ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ

ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - 473619514 1166190872183394 2864463128683038776 n - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ
ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - kitchen vibe - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ

ວັນທີ 14 ມັງກອນ 2025 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງ ຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອຮັບການເຂົ້າຢ້ຽມຄຳນັບຂອງ ທ່ານນາງ ເກຣຕາ ເອນດ້າ ເວີດານິງ ເທຍຢາດສ໌ ເອກອັກຄະລັດຖະທູດແຫ່ງປະເທດ ອິນໂດເນເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງປະເທດອິນໂດເນເຊຍ ປະຈຳ ສປປ ລາວ ຄົນໃໝ່.

ໂອກາດັ່ງກ່າວ, ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ທ່ານນາງ ເກຣຕາ ເອນດ້າ ເວີດານິງ ເທຍຢາດສ໌ ພ້ອມທັງລາຍງານສະພາບຈຸດທີ່ຕັ້ງຂອງ ນວ ຜົນສຳເລັດຂອງການເປັນປະທານອາຊຽນ ການເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ສະພາບການພັດທະນາເສດຖະກິດ- ສັງຄົມ ການຂະຫຍາຍຕົວຂອງເສດຖະກິດຂອງ ນວ ຈາກນັ້ນສອງຝ່າຍກໍໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ເປັນຕົ້ນການຮ່ວມມືດ້ານເສດຖະກິດ ການສຶກສາຕ່າງໆ ໃນໄລຍະຜ່ານມາລັດຖະບານອິນໂດ ເນເຊຍໄດ້ສະໜອງທຶນຍົກລະດັບການສຶກສາປະລິນຍາຕີ ປະລິນຍາໂທໃຫ້ແກ່ ສປປ ລາວ ພ້ອມກັນນັ້ນສະຖານທູດອິນໂດເນເຊຍ ປະຈຳ ສປປ ລາວກໍໄດ້ເປີດສູນພາສາໃຫ້ນັກສຶກສາລາວ ທີ່ກຽມໄປຮຽນຕໍ່ຢູ່ປະເທດອິນໂດເນເຊຍ ຫຼື ນັກຮຽນ ນັກສຶກສາທົ່ວໄປມີມີຄວາມສົນໃຈຮຽນສາມາດໄປຮຽນໄດ້ ນອກຈາກນີ້ທ່ານເຈົ້າຄອງ ນວ ກໍໄດ້ຍືນຢັນຈະສະ ໜັບສະໜູນການຮ່ວມມືດ້ານຕ່າງໆລວມທັງການປະຕິບັດໜ້າທີ່ທາງ ການທູດຂອງທ່ານນາງ ເກຣຕາ ເອນດ້າ ເວີດານິງ ເທຍຢາດສ໌ໃຫ້ມີຜົນສຳເລັດ.

ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - Visit Laos Visit SALANA BOUTIQUE HOTEL - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ
ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - Visit Laos Visit SALANA BOUTIQUE HOTEL - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ

ທ່ານນາງ ເກຣຕາ ເອນດ້າ ເວີດານິງ ເທຍຢາດສ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານເຈົ້າຄອງ ນວ ພ້ອມທັງໄດ້ຊົມເຊີຍຜົນສຳເລັດໃນການເປັນປະທານອາຊຽນ ການເປັນເຈົ້າພາບ ກອງປະຊຸມປິ່ນອ້ອມໂດຍສະເພາະກອງປະຊຸມບັນດາເຈົ້າຄອງນະຄອນອາຊຽນທີ່ຜ່ານມາ ເຊິ່ງເຮັດໃຫ້ ສປປ ລາວ ມີຄວາມພົ້ນເດັ່ນໃນອາຊຽນ ແລະ ສາກົນ ພ້ອມນັ້ນທ່ານທູດຍັງໄດ້ຢືນຢັນຈະສຶບຕໍ່ເສີມຂະຫຍາຍສາຍພົວພັນ ການຮ່ວມມືຂອງສອງຝ່າຍໃຫ້ກ້າວໜ້າຍິ່ງໆຂຶ້ນ ໂດຍສະເພາະການຮ່ວມມືກັບນະຄອນຕ່າງໆຂອງອິນໂດເນເຊຍ ກັບ ນວ ເຖິງແມ່ນ ວ່າໄລຍະຜ່ານມາຈະໄດ້ຮ່ວມມືຫຼາຍດ້ານແລ້ວກໍຕາມ ໃນຕໍ່ໜ້າຈະສືບຕໍ່ໃຫ້ການຮ່ວມມືຫຼາຍດ້ານຂຶ້ນຕື່ມ ເປັນຕົ້ນການຮ່ວມມືໃນການພັດທະນາດ້ານການກໍ່ສ້າງ ການຈັດກິດຈະກຳໃນການສົ່ງເສີມດ້ານ ວັດທະນາທຳ-ສັງຄົມ ແລະ ອື່ນໆ.

ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - 473616245 1166190848850063 2729944786571678576 n 1024x623 - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ

ທີ່ມາ: ວຽງຈັນໃໝ່

ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - 3 - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ
ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - 4 - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ
ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ - 5 - ນະຄອນຫຼວງວຽງຈັນ ແລະ ອິນໂດເນເຊຍ ສືບຕໍ່ຮັດແໜ້ນການຮ່ວມມືຫຼາຍດ້ານ