ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - 473190954 1076596207828018 4384357609897879104 n - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V
ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - kitchen vibe - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

ກອງປະຊຸມຄະນະຊີ້ນຳລະດັບຊາດ ຄັ້ງທີ III ຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນໃນ ວັນທີ 14 ມັງກອນ 2025 ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຊີ້ນຳລະດັບຊາດ ສຳລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໃຫ້ຄະນະຊີ້ນໍາແຕ່ລະຂັ້ນ ແລະ ອໍານາດການປົກຄອງທ້ອງຖິ່ນ ຕ້ອງຖືສຳຄັນວຽກງານສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ, ຖືວຽກງານນີ້ເປັນວຽກບຸລິມະສິດ, ຖືເປັນພັນທະໜ້າທີ່ໃຫ້ການຮ່ວມມື ແລະ ຕິດຕາມຊຸກຍູ້ວຽກງານດັ່ງກ່າວເປັນປະຈຳ ເພື່ອເຮັດໃຫ້ການສຳຫລວດ ໄດ້ຮັບຂໍ້ມູນທີ່ມີຄຸນນະພາບ ຮັບໃຊ້ເຂົ້າໃນວຽກງານຕ່າງໆ,
ພ້ອມນີ້, ບັນດາຂະແໜງການ ແລະ ທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່ ໂດຍໃຫ້ຜັນຂະຫຍາຍແຜນໂຄສະນາ ທີ່ສູນກາງວາງອອກ ຫັນເປັນແຜນວຽກຂອງຕົນ ເພື່ອປຸກລະດົມທົ່ວປວງຊົນເຂົ້າຮ່ວມການສຳຫລວດ, ສ້າງຄວາມເຂົ້າໃຈໃຫ້ທຸກພາກສ່ວນ ກ່ຽວກັບຄວາມສໍາຄັນຂອງຂໍ້ມູນດ້ານພົນລະເມືອງ ເພື່ອບັນລຸຈຸດປະສົງ ໃນການພັດທະນາປະເທດຊາດ. ພ້ອມກັນນີ້, ກໍໃຫ້ມີການປະສານສົມທົບ ກັບພາກສ່ວນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ອງຊີ້ນຳຢ່າງໃກ້ຊິດ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມໃຫ້ໄດ້ 100% ໂດຍສະເພາະເຂດຫ່າງໄກສອກຫລີກ ແລະ ເຂດຊາຍແດນ; ການຈັດຫາ ແລະ ປະກອບຈຳນວນບຸກຄະລາກອນ ທີ່ຈະເປັນນັກເດີນສຳຫລວດ ແລະ ການກວດກາ ໃຫ້ຄົບຖ້ວນຕາມແຜນທີ່ກຳນົດ ເອົາໃຈໃສ່ການຈັດຫາພະນັກງານ ທີ່ມີຄວາມຮູ້ຄວາມສາມາດ ທີ່ຈະນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ (ແທັບເລັດ) ພ້ອມກັນນັ້ນກໍໃຫ້ຄະນະຊີ້ນຳທຸກຂັ້ນ ສ້າງແຜນຢ່າງລະອຽດຄົບຖ້ວນຂອງການຝຶກອົບຮົມ ແລະ ແຜນການດຳເນີນການສຳຫລວດຂອງຕົນ ແລະ ແຜນການລົງຕິດຕາມຊຸກຍູ້ແຕ່ຫົວທີ ເພື່ອຮັບປະກັໃຫ້ການສໍາຫລວດມີຄຸນນະພາບ ແລະ ຜົນສຳເລັດ.

ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - Visit Laos Visit SALANA BOUTIQUE HOTEL - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V
ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - Visit Laos Visit SALANA BOUTIQUE HOTEL - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

ໄລຍະຜ່ານມາ ສປປ ລາວ ໄດ້ດໍາເນີນການສໍາຫລວດພົນລະເມືອງ ທີ່ຢູ່ອາໄສທົ່ວປະເທດມາແລ້ວ 4 ຄັ້ງ ເຊິ່ງໄດ້ດຳເນີນໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ແລະ ຄັ້ງນີ້ ເປັນຄັ້ງທີ 5 ເຊິ່ງຈະໄດ້ຈັດຕັ້ງປະຕິບັດໃນປີ 2025ນີ້. ການສໍາຫລວດຄັ້ງນີ້, ແມ່ນມີຄວາມໝາຍສຳຄັນທີ່ສຸດ ໃນການເກັບກໍາຂໍ້ມູນອັນສຳຄັນ ກ່ຽວກັບຄຸນລັກສະນະຂອງພົນລະເມືອງ ແລະ ທີ່ຢູ່ອາໄສ, ສະພາບການສຶກສາ, ແຮງງານ ແລະ ຄວາມພິການ, ການຍົກຍ້າຍ, ການເກີດ, ການຕາຍ ແລະ ດ້ານສຸຂະອະນາໄມ. ຂໍ້ມູນດັ່ງກ່າວ, ຈະສາມາດສ່ອງແສງໃຫ້ເຫັນໄດ້ເຖິງການປ່ຽນແປງ ທາງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍ ຕົວ ແລະ ການແຈກຢາຍຂອງພົນລະເມືອງ ໃນຮອບ 10 ປີຜ່ານມາ ເພື່ອປະກອບສ່ວນ ເຂົ້າໃນການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ ທັງເປັນຂໍ້ມູນພື້ນຖານໃນການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ພ້ອມທັງປະກອບສ່ວນເຂົ້າໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍ ການພັດທະນາແບບຍືນຍົງ ເພື່ອເປັນຂໍ້ມູນໃນການສ້າງບົດລາຍງານແຫ່ງຊາດ ແບບສະໝັກໃຈເຫລັ້ມທີ 3 (VNR 3) ຂອງລັດຖະບານ,

ຂໍ້ມູນດັ່ງກ່າວ ຈະປະກອບສ່ວນເຂົ້າໃນການປະເມີນການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເປັນຕົ້ນ ການຄິດໄລ່ດັດຊະນີຊັບສິນມະນຸດ ເຊິ່ງເປັນດັດຊະນີໜຶ່ງ ໃນສາມມາດຕະຖານຂອງການປະເມີນ ການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (ດັດຊະນີຊັບສິນມະນຸດ ປະກອບມີ: ອັດຕາສ່ວນພົນລະເມືອງທີ່ຂາດໂພຊະນາການ, ອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ, ອັດຕາການເຂົ້າຮຽນລວມ ໃນຊັ້ນມັດທະຍົມ ແລະ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່).

ທີ່ມາ: ໜັງສືພິມປະເທດລາວ

ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - 5 - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V
ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - 3 - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V
ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V - 4 - ຄະນະຊີ້ນຳລະດັບຊາດ ຫາລືວຽກສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V