ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ

ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ - phone 222 - ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ
ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ - kitchen vibe - ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 13 ມັງກອນ 2025ທ່ານ ລູອິສ ອິນາຊິໂອ ລູລາ ຊິວວາ ປະທານນາທິບໍດີຂອງບຼາຊິວ ລົງນາມຮ່າງກົດໝາຍ ການຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ ຄືກັບຫລາຍປະເທດໃນທົ່ວໂລກ.

ກົດໝາຍນີ້ ຈະມີຜົນຕໍ່ນັກຮຽນຊັ້ນປະຖົມ ແລະ ມັດທະຍົມທົ່ວປະເທດ ເຊິ່ງຈະສາມາດໃຊ້ສະມາດໂຟນໄດ້ສະເພາະກໍລະນີສຸກເສີນ ແລະ ອັນຕະລາຍ, ເພື່ອການສຶກສາ ແລະ ໃນກໍລະນີທີ່ນັກຮຽນມີຄວາມຈໍາເປັນຕ້ອງໃຊ້ອຸປະກອນດັ່ງກ່າວເທົ່ານັ້ນ, ເລີ່ມມີຜົນບັງຄັບໃຊ້ໃນເດືອນກຸມພາປີ2025ນີ້.

ລັດຖະມົນຕີວ່າການກະຊວງສຶກສາທິການ ທ່ານ ຄາມິໂລ ຊານຕານາ ກ່າວວ່າ: ການທີ່ເດັກເລີ່ມໃຊ້ອິນເຕີເນັດນັບແຕ່ອາຍຸຍັງນ້ອຍ ເຮັດໃຫ້ຜູ້ປົກຄອງຍາກທີ່ຈະຕິດຕາມວ່າເດັກເຮັດຫຍັງແດ່ ແລະ ການ ຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ ຈະຊ່ວຍແກ້ບັນຫານີ້ໄດ້ ໂດຍຫວັງວ່າຈະໃຊ້ສະມາດໂຟນເພື່ອຈຸດປະສົງທາງການສຶກສາເທົ່ານັ້ນ ແລະ ຢູ່ພາຍໃຕ້ການແນະນໍາຂອງຄູຄືກັນກັບຫລາຍປະເທດ. ກົດໝາຍນີ້ໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງຈາກຫລາຍຝ່າຍ ລວມທັງ ຜູ້ປົກຄອງນັກຮຽນ ຈໍານວນຫລາຍ.

ຕາມຜົນການສໍາຫລວດທີ່ເຜີຍແຜ່ໃນເດືອນສິງຫາ 2024ຜ່ານມາ ໂດຍຄະນະກໍາມະການກໍາກັບເບິ່ງແຍງອິນເຕີເນັດຂອງ ບຼາຊິວ ພົບວ່າໃນປີ 2023 ໂຮງຮຽນຫລາຍແຫ່ງໃນ ບຼາຊິວ ມີການຈໍາກັດການໃຊ້ສະມາດໂຟນ ແລະ ລັດຣິໂອເດຈາເນໂຣ, ມາຮັນເຍົາ ແລະ ໂກຍາສ ໄດ້ຜ່ານກົດໝາຍທ້ອງຖິ່ນ ທີ່ຫ້າມໃຊ້ສະມາດໂຟນໃນໂຮງຮຽນແລ້ວ ແຕ່ຍັງພົບບັນຫາໃນການບັງຄັບໃຊ້ກົດໝາຍ.

ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ - 4 - ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!