບັນດາໂຄງການໃຫ້ລະອຽດຊັດເຈນ; ຄົ້ນຄວ້າຈັດສັນແຜນງົບປະມານ ເຂົ້າໃນແຜນວຽກດັ່ງກ່າວ ພ້ອມທັງ ນໍາໃຊ້ງົບປະມານຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ ເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນຮູບປະທຳຫຼາຍຂຶ້ນ.
6. ການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຕິດພັນກັບມາດຕະການແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ: ໃຫ້ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງເລິກຄົ້ນຄວ້າບັນດາມາດຕະການ ແລະ ວິທີການແກ້ໄຂບັນຫາຢ່າງລະອຽດ, ຊັດເຈນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ ແລະ ອະນາຄົດ, ທັງມີການຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຜົນ ເປັນແຕ່ລະໄລຍະ, ສິ່ງສໍາຄັນໃຫ້ປັບປຸງແກ້ໄຂຢ່າງເປັນລະບົບ.
7. ການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ປີ 2024 ແລະ ສະເໜີທິດທາງແຜນການ ປີ 2025: ເຊິ່ງປິ 2024 ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ລື່ນແຜນການທີ່ກຳນົດໄວ້, ສ້າງລາຍຮັບເປັນເງິນຕາຕ່າງປະເທດ ເພີ່ມຂຶ້ນ. ກອງປະຊຸມ ໄດ້ຊີ້ນຳໃຫ້ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງບັນດາໂຄງລ່າງພື້ນຖານ ແລະ ແຫຼ່ງທ່ອງທ່ຽວ ໃຫ້ມີຄວາມສະດວກ, ສວຍງາມ, ສ້າງຄວາມປະທັບໃຈ, ມີຄວາມປອດໄພ ແລະ ສາມາດດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຫຼາຍຂຶ້ນ, ທັງປັບປຸງຍົກລະດັບການບໍລິການການທ່ອງທ່ຽວ ໃຫ້ດີຂຶ້ນກວ່າເກົ່າ; ສ້າງກິດຈະກໍາຕ່າງໆ ຮັບໃຊ້ການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ; ຫັນລະບົບການເກັບລາຍຮັບຈາກການທ່ອງທ່ຽວ ໃຫ້ທັນສະໄໝ, ຮັບປະກັນຄວາມໂປ່ງໃສ ແລະ ສາມາດຈໍາກັດຊ່ອງຫວ່າງການສວຍໂອກາດ ທີ່ພາໃຫ້ງົບປະມານຂອງລັດ ໃນວຽກງານດັ່ງກ່າວ ຮົ່ວໄຫຼ.
8. ການຈັດສັນທີ່ດິນ, ການອອກໃບຕາດິນ, ການຫັນການເກັບລາຍຮັບທີ່ດິນ ເປັນທັນສະໄໝ: ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍທີ່ດິນ ພ້ອມທັງເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງການນຳໃຊ້ທີ່ດິນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດມະຕິຕົກລົງ ສະບັບເລກທີ 26/ຄບສພ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ, ພ້ອມທັງ ກໍານົດຄາດໝາຍໃນການອອກໃບຕາດິນ ໃຫ້ສອດຄ່ອງ, ຈະແຈ້ງຊັດເຈນ ສາມາດປະຕິບັດໄດ້; ໃຫ້ບັນດາຂະແໜງການ ກວດກາ ແລະ ແບ່ງຂັ້ນຄຸ້ມຄອງທີ່ດິນ ຂອງຂະແໜງການຂອງຕົນ ໄປຕາມທິດ 3 ສ້າງ; ສົ່ງເສີມຊຸກຍູ້ການນຳເຕັກໂນໂລຊີ ເຂົ້າໃນການສໍາຫຼວດຕອນດິນ ເພື່ອໃຫ້ສາມາດເກັບກໍາຂ້ໍມູນຕອນດິນ ໃຫ້ສະດວກວ່ອງໄວ ແລະ ຊັດເຈນ; ສືບຕໍ່ສ້າງເງື່ອນໄຂ ແລະ ຂັ້ນຕອນ ໃຫ້ການປະຕິບັດວຽກອອກໃບຕາດິນ ໃຫ້ມີຄວາມວ່ອງໄວຫຼາຍຂຶ້ນ.
