ປີ 2024 ພາສີແຂວງຄໍາມ່ວນ ຈັດເກັບລາຍຮັບໄດ້ 1,316 ຕື້ກວ່າກີບ
January 30, 2025 - 2:00 PM

ວັນທີ 30 ມັງກອນ 2025 ນີ້, ທ່ານ ວິລະປະຊາ ຫລວງອາມາດ ຫົວໜ້າພາສີປະຈໍາແຂວງຄໍາມ່ວນ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາວຽກງານວິຊາສະເພາະປະຈຳປີ 2024 ວ່າ: ປີ 2024 ຜ່ານມາ ໄດ້ຮັບແຜນການເກັບລາຍຮັບຈາກກົມພາສີ ກະຊວງການເງິນຈໍານວນ 1,045 ຕື້ກີບ, ຜ່ານການຈັດປະຕິບັດຕົວຈິງ ປະຕິບັດໄດ້ 1,316 ຕື້ກວ່າກີບ, ລື່ນແຜນ 271.32 ຕື້ກີບ, ເພີ່ມຂຶ້ນຈາກປີ2023 ຫຼາຍກວ່າ 337ຕື້ກີບ.
ລາຍຮັບສິນຄ້າທີ່ໄດ້ລື່ນແຜນປະກອບມີ:
- ນໍ້າມັນເຊື້ອໄຟປະຕິບັດໄດ້ 390.40 ຕື້ກີບ, ລື່ນແຜນການປີ192.79% ,
- ພາຫະນະປະຕິບັດໄດ້ 85 ຕື້ກວ່າກີບ ກວມ 236.40% ຂອງແຜນການປີ,
- ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ ປະຕິບັດໄດ້294 ຕື້ກວ່າກີບ, ກວມ114.90% ຂອງແຜນການປີ.
ນອກນີ້, ຍັງມີຄ່າທໍານຽມຕ່າງໆ, ນະໂຍບາຍສົ່ງເສີມການລົງທຶນ, ປະເພດສິນຄ້າຕາມສັນຍາອາຊຽນ, ອາໄຫລ່-ຊິ້ນສ່ວນ, ຄ່າປັບໃໝ, ຂາຍເຄື່ອງຮິບ ແລະ ອື່ນໆ.
ສະເພາະປີ 2025 ພາສີປະຈໍາແຂວງຄໍາມ່ວນ ໄດ້ຮັບແຜນການເກັບລາຍຮັບຈາກກົມພາສີ ກະຊວງການເງິນໃຫ້ໄດ້ 1,257 ຕື້ກວ່າກີບ.
ທີ່ມາ: Khammouane News