10 ວັນ ສະຫວັນນະເຂດສຸ່ມກວດລົດບັນທຸກເກີນຂະໜາດ ແລະ ຜິດລະບຽບ 170 ກວ່າຄັນ ປັບໃໝໄດ້ 100 ລ້ານກວ່າກີບ

ທ່ານ ຄອນສະຫວັນ ຄຳນວນວິຈິດ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ໜັງສືພິມສະຫວັນພັດທະນາ ວັນທີ 23 ມັງກອນ 2025 ຜ່ານມານີ້ວ່າ: ຜ່ານການລົງກວດກາແຕ່ວັນທີ 13-23 ມັງກອນເຫັນວ່າ: ປະລິມານລົດຂົນສົ່ງສິນຄ້າ ແລະ ໂດຍສານທັງພາຍໃນ ແລະ ຕ່າງປະເທດແລ່ນຜ່ານຂຶ້ນ-ລົງ ຢູ່ ສະເລ່ຍວັນໜຶ່ງ 150-250 ຄັນ. ໃນນັ້ນ, ມີລົດລາວປະມານ 60% ແລະ ລົດຕ່າງປະເທດ 40%.
ໃນໄລຍະ 10 ວັນ ແມ່ນໄດ້ສຸ່ມກວດກາຕາມເປົ້າໝາຍ ໄດ້ທັງໝົດ 172 ຄັນ; ມີລົດຂົນສົ່ງ 11 ຄັນ, ລົດໂດຍ ສານ 55 ຄັນ, ພົບເຫັນລົດທີ່ລະເມີດລະບຽບການທັງໝົດ 52 ຄັນ ໃນນັ້ນ, ລົດຂົນສົ່ງ 41 ຄັນ, ລົດໂດຍສານ 11 ຄັນ; ໄດ້ສຶກອົບຮົມຕັກເຕືອນ 52 ຄັນ, ປັບໃໝ 16 ຄັນ, ລົດຂົນສົ່ງ 15 ຄັນ, ໂດຍສານ 1 ຄັນ, ຄິດໄລ່ປັບໃໝເປັນເງິນທັງໝົດ 100 ລ້ານກວ່າກີບ ເຊິ່ງໄດ້ມອບເຂົ້າບັນຊີຂອງແຂວງທັງໝົດແລ້ວ ສຳລັບຂໍ້ຫາລະເມີດ ທີ່ພົບແມ່ນບໍ່ມີໃບອະນຸຍາດດໍາເນີນທຸລະກິດຂົນສົ່ງ, ລັກລອບແກ່ສິນຄ້າຂາກັບໂດຍບໍ່ໄດ້ຮັບອະນຸຍາດ, ບັນທຸກເຄື່ອງຂອງເກີນຂະ ໜາດ, ຄົນຕ່າງປະເທດຂັບຂີ່ລົດລາວ ໂດຍບໍ່ໄດ້ຮັບອະນຸຍາດ, ເອກະສານລົດບໍ່ຄົບຖ້ວນ, ບໍ່ຖືເອກະສານຕິດມານໍາລົດ ແລະອື່ນໆ.
ທີ່ມາ: ໜັງສືພິມສະຫວັນພັດທະນາ