ປກສ ເມືອງວຽງໄຊ ກັກຕົວຜູ້ຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 600 ເມັດແລະ ຢາເຮໂຣອິນ 132 ຫໍ່ນ້ອຍ


ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 8 ມັງກອນ 2025 ເວລາ 9:30 ນາທີ ເຈົ້າຫນ້າທີ່ ປສກ ເມືອງວຽງໄຊ ໄດ້ຮັບແຈ້ງ ຈາກພົນລະເມືອງດີວ່າ: ມີຊາຍສອງຄົນ ທີ່ໜ້າສົງໄສວ່າອາດຈະເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ບ້ານນາຄ່າ ເມືອງວຽງໄຊ. ດັ່ງນັ້ນ, ປກສ ເມືອງວຽງໄຊ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບ ປກສ ກຸ່ມ ບ້ານຊຽງແມນ ລົງກວດກາຕິດຕາມເປົ້າໝາຍ ເຫັນວ່າມີມູນຄວາມຈິງແທ້, ພໍມາຮອດເວລາ 15 ໂມງຂອງມື້ດຽວກັນ ໄດ້ເຫັນພວກກ່ຽວທັງສອງຄົນ ຊື່ ທ້າວ ຄໍາທອງ ອາຍຸ 58 ປີ ປະຊາຊົນ ບ້ານ ບໍ່ຜາ ແລະ ທ້າວ ລາຍພິນ ອາຍຸ 50 ປີ ປະຊາຊົນບ້ານ ລ້ອງເລົ່າ ເມືອງວຽງໄຊ ຍ່າງອອກມາແຕ່ບ້ານ ນາຄາວ ມຸ່ງໜ້າໄປທາງບ້ານ ບໍ່ຜາ. ເຈົ້າໜ້າທີ່ ຈຶ່ງໄດ້ສະແດງຕົວແລະເຂົ້າກວດຄົ້ນຕົວພວກກ່ຽວ ພົບເຫັນຢາບ້າ 3 ຖົງ ເທົ່າກັບ 600 ແມັດ ແລະ ຢາເຮໂຣອີນ 132 ຫໍ່ນ້ອຍ ຢູ່ໃນຖົງໂສ້ງຂອງທ້າວ ຄໍາທອງ.
ຜ່ານການສືບສວນເບື້ອງຕົ້ນ ຈຶ່ງຮູ້ວ່າ ຢາບ້າ ແລະ ເຮໂຣອີນຈຳນວນດັ່ງກ່າວ, ແມ່ນຂອງທັງສອງຄົນແທ້ ທີ່ພ້ອມກັນອອກເງິນຊື້ ເພື່ອມາຂາຍຍ່ອຍ ແລະ ເສບ. ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈຶ່ງໄດ້ກັກຕົວທັງສອງຄົນ ພ້ອມຂອງກາງໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ທີ່ມາ: ປກສ ແຂວງຫົວພັນ