ສິ່ງທີ່ຄົນບໍ່ມີຄວາມສຸກພາກັນເຮັດ
November 30, 2017 - 11:16 AM

- ພວກເຂົາກັງວົນກັບສິ່ງທີ່ຕົນເອງປ່ຽນແປງບໍ່ໄດ້ແລ້ວ : ຈຳພວກຄົນທີ່ບໍ່ມີຄວາມສຸກມັກຈະກັງວົນກັບສິ່ງທີ່ມັນເກີດຂຶ້ນໄປ ແລ້ວ, ມານັ່ງຮູ້ສຶກຜິດກັບອະດີດເປັນເວລາດົນໆ ເຊິ່ງມັນກໍບໍ່ຊ່ວຍໃຫ້ມີຫຍັງດີຂຶ້ນມາ.
- ພວກເຂົາຍົກເລີກເມື່ອສິ່ງທີ່ເຮັດຢູ່ມັນຍາກຂຶ້ນ ແລະ ກາຍເປັນຄວາມທ້າທາຍ, ເປັນການແຂ່ງຂັນ ກໍຍົກເລີກ ແລະ ຍອມແພ້ໄປແບບງ່າຍໆ.
- ພວກເຂົາຈິງຈັງກັບໂຕເອງຫລາຍເກີນໄປ ເຊິ່ງຈະມີທ່າອ່ຽງທີ່ຈະຈິງຈັງກັບຊີວິດໄປນຳ.
- ພວກເຂົາບໍ່ອອກກຳລັງກາຍ : ເພາະຍິ່ງທ່ານອອກກຳລັງກາຍຫລາຍເທົ່າໃດ ທ່ານກໍຍິ່ງຮູ້ສຶກດີກັບໂຕເອງຫລາຍເທົ່ານັ້ນ. ນອກຈາກນີ້, ອາລົມຍັງດີຂຶ້ນຍ້ອນສານເອັນດໍຟິນທີ່ຫລັ່ງອອກມາແລ້ວເຮັດໃຫ້ທ່ານມີຄວາມສຸກ.
- ພວກເຂົາຕັ້ງເປົ້າໝາຍທີ່ໂຕເອງບໍ່ສາມາດໄປເຖິງໄດ້ : ທຸກຄົນຮູ້ກັນດີວ່າການຕັ້ງເປົ້າໝາຍໃຫ້ໂຕເອງເປັນສິ່ງສຳຄັນ ແລະ ວິທີດຽວທີ່ຈະໄປໃຫ້ເຖິງເປົ້າໝາຍກໍຄືການລົງມືເຮັດໃຫ້ສຳເລັດ, ແຕ່ມັນກໍອາດຈະເປັນປັນຫາຂຶ້ນໄດ້ ເມື່ອເປົ້າໝາຍທີ່ຕັ້ງໄວ້ມັນສູງເກີນໄປ, ການຕັ້ງມາດຕະຖານໄວ້ສູງເກີນໄປໂດຍບໍ່ຈຽມໂຕເອງ ຈະເຮັດໃຫ້ທ່ານຮູ້ສຶກຜິດຫັວງຕອນເຮັດບໍ່ໄດ້. ວິທີແກ້ໄຂກໍຄື : ຝັນໃຫ້ ນ້ອຍລົງກ່ອນ ແລ້ວທ່ານກໍຈະຮູ້ສຶກດີຂຶ້ນເມື່ອເຮັດມັນໄດ້ສຳເລັດ, ຈື່ໄວ້ວ່າບໍ່ມີໃຜສົມບູນແບບ.
- ພວກເຂົາກິນອາຫານຕາມໃຈປາກ : ກິນເກີນຄວາມຕ້ອງການຂອງຮ່າງກາຍ ແລະ ກິນເກີນຄວາມສາມາດຂອງຕົນເອງ.
- ພວກເຂົານອນບໍ່ຫລາຍພຽງພໍ : ຈຶ່ງສົ່ງຜົນຕໍ່ປະສິດທິພາບການເຮັດວຽກ ກໍຄືການດຳລົງຊີວິດ.
- ພວກເຂົາເອົາໃຈໃສ່ຄວາມອ່ອນແອຂອງຕົນເອງ ບໍ່ແມ່ນຄວາມແຂງແກ່ນທີ່ມີ : ການພັດທະນາຕົນເອງເປັນສິ່ງສຳຄັນ ທ່ານຕ້ອງຮູ້ໃຫ້ໄດ້ກ່ອນວ່າໂຕເອງມີດີບ່ອນໃດ ເຊິ່ງຄົນທີ່ບໍ່ມີຄວາມສຸກມັກຈະເອົາໃຈໃສ່ນຳແຕ່ຄວາມອ່ອນແອຂອງໂຕເອງ ແທນທີ່ຈະເຮັດໂຕເອງໃຫ້ດີຂຶ້ນ.
- ພວກເຂົາໃຊ້ເວລາຫລວງຫລາຍໝົດໄປກັບໂຊຊຽວມີເດຍ ຫລື ໂລກສັງຄົມອອນລາຍຕ່າງໆ.
- ພວກເຂົາມີແຕ່ຢູ່ໃນພື້ນທີ່ປອດໄພ : ໂດຍບໍ່ມີຄວາມສ່ຽງໃດໆ ເພາະສະບາຍໃຈດີ ເຊິ່ງພວກເຂົາບໍ່ຮູ້ວ່າພວກເຂົາກຳລັງພາດໂອກາດດີໆ ແລະ ສິ່ງໃໝ່ໆໄປ.
- ພວກເຂົາກັງວົນກັບສິ່ງທີ່ຄົນອື່ນຄິດ : ຍ້ອນພວກເຂົາເອົາໃຈໃສ່ວ່າຄົນອື່ນຈະຄິດຫຍັງ. ມັນມີຫົນທາງຫລາຍທີ່ທ່ານຈະເຮັດໃຫ້ຄົນເຫລົ່ານັ້ນພໍໃຈໄດ້, ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຮັກໂຕເອງ.
- ພວກເຂົາມັກຕິສິນນິນທາ : ເອົາເວລາໄປເວົ້າຈົ່ມຂັວນເລື່ອງຂອງຄົນອື່ນຫລາຍເກີນໄປ ຈົນບໍ່ມີເວລາໄປເຮັດຫຍັງທີ່ສ້າງສັນ.
13. ພວກເຂົາເຮັດວຽກຫລາຍເກີນໄປ : ໃນບາງເທື່ອກໍຄວນຈະພັກຜ່ອນຈາກການເຮັດວຽກມາເອົາໃຈໃສ່ໂຕເອງແດ່.
- ພວກເຂົາແຍກໂຕເອງອອກຈາກສັງຄົມ : ເມື່ອພົບເລື່ອງຍາກໆ ພວກເຂົາຈະຫລີກໜີຈາກຄົນທີ່ສົນໃຈເຂົາ, ແຕ່ການໃຊ້ເວລາຮ່ວມກັບຄອບຄົວ ຫລື ໝູ່ສະໜິດຕອນທີ່ທ່ານກຳລັງອ່ອນແອ ຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນດີກ່ວາຢູ່ຄົນດຽວ.
- ພວກເຂົາບໍ່ເຄີຍຕາມໃຈໂຕເອງ : ຄົນທີ່ບໍ່ມີຄວາມສຸກມັກຈະຫລົງລືມທີ່ຈະເອົາໃຈໃສ່ໂຕເອງ, ເມົາແຕ່ສົນໃຈຄົນອື່ນ ຫລື ຫຍຸ້ງກັບການເຮັດວຽກຫາເງິນ.
16. ພວກເຂົາຍິນດີກັບການຢູ່ກັບບ່ອນ : ຍິນດີຢູ່ແບບນີ້ໂດຍບໍ່ພັດທະນາຕົນເອງໃຫ້ກ້າວໜ້າ.
- ພວກເຂົາບໍ່ຄິດຈະລືມ : ພວກເຂົາມັກຍຶດຕິດຢູ່ກັບຄວາມທຸກເກົ່າໆ ໂດຍບໍ່ປ່ອຍໃຫ້ເລື່ອງລາວຮ້າຍໆຜ່ານໄປ ບໍ່ຍົກໂທດໃຫ້ໂຕເອງ ແລະ ຜູ້ອື່ນໃນຄວາມຜິດພາດທີ່ເກີດຂຶ້ນ.
- ພວກເຂົາຫລີກເວັ້ນການວາງແຜນ ແລະ ການຈັດການ : ບໍ່ຮັກສາຄວາມສະອາດ ຫລື ຄວາມເປັນລະບຽບຂອງຊີວິດການເປັນຢູ່ຂອງຕົນເອງ.
19. ພວກເຂົາສົນໃຈແຕ່ຕົນເອງ : ການດູແລໂຕເອງເປັນສິ່ງສຳຄັນກໍແມ່ນ, ແຕ່ຄົນທີ່ບໍ່ຄວາມສຸກມັກຈະສົນໃຈແຕ່ໂຕເອງຄົນ ດຽວເທົ່ານັ້ນ ແລະ ປະຕິບັດໂຕກັບຄົນອື່ນບໍ່ດີ.