9. ການຄຸ້ມຄອງ ແລະ ນໍາໃຊ້ ດິນກະສິກໍາ ແລະ ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມືວຽກງານ ສິນເຊື່ອກາກບອນປ່າໄມ້: ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ 3 ປະເພດປ່າ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ; ໃຫ້ຖືວຽກດັ່ງກ່າວ ເປັນຄວາມຮັບຜິດຊອບ ຂອງອົງການປົກຄອງທ້ອງຖິ່ນທຸກຂັ້ນ; ເອົາໃຈໃສ່ຄຸ້ມຄອງດິນກະສິກຳ-ປ່າໄມ້ ໃຫ້ດີ ຕາມທິດ 3 ສ້າງ ໂດຍສໍາຫຼວດ ຈັດສັນທີ່ດິນກະສິກໍາ-ປ່າໄມ້ໃຫ້ສຳເລັດໂດຍໄວ; ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ເຄື່ອນໄຫວວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍກວ່າເກົ່າ, ທັງສາມາດແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນ ໃນຂົງເຂດວຽກງານດັ່ງກ່າວ.
10. ມາດຕະການແກ້ໄຂບັນຫາການຂາດແຄນໄຟຟ້າ ແລະ ສະເໜີປັບປຸງໂຄງສ້າງລາຄາໄຟຟ້າ:ກອງປະຊຸມເຫັນ ດີດ້ານຫຼັກການ ຕໍ່ການສະເໜີຂອງກະຊວງພະລັງງານ ແລະ ບໍ່ແຮ່; ໃຫ້ສືບຕໍ່ສົ່ງເສີມການນໍາໃຊ້ພະລັງງານທາງເລືອກສະອາດ; ໃຫ້ຈັດກອງປະຊຸມສຳມະນາ ເຜີຍແຜ່ຂໍ້ມູນຜ່ານສື່ຕ່າງໆ ໃຫ້ສັງຄົມຮັບຊາບ ແລະ ເຂົ້າໃຈ ກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ.
11. ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ເຊິ່ງປະທານກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ສືບຕໍ່ປະຕິບັດຕາມດໍາລັດສະບັບດັ່ງກ່າວ ຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດ ແລະ ເປັນຮູບປະທໍາຕົວຈິງ.
ສຳລັບປີ 2025 ລັດຖະບານ ໄດ້ກຳນົດທິດທາງ ແລະ ແຜນວຽກຈຸດສຸມລວມ ດັ່ງນີ້:
1) ສຸມໃສ່ປະຕິບັດບັນດາວຽກຈຸດສຸມທີ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການ ແລະ ແຜນການລົງທຶນຂອງລັດ ປີ 2025, ມະຕິ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ທິດທາງແຜນການປີ 2025, ມະຕິ ວ່າດ້ວຍການແກ້ໄຂຜົນການກວດສອບ; ພ້ອມທັງ ສຸມໃສ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ສຳເລັດ ໂດຍພື້ນຖານ.
2) ສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມຂອງຄະນະສະເພາະກິດ 19/ກມສພ ກ່ຽວກັບການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ການແກ້ໄຂໜີ້ສິນ. ພ້ອມກັນນັ້ນ ກໍສືບຕໍ່ສຸມໃສ່ປະຕິບັດສອງວາລະແຫ່ງຊາດ ໃນທ້າຍສະໄໝ ຕິດພັນກັບການແກ້ໄຂຜົນກະທົບຈາກໄພທຳມະຊາດ ໃນປີ 2024 ດ້ວຍຄວາມບຸກບືນສູ້ຊົນ ໃຫ້ໄດ້ເປັນກ້າວໆ ແລະ ຢ່າງມີຈຸດສຸມ.
3) ສືບຕໍ່ລົງເລິກຈັດຕັ້ງປະຕິບັດ ມະຕິຂອງລັດຖະບານ ເລກທີ 05 ກ່ຽວກັບການຜັນຂະຫຍາຍການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ແລະ ແນວຄິດຊີ້ນໍາຂອງທ່ານ ປະທານປະເທດ ຕໍ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີ I ປະຈໍາປີ 2024 ໃຫ້ເປັນຂະບວນທີ່ກວ້າງຂວາງ ແລະ ມີຜົນສໍາເລັດຕົວຈິງຫຼາຍຂຶ້ນ.
4) ສືບຕໍ່ຜັນຂະຫຍາຍ ເນື້ອໃນທີ່ໄດ້ຕົກລົງ ໃນກອງປະຊຸມສຸດຍອດອາຊຽນສຸດ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດເຮົາ.
5) ສືບຕໍ່ສຸມໃສ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການສະເຫຼີມ ສະຫຼອງ 3 ວັນປະຫວັດສາດຂອງຊາດ ແລະ ການດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ຮັບປະກັນທາງດ້ານເນື້ອໃນ, ມີຂະບວນການທີ່ເປັນປົກກະຕິ ແລະ ຟົດຟື້ນ.
ສຳລັບແຜນວຽກຈຸດສຸມໃນແຕ່ລະຂົງເຂດ ມີດັ່ງນີ້:
1) ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດວຽກງານ ຕາມແຜນທີ່ກໍານົດໄວ້ ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ລົງເລິກຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ອາວຸດເຖື່ອນ ໃຫ້ໄດ້ຮັບຜົນດີເປັນກ້າວໆ; ເຄື່ອນໄຫວຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ ລວມທັງ ການນຳໃຊ້ສື່ສັງຄົມອອນລາຍ ເພື່ອໂຈມຕີແນວທາງນະໂຍບາຍຂອງພັກ-ລັດ, ການນຳຂັ້ນສູງ ແລະ ລະບອບໃໝ່ຂອງພວກເຮົາ ໃຫ້ທັນສະພາບການ.
2) ດ້ານເສດຖະກິດ:
(1) ໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫຼາຍຂຶ້ນກ່ວາເກົ່າ ໂດຍມອບວຽກການຈັດຕັ້ງ ແລະ ບຸກຄົນ ຢ່າງລະອຽດຈະແຈ້ງ ທັງກຳນົດຄາດໝາຍເວລາສໍາເລັດ ໃຫ້ຊັດເຈນ.
(2) ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຕາມທິດຍືນຍົງ ທັງສາມາດສ້າງມູນຄ່າເພີ່ມຈາກແຮ່ຕ່າງໆ ແລະ ປັດໄຈການຜະລິດ ເຊັ່ນ: ຜະລິດປຸ໋ຍຊີວະພາບ, ຫົວອາຫານລ້ຽງສັດ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ໄປຄຽງຄູ່ກັບການປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງ ໃຫ້ມີຄວາມສະດວກຂື້ນ ເພື່ອເປັນພື້ນຖານສຳຄັນໃຫ້ແກ່ການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.
(3) ສຸມໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ດ້ວຍການດຳເນີນນະໂຍບາຍເງິນຕາແບບຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນ ຢ່າງມີປະສິດທິພາບ, ຄຸ້ມຄອງເງິນຕາຕ່າງປະເທດ ຈາກການລົງທຶນ, ການສົ່ງອອກ-ນຳເຂົ້າສິນຄ້າຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ ຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ແລະ ການນຳໃຊ້ສະກຸນເງິນທ້ອງຖິ່ນ ກັບປະເທດໃກ້ຄຽງ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ, ສືບຕໍ່ປ່ອຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃຫ້ມີປະສິດທິຜົນສູງ.
