ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ

ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - 473440104 1166180372184444 7641465933482305850 n - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ
ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - kitchen vibe - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ

ວັນທີ 13 ມັງກອນ 2025 ທີ່ສະໂມສອນຫ້ອງວ່າການແຂວງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ພົບປະໂອ້ລົມຕໍ່ຜູ້ບໍລິຫານການສຶກສາ ທິການ ແລະ ກິລາຂອງແຂວງ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນ ໂດຍມີທ່ານຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ, ສູນການສຶກສາ, ຫົວໜ້າ-ຮອງຫົວໜ້າຫ້ອງກາສຶກສາທິການ-ກິລາເມືອງ-ນະຄອນ, ມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລຄູສະຫວັນນະເຂດ, ສະຖາບັນການສຶກສາພາກລັດ-ເອກະຊົນ ແລະ ບັນດາໂຮງຮຽນອ້ອມຂ້າງແຂວງເຂົ້າຮ່ວມຮັບຝັງ.

ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານ ສະພາບການສຶກສາໄລຍະຜ່ານມາວ່າ: ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຊີ້ນຳ-ນໍາພາ 10 ຂະແໜງ, 4 ສູນ, 7 ໂຮງຮຽນທີ່ຂຶ້ນກັບ ແລະ 14 ຫ້ອງການສຶກສາທິການ ແລະ ກິລາເມືອງ, 1 ນະຄອນ ແລະໄດ້ປະສານສົມທົບກັບ 8 ສະຖາບັນການສຶກສາພາຍໃນແຂວງ; ໃນທ້າຍສົກຮຽນ 2022-2023 ທົ່ວແຂວງມີໂຮງຮຽນຈໍານວນ 1,962 ແຫ່ງ, ທ້າຍສົກຮຽນ 2023-2024 ມີໂຮງຮຽນຈໍານວນ 1,945 ແຫ່ງ, ຫຼຸດລົງ 17 ແຫ່ງ ແລະ ຮອດຕົ້ນສົກຮຽນ 2025 ທົ່ວແຂວງມີຈໍານວນໂຮງຮຽນທັງໝົດ 1,924 ແຫ່ງ, ຫຼຸດລົງ 21 ແຫ່ງ, ຈໍານວນນັກຮຽນທົ່ວແຂວງມີ 172,887 ຄົນ ຍິງ 86,749 ຄົນ, ຄູສອນ ແລະ ພະນັກງານລັດຖະກອນສຶກສາ-ກິລາທົ່ວແຂວງມີ 7,197 ຄົນ ຍິງ 4,412 ຄົນ. ໃນນັ້ນ, ພະນັກງານລັດຖະກອນຄູ 6,589 ຄົນ ແລະ ຄູອາສາສະໝັກໄດ້ຮັບອັດຕາຈ້າງທົ່ວແຂວງ 1,296 ຄົນ, ຈໍານວນຄູສອນພາກເອກະຊົນທັງໝົດ 562 ຄົນ. ສຳລັບພິທີໄຂສົກຮຽນໃໝ່ ສົກຮຽນປີນີ້ ແມ່ນເປັນແບບເຄື່ອນທີ່ ທີ່ເປັນຄັ້ງປະຫວັດສາດ, ເປັນບຸນປາງໃຫຍ່ຂອງແຂວງ ໂດຍໄດ້ຮັບຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຈາກຄະນະນໍາຂັ້ນແຂວງ ທີ່ໃຫ້ຄວາມສໍາຄັນ ແລະ ຖືເອົາວຽກງານການສຶກສາເປັນບັນຫາກົກ ໂດຍນໍາພາ-ຊີ້ນໍາຂອງທ່ານເຈົ້າແຂວງ, ຮອງເຈົ້າແຂວງ ພ້ອມດ້ວຍທ່ານຄະນະປະຈຳພັກແຂວງ ໃນການລົງໄຂສົກຮຽນໃໝ່ ປະກອບມີ 6 ເມືອງ: ພະລານໄຊ, ພິນ, ເຊໂປນ, ນອງ, ຊົນນະບູລີ ແລະ ເມືອງທ່າປາງທອງ; ສໍາເລັດການລະດົມທຶນ ເພື່ອລົງຊຸກຍູ້ວຽກງານການສຶກສາ ໂດຍເປັນປະທານຂອງທ່ານເຈົ້າແຂວງສະຫວັນນະເຂດ ລວມເປັນມູນຄ່າໄດ້ 1.4 ຕື້ກີບ.

ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ
ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - Visit Laos Visit SALANA BOUTIQUE HOTEL - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ບັນດາຄະນະພັກ-ຄະນະນໍາຂົງເຂດການສຶກສາ ລວມເຖິງພະນັກງານຄູ-ອາຈານໃນແຕ່ລະສະຖາບັນ ເອົາໃຈໃສ່ຕໍ່ກັບສິດ, ໜ້າທີ່ ແລະ ພາລະບົດບາດຂອງຄະນະພັດທະນາການສຶກສາໃນແຕ່ລະຂັ້ນ ເພື່ອໃຫ້ໄດ້ເຄື່ອນໄຫວຢ່າງຈິງຈັງ ຊຶ່ງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບມືກັບບັນຫາສິ່ງທ້າທາຍໃນສະພາບປັດຈຸບັນ ໂດຍສະເພາະບັນຫາການຂາດແຄນຄູສອນ, ການປະລະການຮຽນ; ພ້ອມນັ້ນ ຕ້ອງໄດ້ສ້າງເງື່ອນໄຂດຶງດູດເຮັດໃຫ້ນັກຮຽນຢາກຮຽນໜັງສືໃຫ້ຫຼາຍຂຶ້ນ ໂດຍການປົກປັກຮັກສາໂຮງຮຽນໃຫ້ມີຄວາມສະອາດ, ສວຍງາມ, ມີການປັບປຸງ, ປະດັບປະດາ ລວມເຖິງການສ້າງສະພາບແວດລ້ອມທີ່ດີຢູ່ພາຍໃນໂຮງຮຽນ, ມີການປັບປຸງ-ແກ້ໄຂໂຮງຮຽນທີ່ບໍ່ໄດ້ມາດຖານ, ສ້າງສະຕິຄວາມເປັນເຈົ້າຂອງຄູ-ອາຈານ ໂດຍຕິດຕາມການຮຽນ-ການສອນ ເພື່ອປະເມີນທາງດ້ານຄຸນະພາບ ພ້ອມທັງມີການປັບປຸງແກ້ໄຂດ້ານອ່ອນໃຫ້ດີຂຶ້ນ, ເອົາໃຈໃສ່ຍົກລະດັບຄູ-ອາຈານໃນແຕ່ລະໂຮງຮຽນໃຫ້ມີຄວາມຮູ້, ຄວາມສາມາດ, ປະສານສົມທົບພົວພັນວຽກງານລະຫວ່າງອໍານາດການປົກຄອງບ້ານ, ໂຮງຮຽນ ແລະ ຄອບຄົວ-ສັງຄົມໃນການຊຸກຍູ້ຕິດຕາມລູກຫຼານໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ.

ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - 473591756 1166180368851111 7840513093760568431 n 1024x682 - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ

ທີ່ມາ: ແຂວງສະຫວັນະເຂດ

ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - 4 - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ
ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - 5 - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ
ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ - 3 - ເຈົ້າແຂວງສະຫວັນນະເຂດ ໂອ້ລົມຫຼາຍບັນຫາສຳຄັນຕໍ່ການພັດທະນາການສຶກສາ