ໄທເກີ ວູດສ໌ ກຽມຫວນຄືນສະໜາມ

ໄທເກີ ວູດສ໌ ນັກກ໊ອຟຊາວອາເມລິກາ ອະດີດມື 1 ຂອງໂລກ ພ້ອມກັບມາລົງສະໜາມໃນການແຂ່ງຂັນພີຈີເອ ທົວ ລາຍການ ຮີໂຣ ເວິລດ໌ ຊາລເລນຈ໌.
ໄທເກີ ວູດສ໌ ອະດີດນັກກ໊ອຟໝາຍເລກ 1 ຂອງໂລກ ກັບມາລົງສະໜາມຝຶກຊ້ອມ ແລະ ກຳລັງຈະຄືນສູ່ສະໜາມ ຫລັງຈາກການແຂ່ງຂັນຟາຣ໌ເມີຣ໌ ອິນຊົວແຣນ ໂອເພັນ ໄດ້ຄະແນນບໍ່ຜ່ານການຕັດຕົວ ແລະ ໃນເດືອນເມສາ ກໍເຂົ້າຮັບການຜ່າຕັດຫລັງອີກ ໂດຍ ໄທເກີ ວູດສ໌ ອາຍຸ 41 ປີ ເຈົ້າຂອງ 14 ແຊ້ມເມເຈີຣ໌ ກ່າວເຖິງຄວາມພ້ອມວ່າ: ລາວເກືອບບໍ່ໄດ້ຫລິ້ນ ລວມທັງບໍ່ໄດ້ເຮັດຫຍັງເລີຍເກືອບ 2 ປີຜ່ານມາ, ແຕ່ຕອນນີ້ກຳລັງຈະກັບມາລົງສະໜາມອີກ ເພື່ອຈັບຈັງຫວະການຫລິ້ນຂອງຕົນເອງ ລວມທັງກັບໄປຮູ້ສຶກວ່າ ການແຂ່ງຂັນແບບທົວນາເມນເປັນແບບໃດ, ຕອນນີ້ລາວບໍ່ຮູ້ສຶກເຈັບບໍລິເວນຫລັງແລ້ວ ເຊິ່ງທຽບໃສ່ປີຜ່ານມາ. ຖືວ່າຕື່ນເຕັ້ນຫລາຍ ຫລັງຈາກບໍ່ໄດ້ສຳຜັດຄວາມຮູ້ສຶກນີ້ມາຫລາຍປີ.
ສຳລັບລາຍການ ຮີໂຣ ເວິລດ໌ ຊາລເລນ, ໄທເກີ ວູດສ໌ ຈະເປັນ 1 ໃນ 18 ຜູ້ຫລິ້ນທີ່ລົງແຂ່ງຂັນ ເຊິ່ງຖືເປັນລາຍການທີ່ຕົນເອງເປັນເຈົ້າພາບຈັດການແຂ່ງຂັນ ໂດຍຜ່ານມາສາມາດຄວ້າແຊ້ມມາແລ້ວທັງໝົດ 5 ສະໄໝ.