ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ - 474069688 1170683175067497 5460716657574863544 n - ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່
ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ - kitchen vibe - ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

ວັນທີ 17 ມັງກອນ 2025 ທີ່ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດພິທີປະກາດການຈັດຕັ້ງຮອງເລຂາພັກແຂວງ, ຮອງເຈົ້າ ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ - 474098936 1170683255067489 8284561949666161620 n 1024x576 - ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

ໃນພິທີ, ທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງ ພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຜ່ານມະຕິຕົກລົງເລກທີ 349/ຄລສພ,ຄໍາສັ່ງເລກທີ 03/ນຍ ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ເຫັນດີແຕ່ງຕັ້ງ ພົນຈັດ ຕະວາ ແປັນຄໍາ ບຸດຈັນແພງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ, ກະຊວງປ້ອງກັນປະເທດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ແລະ ຍົກຍ້າຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ, ພ້ອມທັງມອບນິຕິກຳທີ່ກ່ຽວຂ້ອງ ໃຫ້ແກ່ຮອງເລຂາຄະນະບໍລິຫານງານພັກແຂວງພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່).

ໂອກາດນີ້, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານໃນການຊີ້ນໍາພາຜ່ານມາ ແລະ ມີຄໍາເຫັນໃຫ້ທິດຊີ້ນໍາຫລາຍບັນຫາໃຫ້ບັນດາສະຫາຍຄະນະພັກ,ການນໍາທຸກຂັ້ນຂອງແຂວງບໍ່ແກ້ວ,ຈົ່ງເປັນເອກະພາບນໍາສູນກາງພັກ, ລັດຖະບານຕໍ່ການຍົກຍ້າຍ ແລະ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໃນຄັ້ງນີ້, ຊຶ່ງເປັນວຽກງານປົກກະຕິທີ່ເຄີຍຈັດຕັ້ງປະຕິ ບັດຜ່ານມາ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ ບົນພື້ນຖານນັ້ນ,ໃຫ້ຄະນະພັກ, ຄະນະນໍາ ສືບຕໍ່ນໍາພາແນວຄິດຂອງພະນັກງານ-ສະມາຊິກພັກຢູ່ແຕ່ລະພະແນກການ, ແຕ່ລະເມືອງ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການແຕ່ງຕັ້ງ ເພື່ອສ້າງຄວາມເປັນເອກະພາບ, ພ້ອມນີ້ຕ້ອງສືບຕໍ່ຄົ້ນຄວ້າຊອກວິທີການປັບປຸງແກ້ໄຂວຽກ ງານທີ່ຍັງຄົງຄ້າງ ແລະ ປະຕິບັດໃຫ້ສໍາເລັດ, ເພື່ອກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງທີ່ຈະມາເຖິງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ພາຍໃນພັກ, ຄະນະປະຈໍາພັກແຂວງ,ຄະນະບໍລິ ຫານງານພັກແຂວງ ໃຫ້ມີຄວາມໜັກແໜ້ນ,ມີຄວາມເປັນເອກະ ພາບສູງ, ເປັນຫຼັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນໍາ ໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ສິ່ງສໍາຄັນຕ້ອງເອົາໃຈໃສ່ປະຕິບັດຫຼັກການນໍາພາຂອງພັກຢ່າງເຂັ້ມງວດ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກ ແໜ້ນ,ມີຄວາມສາມັກຄີເປັນປຶກແຜ່ນ,ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເວົ້າລວມ, ເວົ້າສະເພາະ ຕໍ່ການນໍາພາຂອງຄະນະບໍລິຫານງານພັກແຂວງຊຸດປັດຈຸບັນ, ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດກວ່າເກົ່າ.

ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ - 474103637 1170683311734150 258356918160064436 n 1024x576 - ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ - 3 - ປະກາດແຕ່ງຕັ້ງ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ເປັນຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!