(4) ສຸມໃສ່ການຂຸດຄົ້ນແຫຼ່ງລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ເປັນປີທີ 5 ຕິດຕໍ່ກັນ ແລະ ສູ້ຊົນໃຫ້ເປັນປີທຳອິດໃຫ້ມີລາຍຮັບເກີນດຸນ ຕາມຄາດໝາຍ ສອຈ ວາງອອກ ໂດຍສຸມທຸກກຳລັງແຮງສັງລວມ ເຂົ້າໃນການເກັບລາຍຮັບ ຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້, ເລັ່ງຂະຫຍາຍຖານລາຍຮັບໃໝ່ ຕິດພັນກັບການຫັນເປັນທັນສະໄໝ, ຈໍາກັດການຍົກເວັ້ນພັນທະຕ່າງໆ ທີ່ບໍ່ເປັນການກະຕຸ້ນ ຫຼື ສົ່ງເສີມການລົງທຶນ. ດ້ານລາຍຈ່າຍງົບປະມານ ແມ່ນໃຫ້ສຸມໃສ່ວຽກງານບູລິມະສິດຂອງລັດຖະບານ ບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ແຫຼ່ງລາຍຮັບພາຍໃນ ເພື່ອແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຊອກທຸກວິທີ ເພື່ອຫຼຸດຜ່ອນການກູ້ຢືມດ້ວຍຮູບການຕ່າງໆລົງ.
(5) ສືບຕໍ່ດັດສົມຈຳນວນບໍລິສັດນຳເຂົ້າ-ສົ່ງອອກ, ຈໍາກັດການນໍາເຂົ້າສິນຄ້າ ທີ່ສາມາດຜະລິດເອງໄດ້ ແລະ ຕີຖອຍການຄ້ານອກລະບົບ ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ເພືີ່ອຄຸ້ມຄອງການນໍາເຂົົ້າສິນຄ້າໃຫ້ຫຼຸດໜ້ອຍຖອຍລົງ.
(6) ສືບຕໍ່ປັບປຸງກົນໄກ, ລະບຽບການສົ່ງເສີມການລົງທຶນ ແລະ ການດຳເນີນທຸລະກິດ ໃຫ້ມີຄວາມສະດວກ, ຕັດຂັ້ນຂອດທີ່ບໍ່ຈໍາເປັນລົງ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ກໍ່ໃຫ້ດໍາເນີນມາດຕະການ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ເດັດຂາດ.
(7) ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດປີ 2025 ໂດຍເລີ່ມປະຕິບັດໃນເດືອນມັງກອນ 2025 ເປັນຕົ້ນໄປ. ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ໃນການນໍາໃຊ້ເງິນເກີນແຜນໃຫ້ຖືກຕ້ອງຕາມເປົ້າໝາຍ.
(8. ເດັດຂາດໂຈະຖາວອນການອະນຸຍາດໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ, ທ້ອງຖິ່ນໃດ ຫາກຍັງມີສະພາບການສວຍໃຊ້ການຂຸດຄົ້ນຫີນແຮ່-ຊາຍ ເພື່ອຂຸດຄົ້ນຄໍາຕົກຂ້ອນ ແມ່ນໃຫ້ຮີບຮ້ອນແກ້ໄຂ ແລະ ດຳເນີນມາດຕະການທາງກົດໝາຍຢ່າງເດັດຂາດ. ພ້ອມທັງ ສຸມໃສ່ກວດກາບັນດາໂຄງການບໍ່ແຮ່ທີ່ໄດ້ອະນຸມັດຜ່ານມາ ເພື່ອບໍ່ໃຫ້ມີຊ່ອງວ່າງລັກໂລບ ຫຼື ລາຍງານຂໍ້ມູນການຂຸດຄົ້ນ ບໍ່ຖືກຕ້ອງ.
(9) ສືບຕໍ່ເລັ່ງຫັນໂຄງການທົດລອງແຮ່ທາດ ໄປສູ່ກົນໄກປົກກະຕິຕາມກົດໝາຍກຳນົດ, ພ້ອມກັນນັ້ນ ຕ້ອງສຸມໃສ່ປະຕິບັດມາດຕະການຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ, ແຮ່ຫາຍາກ ແລະ ອື່ນໆ, ທັງຮີບຮ້ອນຄົ້ນຄວ້ານະໂຍບາຍຈຳນວນໜຶ່ງ ເພື່ອໃຫ້ມີການສ້າງໂຮງງານປຸງແຕ່ງແຮ່ສຳເລັດຮູບຢູ່ລາວ ໂດຍສະເພາະ ແຮ່ຖ່ານຫີນ, ແຮ່ຄໍາ, ແຮ່ເຫຼັກ.
(10) ເລັ່ງແກ້ໄຂບັນຫາລົດເຖື່ອນ ຢູ່ເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ສຳເລັດ ພາຍໃນ 6 ເດືອນຕົ້ນປີ 2025. ສໍາລັບລົດເຖື່ອນ ຢູ່ທ້ອງຖິ່ນອື່ນໆ ໃຫ້ສືບຕໍ່ແກ້ໄ ຢ່າງເດັດຂາດ ແລະ ເຂັ້ມງວດ. ພ້ອມກັນນັ້ນ ໃຫ້ກະຊວງການເງິນ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັນ ຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດດຳລັດຂອງລັດຖະບານ ເລກທີ 599 (ລົດລັດ) ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.
3) ດ້ານວັດທະນະທໍາ-ສັງຄົມ.
(1) ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ ແລະ ກໍ່ສ້າງຊັບພະຍາກອນມະນຸດ; ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາການຂາດແຄນຄູສອນ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໝັກ ແລະ ການປະລະການຮຽນຂອງນັກຮຽນ, ນັກສຶກສາ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງ ເພີ່ມທະວີການມີສ່ວນຮ່ວມໃນການພັດທະນາການສຶກສາ ຕາມການແບ່ງຂັ້ນຄຸ້ມຄອງໃຫ້ຫຼາຍຂຶ້ນ.
(2) ສືບຕໍ່ປັບປຸງວຽກງານສາທາລະນະສຸກ ໃຫ້ມີຄຸນນະພາບ ດ້ວຍການຍົກລະດັບການບໍລິການຂອງໂຮງໝໍຂັ້ນຕ່າງໆ ໃຫ້ໄດ້ຕາມມາດຕະຖານ, ສະໜອງອຸປະກອນການແພດ ແລະ ບັນຈຸພະນັກງານຕາມແຜນທີ່ກຳນົດໄວ້, ປັບປຸງ ແລະ ຂະຫຍາຍການບໍລິການປິ່ນປົວສຸຂະພາບໃຫ້ທົ່ວເຖິງ ແລະ ເຂັ້ມແຂງ.
(3) ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ, ດັດສົມແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ. ຮີບຮ້ອນຄົ້ນຄວ້ານະໂຍບາຍເພີ່ມເຕີມ ແລະ ບັງຄັບໃຊ້ມາດຕະການຕ່າງໆ ກ່ຽວກັບການແກ້ໄຂບັນຫາຂາດແຄນແຮງງານພາຍໃນປະເທດ, ລວມທັງ ການຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານ ຢູ່ ສປປ ລາວ ແລະ ແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ ແລະ ປະເມີນຄືນການປະຕິບັດນະໂຍບາຍຕ່າງໆ ທີ່ໄດ້ອອກໃນໄລຍະຜ່ານມາ, ພ້ອມທັງ ປັບປຸງກົນໄກການຄຸ້ມຄອງໃຫ້ມີຄວາມໂລ່ງລ່ຽນ ແລະ ທັນສະໄໝຂື້ນ.
(4) ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫຼງຂ່າວ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ, ປັບປຸງສື່ຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເອົາໃຈໃສ່ຄຸ້ມຄອງສື່ອອນລາຍ ທີ່ໂຄສະນາບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງໂຄງລ່າງພື້ນຖານດ້ານວັດຖຸເຕັກນິກສື່ມວນຊົນ, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນໃຫ້ສາມາດຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.
(5) ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ແລະ ໃຫ້ມີສ່ວນຮ່ວມຫຼາຍຂື້ນກວ່າເກົ່າ ຂອງທຸກພາກສ່ວນໃນສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ດີ, ບໍລິການນັກທ່ອງທ່ຽວໃຫ້ໄດ້ຮັບຄວາມປະທັບໃຈ
(6) ສືບຕໍ່ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນໃບຕາດິນ ໃນຂອບເຂດທົ່ວປະເທດ ໂດຍເລັ່ງໃສ່ການຮັບຮູ້ສິດນໍາໃຊ້ທີ່ດິນຂອງການຈັດຕັ້ງ ແລະ ບຸກຄົນໃນເຂດທີ່ດິນປ່າໄມ້ ພ້ອມທັງການປັບປຸງລະບົບຄຸ້ມຄອງທີ່ດິນໄປຕາມທິດຫັນເປັນທັນສະໄໝ.
