ຄະນະລັດຖະບານອິດສະລາແອນອະນຸມັດຂໍ້ຕົກລົງຢຸດຍິງຢູ່ກາຊາ-ປ່ອຍຕົວປະກັນ

ລັດຖະບານອິດສະລາແອນອະນຸມັດຂໍ້ຕົກລົງຢຸດຍິງສະບັບໃໝ່ຢູ່ເຂດກາຊາ ລວມທັງຂໍ້ຕົກລົງປ່ອຍຕົວປະກັນກັບກຸ່ມຮາມັດຮຽບຮ້ອຍແລ້ວ ເຊິ່ງຈະປູທາງສູ່ການບັງຄັບໃຊ້ຂໍ້ຕົກລົງດັ່ງກ່າວໃນວັນທີ 19 ມັງກອນນີ້.
ພາຍຫລັງຜ່ານພົ້ນກອງປະຊຸມທີ່ໃຊ້ເວລາ 6 ຊົ່ວໂມງ, ລັດຖະບານອິດສະລາແອນໃຫ້ສັດຕະຍາບັນໃນຂໍ້ຕົກລົງທີ່ອາດນໍາໄປສູ່ຈຸດຢຸດສົງຄາມທີ່ດໍາເນີນມາ 15 ເດືອນຢູ່ເຂດກາຊາ ໂດຍສໍານັກງານຂອງທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ລະບຸວ່າ: “ລັດຖະບານອະນຸມັດຂອບການດໍາເນີນງານສົ່ງຕົວປະກັນກັບປະເທດແລ້ວ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 19 ມັງກອນນີ້”.
ສ່ວນຂໍ້ຄິດເຫັນຈາກພັນທະມິດສໍາຄັນ ຄືອາເມລິການັ້ນ, ທ່ານ ເບຣດ ແມກເກິກ ຫົວໜ້າຄະນະເຈລະຈາຂອງອາເມລິກາ ກ່າວວ່າ: ແຜນດັ່ງກ່າວກໍາລັງດໍາເນີນໄປໃນທິດທາງທີ່ຖືກຕ້ອງ ທໍານຽບຂາວຄາດວ່າການຢຸດຍິງຈະເລີ່ມຂຶ້ນໃນເຊົ້າວັນທີ 19 ມັງກອນນີ້ ໂດຍຕົວປະກັນຜູ້ຍິງ 3 ຄົນຈະໄດ້ຮັບການປ່ອຍຕົວກັບອິດສະລາແອນໃນຕອນບ່າຍວັນທີ 19 ມັງກອນຜ່ານສະພາກາແດງ.
ພາຍໃຕ້ຂໍ້ຕົກລົງນີ້, ການຢຸດຍິງຈະແບ່ງເປັນ 9 ໄລຍະ ໂດຍຈະເລີ່ມຕົ້ນດ້ວຍໄລຍະເວລາ 6 ອາທິດທໍາອິດ ເຊິ່ງຕົວປະກັນຊາວອິດສະລາແອນທີ່ຖືກກຸ່ມຮາມັດຄວບຄຸມຕົວໄວ້ຈະຖືກແລກປ່ຽນກັບນັກໂທດທີ່ຖືກທາງການອິດສະລາແອນຄວບຄຸມໄວ້ ໂດຍຕົວປະກັນຊາວອິດສະລາແອນຈໍານວນ 33 ຄົນ ເຊິ່ງລວມທັງຜູ້ຍິງ, ເດັກ ແລະ ຜູ້ຊາຍທີ່ອາຍຸຫລາຍກວ່າ 50 ປີຈະໄດ້ຮັບອິດສະຫລະພາບໃນໄລຍະນີ້ (ຈາກຈໍານວນຕົວປະກັນທີ່ເຫລືອຢູ່ທັງມົດ 98 ຄົນ), ສ່ວນອິດສະລາແອນຈະປ່ອຍຕົວຜູ້ຍິງ ແລະ ເດັກຊາວປາແລັສຕິນທຸກຄົນທີ່ອາຍຸຕໍ່າກວ່າ 19 ປີຢູ່ຄຸກຂອງອິດສະລາແອນໃນສິ້ນສຸດໄລຍະທໍາອິດ.
ຫລັງການປ່ອຍຕົວປະກັນຊຸດທໍາອິດໃນວັນທີ 19 ມັງກອນນີ້, ທ່ານ ແມກເກິກ ກ່າວວ່າ: ຂໍ້ຕົກລົງຮຽກຮ້ອງໃຫ້ມີການປ່ອຍຕົວປະກັນຜູ້ຍິງອີກ 4 ຄົນຫລັງຈາກນັ້ນ 7 ວັນ ແລະ ການປ່ອຍຕົວປະກັນອີກ 3 ຄົນທຸກໆ 7 ວັນ.
ອ້າງອີງ: