ໝາກກ້ວຍນ້ຳບຳລຸງຜິວ ແລະ ດັບກິ່ນປາກໄດ້

ໃນບັນດາໝາກກ້ວຍທັງໝົດນັ້ນ ໝາກກ້ວຍນຳ້ຈະໃຫ້ວິຕາມິນຫລາຍທີ່ສຸດ ໄດ້ທັງທາດການຊຽມ, ໂປຣຕິນ ແລະ ກາກໄຍອາຫານ ເຊິ່ງຖ້າກິນໝາກກ້ວຍນຳ້ມື້ລະ 1 ໜ່ວຍຈະໄດ້ສຸຂະພາບທີ່ດີ.
ໝາກກ້ວຍນຳ້ສຸກຊ່ວຍໃຫ້ບໍ່ຖ່າຍຍາກ, ລະບົບຂັບຖ່າຍເຮັດວຽກດີ, ຊ່ວຍຫລຸດອາການເຈັບຄໍ ແລະ ເຈັບໜ້າເອິກທີ່ມີອາການໄອແຫ້ງຮ່ວມນຳໄດ້ ໃຫ້ກິນໝາກກ້ວຍນຳ້ສຸກມື້ລະ 5 – 6 ໜ່ວຍ, ຖ້າຖອກທ້ອງໃຫ້ກິນໝາກກ້ວຍດິບ ຫລື ໝາກກ້ວຍເຫີ່ມເທື່ອລະເຄິ່ງໜ່ວຍ.
ຄຸນສົມບັດພິເສດຂອງໝາກກ້ວຍນຳ້ປະກອບມີ :
– ຖ້າບໍ່ຢາກໃຫ້ມີກິ່ນປາກ ແລະ ມີສຸຂະພາບຜິວດີ ໃຫ້ກິນໝາກກ້ວຍນຳ້ຫລັງຕື່ນນອນແລ້ວຈຶ່ງໄປຖູແຂ້ວ ເຮັດແບບນີ້ 1 ອາທິດ ກິ່ນປາກຈະຫາຍໄປ ແລະ ຜິວໜັງກໍຈະມີສຸຂະພາບດີຂຶ້ນ.
– ເປັນຢາຊ່ວຍໃຫ້ອາຍຸຍືນ ໂດຍໃຊ້ໝາກກ້ວຍນຳ້ສຸກປອກເປືອກແຊ່ໃນນຳ້ເຜິ້ງຢ່າງໜ້ອຍ 1 ອາທິດ ກິນມື້ລະ 1 – 2 ໜ່ວຍ.
– ໝາກກ້ວຍນຳ້ນອກຈາກຈະຊ່ວຍໃນເລື່ອງຂອງຜິວໜັງແລ້ວ ຍັງມີເຄັດລັບອີກຢ່າງໜຶ່ງມາບອກໃຫ້ຮູ້ກັນກໍຄື : ເມື່ອກິນໝາກກ້ວຍນຳ້ແລ້ວ ຢ່າເອົາເປືອກຖິ້ມ ໃຫ້ເອົາມາຜັດເກີບ ໂດຍສະເພາະເກີບໜັງສີດຳ ຫລັງຈາກນັ້ນກໍໃຫ້ໃຊ້ເຈ້ຍໜັງສືພິມເຊັດອອກ ຮັບຮອງວ່າເກີບຂອງທ່ານຈະເຫລື້ອມເປັນເງົາງາມແນ່ນອນ.