ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ

ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - Ghtb8PkakAAEzQ2 - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ
ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - kitchen vibe - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ

      ຈີນເຜີຍແຜ່ແຜນປະຕິບັດງານເພື່ອການສຶກສາເຂັ້ມແຂງລະດັບປະເທດ ພາຍໃນປີ 2035 ເພື່ອຊ່ວຍປະສານງານການພັດທະນາການສຶກສາ, ປັບປຸງປະສິດທິພາບໃນການສ້າງສັນນະວັດຕະກໍາ ແລະ ສ້າງປະເທດທີ່ເຂັ້ມແຂງ.

      ແຜນດັ່ງກ່າວເຊິ່ງບັນຍັດໂດຍຄະນະກໍາມະການກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນ ມີເປົ້າໝາຍເພື່ອສ້າງລະບົບການສຶກສາຄຸນນະພາບສູງທີ່ເຂົ້າເຖິງໄດ້ ແລະ ມີຄຸນນະພາບໃຫ້ຢູ່ໃນລະດັບດີທີ່ສຸດໃນໂລກ.

ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - Visit Laos Visit SALANA BOUTIQUE HOTEL - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ
ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - Visit Laos Visit SALANA BOUTIQUE HOTEL - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ

      ຫລັງຈາກປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນໃນປີ 2024. ຂະນະທີ່ຄ່າລ້ຽງລູກ ແລະ ຄ່າຮຽນທີ່ສູງ ຖືເປັນປັດໄຈສໍາຄັນທີ່ເຮັດໃຫ້ຊາວຈີນຈໍານວນຫລາຍເລືອກຈະບໍ່ມີລູກ.

      ທັງນີ້, ພາຍໃນປີ 2035 ຈີນຈະຄ່ອຍໆຂະຫຍາຍຂອບເຂດການສຶກສາຟຣີ, ເພີ່ມຈໍານວນນັກສຶກສາປະລິນຍາຕຣີທີ່ມີຄຸນນະພາບ, ຂະຫຍາຍການສຶກສາລະດັບປະລິນຍາໂທ ແລະ ເພີ່ມອັດຕາສ່ວນນັກສຶກສາລະດັບປະລິນຍາເອກ ເພື່ອສົ່ງເສີມການເຕີບໃຫຍ່ຢ່າງມີສຸຂະພາບດີ ແລະ ການພັດທະນາຢ່າງຮອບດ້ານຂອງນັກສຶກສາ.

      ທັງນີ້, ລວມທັງການໃຫ້ນັກຮຽນລະດັບປະຖົມ ແລະ ມັດທະຍົມ ໄດ້ອອກກໍາລັງກາຍຢ່າງໜ້ອຍມື້ລະ 2 ຊົ່ວໂມງ ເພື່ອຄວບຄຸມສະພາບສາຍຕາສັ້ນ ແລະ ພະຍາດຕຸ້ຍຢ່າງມີປະສິດທິພາບ.

      ນອກຈາກນັ້ນ, ພາກລັດຍັງຈະສົ່ງເສີມການເຮັດໃຫ້ການສຶກສາທີ່ໃສ່ໃຈສຸຂະພາບຈິດ ແລະ ຈັດຕັ້ງລະບົບຕິດຕາມ ແລະ ເຕືອນໄພສຸຂະພາບຈິດຂອງນັກຮຽນລະດັບປະເທດ.

      ເພື່ອຫລຸດຊ່ອງວ່າງລະຫວ່າງເຂດເມືອງ ແລະ ຊົນນະບົດ ໜ່ວຍງານທີ່ກ່ຽວຂ້ອງຈະມີການປັບປຸງສະພາບການດໍາເນີນງານຂອງໂຮງຮຽນຂະໜາດນ້ອຍໃນຊົນນະບົດ ລວມທັງປັບປຸງລະບົບການເບິ່ງແຍງເດັກທີ່ມີຄວາມພິການ ແລະ ເດັກທີ່ຢູ່ໃນກຸ່ມຜູ້ອົບພະຍົບຈາກຂະແໜງກະສິກໍາ.

      ຍິ່ງໄປກວ່ານັ້ນ, ຍັງຈະມີການຂັບເຄື່ອນນະໂຍບາຍ ເຊິ່ງຄວບຄຸມການເພີ່ມຈໍານວນໂຮງຮຽນອະນຸບານ ແລະ ການສຶກສາລະດັບກ່ອນໄວຮຽນຢູ່ຈີນ.

ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - 5 - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ
ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - 4 - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ
ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ - 3 - ຈີນປະກາດແຜນປະຕິຮູບການສຶກສາໃຫ້ດີທີ່ສຸດໃນໂລກໃນອີກ 10 ປີ