TikTok ປິດໃຫ້ບໍລິການຢູ່ອາເມລິກາກ່ອນກໍານົດ ທ່ານ ທຣໍາ ສົ່ງສັນຍານອາດຕໍ່ອາຍຸ 90 ວັນ

ແອັບພລິເຄຊັນ TikTok ປິດໃຫ້ບໍລິການຢູ່ອາເມລິກາໃນຄືນວັນທີ 19 ມັງກອນ ກ່ອນຄໍາສັ່ງຫ້າມຈະມີຜົນບັງຄັບໃຊ້ບໍ່ຮອດສອງຊົ່ວໂມງ, ສ່ວນຜູ້ນໍາໃຊ້ທີ່ພະຍາຍາມເຂົ້າສູ່ແອັບພົບຂໍ້ຄວາມແຈ້ງວ່າ: “ຂໍອະໄພ TikTok ບໍ່ພ້ອມນໍາໃຊ້ ກົດໝາຍຫ້າມນໍາໃຊ້ TikTok ໄດ້ມີຜົນບັງຄັບໃຊ້ຢູ່ອາເມລິກາ ຂໍອະໄພໃນຄວາມບໍ່ສະດວກ”.
ການປິດໃຫ້ບໍລິການຂອງ TikTok ເປັນຜົນມາຈາກຄໍາຕັດສິນຂອງສານສູງອາເມລິກາທີ່ຢືນຢັນກົດໝາຍເຊິ່ງຜ່ານໂດຍລັດຖະສະພາໃນເດືອນເມສາປີຜ່ານມາ ໂດຍກົດໝາຍກໍານົດໃຫ້ ByteDance ບໍລິສັດແມ່ຂອງ TikTok ທີ່ມີຖານຢູ່ຈີນ ຕ້ອງຂາຍກິດຈະການໃຫ້ຜູ້ຊື້ຢູ່ອາເມລິກາ ຫລື ປະເທດພັນທະມິດ ກ່ອນເສັ້ນຕາຍວັນທີ 19 ມັງກອນ ບໍ່ສະນັ້ນແອັບຈະຖືກຫ້າມນໍາໃຊ້.
ເຖິງວ່າ TikTok ຈະສົ່ງສັນຍານວ່າ: ການປິດຄັ້ງນີ້ເປັນມາດຕະການຊົ່ວຄາວ, ແຕ່ຫລາຍຝ່າຍຍັງກັງວົນກ່ຽວກັບອະນາຄົດຂອງແອັບຢູ່ອາເມລິກາ ໂດຍສະເພາະກຸ່ມຜູ້ນໍາໃຊ້ ແລະ ນັກສ້າງສັນເນື້ອຫາທີ່ອາໄສ TikTok ໃນການສ້າງລາຍໄດ້.
ຂະນະດຽວກັນ, ທ່ານ ໂດນັລ ທຣໍາ ວ່າທີ່ປະທານາທິບໍດີອາເມລິກາ ທີ່ຈະເຂົ້າມາຮັບຕໍາແໜ່ງໃນວັນທີ 20 ມັງກອນ ໃຫ້ສໍາພາດທາງໂທລະພາບຕໍ່ NBC News ໃນວັນທີ 18 ມັງກອນວ່າ: ທ່ານມີທ່າອ່ຽງຈະເລື່ອນຄໍາສັ່ງຫ້າມ TikTok ອອກໄປອີກ 90 ວັນ ພາຍຫລັງເຂົ້າຮັບຕໍາແໜ່ງ ໂດຍທ່ານ ທຣໍາ ກ່າວວ່າ: “ການເລື່ອນເວລາ 90 ວັນເປັນສິ່ງທີ່ເໝາະສົມ ແລະ ມີທ່າອ່ຽງຈະເກີດຂຶ້ນ ເພາະຂ້າພະເຈົ້າຕ້ອງພິຈາລະນາສະຖານະການນີ້ຢ່າງຮອບຄອບ ມັນເປັນເລື່ອງໃຫຍ່”.
ທັງນີ້, ພາຍໃຕ້ກົດໝາຍດັ່ງກ່າວ ປະທານາທິບໍດີສາມາດເລື່ອນຄໍາສັ່ງຫ້າມໄດ້ເທື່ອດຽວເປັນເວລາ 90 ວັນ ຖ້າມີຄວາມຄືບໜ້າໃນການຂາຍກິດຈະການ TikTok, ແຕ່ມາຮອດຕອນນີ້ຍັງບໍ່ມີລາຍງານກ່ຽວກັບຜູ້ຊື້ທີ່ຈະແຈ້ງ ແລະ ByteDance ຍັງປະຕິເສດຂໍ້ສະເໜີຈາກຜູ້ຊື້ທີ່ເປັນໄປໄດ້.
ເຖິງຢ່າງໃດກໍຕາມ, TikTok ລະບຸວ່າ: ການປິດຄັ້ງນີ້ເກີດຈາກຄວາມກັງວົນຂອງຜູ້ໃຫ້ບໍລິການລະບົບເຊັ່ນ: Apple ແລະ Google ເຊິ່ງກັງວົນວ່າຈະຖືກປັບໄໝຢ່າງໜັກຖ້າຍັງໃຫ້ບໍລິການແອັບຫລັງເສັ້ນຕາຍ. ອີກທັງຍັງມີສຽງສະໜັບສະໜູນຄໍາສັ່ງຫ້າມຈາກວຸດທິສະມາຊິກບາງທ່ານ ເຊິ່ງລະບຸວ່າ: ByteDance ມີຄວາມກ່ຽວຂ້ອງກັບລັດຖະບານຈີນ ແລະ TikTok ອາດເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງປະເທດ.
ຂະນະທີ່ຝ່າຍບໍລິຫານຂອງທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ເຊິ່ງເປັນຜູ້ລົງນາມໃນກົດໝາຍຫ້າມ TikTok ກ່ອນໜ້ານີ້ ລະບຸວ່າ: ຈະບໍ່ບັງຄັບໃຊ້ກົດໝາຍໃນວັນສຸດທ້າຍຂອງການດໍາລົງຕໍາແໜ່ງ ໂດຍໜ້າທີ່ນີ້ຈະຕົກໄປຢູ່ໃນຄວາມຮັບຜິດຊອບຂອງລັດຖະບານໃໝ່.
ທັງນີ້, ຈຸດຢືນຂອງທ່ານ ທຣໍາ ຕໍ່ TikTok ໃນຄັ້ງນີ້ຖືວ່າປ່ຽນໄປຢ່າງຈະແຈ້ງຈາກສະໄໝທີ່ທ່ານດໍາລົງຕໍາແໜ່ງປະທານາທິບໍດີໃນວາລະທໍາອິດ ໂດຍໃນຄັ້ງນັ້ນທ່ານເຄີຍລົງນາມໃນຄໍາສັ່ງຫ້າມ TikTok ແລະ ແອັບ WeChat, ແຕ່ຖືກສານອາເມລິກາສັ່ງໂຈະຄໍາສັ່ງດັ່ງກ່າວ.
ແຕ່ທ່າທີໄລຍະຫລັງນີ້, ທ່ານ ທຣໍາ ເຄີຍສະແດງການສະໜັບສະໜູນ TikTok ໃນປີຜ່ານມາ ໂດຍກ່າວເຖິງຈໍານວນຜູ້ເບິ່ງວິດີໂອໃນບັນຊີ TikTok ຂອງທ່ານວ່າ: ເປັນໜຶ່ງໃນເຫດຜົນທີ່ທ່ານຕ້ອງການໃຫ້ TikTok ດໍາເນີນງານຕໍ່.
ທ່ານ ໂຊ ເຊົາ ຜູ້ບໍລິຫານຂອງ TikTok ໄດ້ກ່າວຂອບໃຈທ່ານ ທຣໍາ ສໍາລັບຄວາມພະຍາຍາມທີ່ຈະຮັກສາ TikTok ໄວ້ຢູ່ອາເມລິກາ ແລະ ຄາດວ່າຈະເຂົ້າຮ່ວມພິທີສາບານຕົນຂອງທ່ານ ທຣໍາ ໃນວັນທີ 20 ມັງກອນນີ້ ພ້ອມຜູ້ບໍລິຫານດ້ານເຕັກໂນໂລຊີທ່ານອື່ນໆ.
ອ້າງອີງ: