ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື

- Meet China 1 - ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື
- kitchen vibe - ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື

ນາຍົກລັດຖະມົນຕີກຳປູ​ເຈຍ​ເດີນທາງ​ຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ ​ເພື່ອ​ສະ​ແຫວ​ງຫາ​ຊ່ອງ​ທາງ​ໃນ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ອີກ​ຝ່າຍ. ຂະນະ​ທີ່​ແຮງ​ກົດ​ດັນ​ຈາກ​ຕາ​ເວັນ​ຕົກ​ຍັງ​ເກີດ​ຂຶ້ນ ຈາກ​ກໍລະນີ​ການ​ຍຸບ​ພັກ​ແກນ​ນຳ​ຝ່າຍ​ຄ້ານ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ​ໃນ​ວັນ​ທີ 29 ພະຈິກ​ວ່າ: ທ່ານ ຮຸນ​ເຊ​ນ ອອກ​ເດີນທາງ​ດ້ວຍ​ເຮືອບິນ​ພິ​ເສດ​ຈາກ​ສະໜາມ​ບິນ​ສາກົນ​ພະນົມ​ເປັນ ​ໃນ​ວັນ​ທີ 28 ພະຈິກ ​ເພື່ອ​ຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ ລະຫວ່າງ​ວັນ​ທີ 30 ພະຈິກ​ຫາ 3 ທັນວາ​ນີ້ ​ໂດຍ​ກຳນົດ​ສຳຄັນ​ທີ່​ມີ​ການ​ເປີດ​ເຜີຍ​ແລ້ວ ລວມທັງ​ການ​ພົບ​ປະ​ຫາລື​ລະດັບ​ທະວີ​ພາຄີ​ກັບ​ປະທານ​ປະ​ເທດ ສີ ຈິ້ນຜິ​ງ ​ແລະ ນາຍົກລັດຖະມົນຕີ ຫລີ ​ເຄີ​ສຽງ ຕະຫລອດ​ຮອດ​ການ​ຫາລື​ກັບ​ຄະນະ​ນັກ​ລົງທຶນ​ຊາວ​ຈີນ ກ່ຽວ​ກັບ​ການ​ເພີ່ມ​ອັດຕາ​ສ່ວນ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຈີນ​ຢູ່ກຳ​ປູ​ເຈຍ ​ໂດຍ​ສະ​ເພາະ​ດ້ານ​ການ​ຮ່ວມ​ພັດທະນາ​ລະບົບ​ໂຄງ​ລ່າງ​ພື້ນຖານ ​ເຊິ່ງການ​ຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ​ຂອງ​ນາຍົກລັດຖະມົນຕີກຳປູ​ເຈຍ​ໃນ​ຄັ້ງນີ້ ​ເປັນ​ໄປ​ຕາມ​ຄຳ​ເຊີນ​ຂອງ​ທາງ​ການ​ຈີນ​ໃນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ພິ​ເສດທີ່​ພັກ​ກອມ​ມູນິດ​ເປັນ​ເຈົ້າພາບ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໂລກ​ໃຫ້​ໜ້າ​ຢູ່​ຍິ່ງ​ຂຶ້ນ ​ແລະ ປາສະຈາກ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື
- 5 - ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື
- 3 - ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື
- 4 - ທ່ານ ຮຸນເຊນ ຢ້ຽມຢາມຈີນ ຫວັງເພີ່ມໂອກາດການຮ່ວມມື