ປີ 2024 ທົ່ວປະເທດ ເກີດອັກຄີໄພ 198 ຄັ້ງ ຄວາມເສຍຫາຍຫລາຍກວ່າ 158 ຕື້ກວ່າກີບ

ພັອ ວິລະພອນ ວົງຄໍາມູນຕີ ຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫລວດ, ກະຊວງປ້ອງກັນ ຄວາມສະຫງົບ ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ປກສ ວ່າ: ປີ 2024 ຜ່ານມາ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 198 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ບາດເຈັບ 9 ຄົນ, ເຮືອນຖືກໄຟໄໝ້ 166 ຫລັງ, ສາງເກັບມ້ຽນເຄື່ອງ 6 ຫລັງ, ໂຮງເລື່ອຍ 3 ຫລັງ, ລົດ 16 ຄັນ ແລະ ອື່ນໆ ລວມມູນຄ່າເສຍຫາຍ 158 ຕື້ກວ່າກີບ. ສາເຫດຕົ້ນຕໍຂອງການເກີດອັກຄີໄພ ຍັງແມ່ນບັນຫາເກົ່າທີ່ເຄີຍເກີດຂຶ້ນ ຄື: ໄຟຟ້າລັດວົງຈອນ 74 ຄັ້ງ, ຂາດສະຕິດັບໃນການມອດໄຟກ່ອນອອກຈາກເຮືອນ 9 ຄັ້ງ ແລະ ອື່ນໆ, ຢ່າງໃດກໍຕາມ ໃນໄລຍະຜ່ານມາ ເຫັນວ່າ ຫລາຍຄົນຍັງບໍ່ໃສ່ໃຈກ່ຽວກັບການປ້ອງກັນອັກຄີໄພດີເທົ່າທີ່ຄວນ.
ພັອ ວິລະພອນ ໃນວົງຄໍາມູນຕີ ຮຽກຮ້ອງມາຍັງທຸກຄົນ ທຸກຄອບຄົວ ຄວນເອົາໃຈໃສ່ບັນຫານີ້ຕື່ມອີກ ເພື່ອຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ ໂດຍສະເພາະ ແມ່ນ ໄລຍະສະເຫລີມສະຫລອງບຸນປີໃໝ່ຂອງຊາວຫວຽດນາມ-ຊາວຈີນ ແລະ ການສະເຫລີມສະຫລອງ ກໍຄື ຈັດງານຕ່າງໆ ໃນຄອບຄົວຕ້ອງປະຕິບັດຕາມຄໍາແນະນຳ ຫລື ແຈ້ງການຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ບໍ່ຄວນຈູດໝາກກະ ໂພກທຸກຊະນິດ ແລະ ສິ່ງທີ່ເປັນເຊື້ອໄຟທີ່ອາດພາໃຫ້ເກີດໄຟໄໝ້ໄດ້ ເພາະຜ່ານມາເຄີຍເຮັດໃຫ້ເກີດອັກຄີໄພມາແລ້ວ.
ທີ່ມາ: ປ້ອງກັນຄວາມສະຫງົບ