TikTok ກັບມານໍາໃຊ້ໄດ້ແລ້ວຢູ່ອາເມລິກາ ຫລັງທ່ານ ທຣໍາ ປະກາດໃຊ້ຄໍາສັ່ງພິເສດຂະຫຍາຍເວລາຫ້າມນໍາໃຊ້ແອັບ

ແອັບພລິເຄຊັນ TikTok ກັບມາເປີດໃຫ້ຊາວອາເມລິກາ 170 ລ້ານກວ່າຄົນນໍາໃຊ້ໄດ້ອີກເທື່ອໜຶ່ງ ຫລັງຈາກປິດໃຫ້ບໍລິການ 12 ຊົ່ວໂມງ ເນື່ອງຈາກການບັງຄັບໃຊ້ກົດໝາຍດ້ວຍເຫດຜົນດ້ານຄວາມໝັ້ນຄົງຂອງປະເທດຕາມຄໍາສັ່ງຫ້າມຈາກສານ.
ສາເຫດຕົ້ນຕໍທີ່ເຮັດໃຫ້ TikTok ກັບມາເປີດນໍາໃຊ້ໄດ້ຢູ່ອາເມລິກາ ຖືກເຝົ້າຕິດຕາມວ່າເປັນຜົນຈາກການເຄື່ອນໄຫວຂອງທ່ານ ໂດນັລ ທຣໍາ ວ່າທີ່ປະທານາທິບໍດີອາເມລິກາ ທີ່ປະກາດຈະຂະຫຍາຍເວລາຫ້າມນໍາໃຊ້ແອັບວິດີໂອສັ້ນຍອດນິຍົມສັນຊາດຈີນນີ້ອອກໄປ.
ໂດຍທ່ານ ທຣໍາ ວາງແຜນຈະອອກຄໍາສັ່ງພິເສດຂອງປະທານາທິບໍດີ (Executive Order) ຫລັງຈາກສາບານຕົນເຂົ້າຮັບຕໍາແໜ່ງຢ່າງເປັນທາງການໃນວັນທີ 20 ມັງກອນ ຕາມເວລາທ້ອງຖິ່ນ.
“ຂ້າພະເຈົ້າຂໍໃຫ້ບໍລິສັດຕ່າງໆຢ່າປ່ອຍໃຫ້ TikTok ຈໍດໍາ, ຂ້າພະເຈົ້າຈະອອກຄໍາສັ່ງຝ່າຍບໍລິຫານໃນວັນທີ 20 ມັງກອນ ເພື່ອຂະຫຍາຍໄລຍະເວລາກ່ອນກົດໝາຍຈະມີຜົນບັງຄັບໃຊ້ ເພື່ອພວກເຮົາຈະໄດ້ບັນລຸຂໍ້ຕົກລົງເພື່ອປົກປ້ອງຄວາມໝັ້ນຄົງຂອງປະເທດພວກເຮົາ. ຄໍາສັ່ງນີ້ຈະຢືນຢັນອີກວ່າ: ຈະບໍ່ມີຄວາມຮັບຜິດຊອບໃດໆຕໍ່ບໍລິສັດທີ່ຊ່ວຍປ້ອງກັນບໍ່ໃຫ້ TikTok ຈໍດໍາກ່ອນຂ້າພະເຈົ້າຈະອອກຄໍາສັ່ງ”.
ຂະນະທີ່ທ່ານ ທຣໍາ ລະບຸວ່າ: ກໍາລັງພິຈາລະນາຂະຫຍາຍເວລາການຫ້າມນໍາໃຊ້ແອັບອອກໄປ 90 ວັນ ເພື່ອໃຫ້ບໍລິສັດແມ່ ByteDance ມີເວລາໃນການເຮັດຂໍ້ຕົກລົງຂາຍແອັບໃຫ້ເຈົ້າຂອງໃໝ່ທີ່ບໍ່ແມ່ນຊາວຈີນ.
ສ່ວນ TikTok ຂຶ້ນຂໍ້ຄວາມຕ້ອນຮັບຜູ້ໃຊ້ໃນໜ້າແອັບວ່າ: “ຂອບໃຈສໍາລັບຄວາມອົດທົນ ແລະ ການສະໜັບສະໜູນຂອງທ່ານ ຈາກຄວາມພະຍາຍາມຂອງທ່ານ ທຣໍາ TikTok ຈຶ່ງກັບມາຢູ່ອາເມລິກອີກ!”.
ນອກຈາກນີ້, ຖະແຫລງການຂອງ TikTok ລະບຸວ່າ: “ພວກເຮົາຂອບໃຈທ່ານ ທຣໍາ ສໍາລັບການໃຫ້ຄວາມຊັດເຈນ ແລະ ຄວາມໝັ້ນໃຈທີ່ຈໍາເປັນ” ແລະ ຢືນຢັນວ່າ: ຈະເຮັດວຽກຮ່ວມກັບທ່ານ ທຣໍາ “ເພື່ອຫາທາງແກ້ໄຂບັນຫາໃນໄລຍະຍາວ ເພື່ອໃຫ້ TikTok ຍັງຢູ່ໃນອາເມລິກາ”.
ອ້າງອີງ: