ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ

ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ - 473589447 1076574851163487 5784711665764903254 n - ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ
ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ - kitchen vibe - ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 9 ມັງກອນ 2025ນີ້ ວ່າ: ລັດຖະບານ ແຫ່ງ ສປປ ລາວ ຖືເອົາວຽກງານ ການຄ້າ-ການລົງທຶນ ເປັນໜຶ່ງໃນແຜນງານບຸລິມະສິດຂອງລັດຖະບານ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ, ການສ້າງລາຍຮັບເຂົ້າປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເຊິ່ງໃນ 11 ເດືອນ ຂອງປີ 2024 ຜ່ານມານີ້, ມູນຄ່າການຄ້າ ລະຫວ່າງ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32,8% ທຽບໃສ່ໄລຍະດຽວກັນຂອງປີ 2023 ໃນນັ້ນ, ການລົງທຶນຈາກ ສສ ຫວຽດນາມ ມີທັງໝົດ 417 ໂຄງການ, ມີມູນຄ່າອະນຸມັດທັງໝົດຫລາຍກວ່າ 4,9 ຕື້ໂດລາສະຫະລັດ, ການລົງທຶນ ຂອງ ຫວຽດນາມ 100% ມີມູນຄ່າ 4,6 ຕື້ໂດລາສະຫະລັດ ເຊິ່ງສ່ວນໃຫຍ່ເປັນການລົງທຶນ ໃນຂະແໜງບໍ່ແຮ່ ມີມູນຄ່າການລົງທຶນ 1.040 ລ້ານໂດລາສະຫະລັດ, ຂະແໜງພະລັງງານໄຟຟ້າ 980 ລ້ານໂດລາສະຫະລັດ, ຂະແໜງກະສິກໍາ 680 ລ້ານໂດລາສະຫະລັດ ແລະ ຂະແໜງບໍລິການອື່ນໆ ມີມູນຄ່າການລົງທຶນ 2 ຕື້ໂດລາສະຫະລັດ.

ສ່ວນມູນຄ່າການນຳເຂົ້າສິນຄ້າ ຈາກຫວຽດນາມ ບັນລຸ 641,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 32% ແລະ ມູນຄ່າສົ່ງອອກໄປຫວຽດນາມ ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 26,2%; ການລົງທຶນ ຈາກ ສສ ຫວຽດນາມ ໃນປັດຈຸບັນ ແມ່ນຈັດຢູ່ໃນອັນດັບ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.

ທີ່ມາ: ໜັງສືພິມປະເທດລາວ

ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ - 5 - ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ
ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ - 4 - ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ
ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ - 3 - ປີ 2024 ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸ 1,94 ຕື້ໂດລາ