(7) ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆ ທີ່ພົວພັນເຖິງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີປະສິດທິຜົນ; ເລັ່ງການສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ; ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
4) ຂົງເຂດການປົກຄອງ, ການບໍລິຫານລັດ ແລະ ຍຸຕິທໍາ.
(1) ສຸມໃສ່ປັບປຸງແກ້ໄຂກົນໄກການປະສານງານ ໃນການແກ້ໄຂຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄວກວ່າເກົ່າ ໂດຍສະເພາະ ການແກ້ໄຂຊັບສິນທີ່ເປັນຂອງກາງ ເປັນຕົ້ນ ຊັບສິນຄົງທີ່, ພາຫະນະ ແລະ ເຄື່ອງມີຄ່າທີ່ຍຶດໄດ້ຈາກຄະດີຢາເສບຕິດໃຫ້ໄວຂຶ້ນ.
(2) ສຸມໃສ່ປັບປຸງກົງຈັກການບໍລິຫານລັດໃຫ້ກະທັດຮັດ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ກົງຈັກລັດຂັ້ນທ້ອງຖິ່ນ ທີ່ມີການສ້າງຕາແສງຂຶ້ນ ຕາມການຕົກລົງຂອງສູນກາງພັກ. ພ້ອມກັນນັ້ນ, ຕ້ອງໄດ້ເລັ່ງການຫັນເປັນພະລາກອນ ໃນຫົວໜ່ວຍລັດບໍລິຫານທີ່ມີລາຍຮັບ ໃຫ້ເປັນຮູບປະທຳຫຼາຍຂື້ນ; ສືບຕໍ່ຄົ້ນຄວ້າການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ໃຫ້ກະທັດຮັດຂຶ້ນຕື່ມ.
(3) ສືບຕໍ່ສຸມໃສ່ການສ້າງ ແລະ ປັບປຸງກົດໝາຍ ກໍຄືນິຕິກຳລຸ່ມກົດໝາຍ ໃຫ້ທັນກັບສະພາບການປ່ຽນແປງ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ທັງໃຫ້ສາມາດປະຕິບັດຕົວຈິງໄດ້ ແລະ ມີຄຸນນະພາບກວ່າເກົ່າ.
5) ຂົງເຂດວຽກງານການຕ່າງປະເທດ.
(1) ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະ ຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນຮູບປະທໍາ, ພ້ອມກັນນັ້ນ ກໍສຸມໃສ່ປະຕິບັດແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ.
(2) ສືບຕໍ່ເອົາໃຈໃສ່ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໃຫ້ແຂງແຮງກວ່າເກົ່າດ້ວຍຄວາມເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຂອງສາກົນຕ່າງໆ ໃຫ້ມີປະສິດທິຜົນສູງ.
(3) ສືບຕໍ່ເຄື່ອນໄຫວວຽກງານການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນສະພາບການ ຕາມທິດ ການທູດປ້ອງກັນເຫດ ແບບບຸກທະລຸ; ພ້ອມກັນນັ້ນ ຕ້ອງສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດ ດ້ານການທູດເສດຖະກິດ ແລະ ປະຊາຊົນ ບົນພື້ນຖານຮັບປະກັນປະສິດທິຜົນ ແລະປະຢັດມັດທະຍັດ.
ທັງໝົດນັ້ນ ແມ່ນຜົນຂອງກອງປະຊຸມ ແລະ ແຜນວຽກຈຸດສຸມຈໍານວນໜຶ່ງ ທີ່ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2025. ພ້ອມກັນນັ້ນ, ປະທານກອງປະຊຸມ ກໍໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ຫົວໜ້າອົງການຈັດຕັ້ງພັກ-ລັດ ຂັ້ນສູນກາງ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງນຳເອົາແຜນວຽກຈຸດສຸມໃນປີ 2025 ໄປຫັນເປັນແຜນຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ, ມີການຕິດຕາມກວດກາ ແລະ ລາຍງານເປັນແຕ່ລະໄລຍະ.